ບຸນລ້ຽງ ອະສັງຫາລິມະຊັບ ເພີ່ມບໍລິການໃໝ່ໃຫ້ບໍລິການບ້ານຈັດສັນ

279

ເພື່ອຍົກລະດັບການບໍລິການ ບໍລິສັດບຸນລ້ຽງ ອະສັງຫາລິມະຊັບ ຊື້ດິນ-ຂາຍດິນ ຈຳກັດຜູ້ດຽວ ນອກຈາກຈະໃຫ້ບໍລິການ ຊື້-ຂາຍໂອນກຳມະສິດນຳໃຊ້ທີ່ດິນແລ້ວ ທາງບໍລິສັດໄດ້ເພີ່ມການບໍລິການໃໝ່ຄື ບໍລິການບ້ານຈັດສັນ ທີ່ດິນພ້ອມເຮືອນ ເພື່ອເປັນທາງເລືອກໃຫ້ແກ່ລູກຄ້າ.

ທ່ານ ບຸນລ້ຽງ ເມືອງແສນ ປະທານ ບໍລິສັດບຸນລ້ຽງ ອະສັງຫາລິມະຊັບ ຊື້ດິນ-ຂາຍດິນ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດວ່າ: ພາຍຫຼັງເຮັດທຸລະກິດອະສັງຫາລິມະຊັບ ຊື້-ຂາຍ ກໍາມະສິດນໍາໃຊ້ທີ່ດິນມາເກືອບ 10 ປີ ແລະ ໄດ້ກໍ່ຕັ້ງເປັນບໍລິສັດໃນ 2018 ມາຮອດປັດຈຸບັນໄດ້ເນີນໂຄງການຊື້-ຂາຍ ກຳມະສິດນຳໃຊ້ທີ່ດິນຮອດ 21 ໂຄງການ ເຊິ່ງເຫັນມີທ່າກ້າວຂະຫຍາຍຕົວ ແລະ ໂຄງການຈັດສັນດິນຂາຍຜ່ານມາ ແຕ່ລະໂຄງການແມ່ນໄດ້ມີການພັດທະນາພື້ນຖານໂຄງລ່າງ ມີທັງທາງປູຢາງ, ປູຄອນກຣີດ ແລະ ທາງແດງ, ມີໄຟຟ້າ, ນໍ້າປະປາ.

ປັດຈຸບັນນີ້ ບໍລິສັດໄດ້ເພີ່ມບໍລິການໃໝ່ນອກຈາກເຮັດດິນຈັດສັນແບ່ງຂາຍແລ້ວ ຍັງໄດ້ເລີ່ມເຮັດໂຄງການບ້ານຈັດສັນ (ດິນພ້ອມເຮືອນ) ຂາຍ ໂດຍເລີ່ມລົງມືເຮັດໃນວັນທີ 4 ເມສາ 2022 ຢູ່ບ້ານນາຄວາຍໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເຊິ່ງບ້ານຈັດສັນທີ່ເຮັດມີຫຼາຍແບບ, ຫຼາຍລາຄາ ໃຫ້ລູກຄ້າເລືອກ ເຊິ່ງມີເປົ້າໝາຍເນັ້ນລູກຄ້າລະດັບກາງ ຫາ ລ່າງ ເພາະເປັນດິນພ້ອມເຮືອນ ລາຄາເລີ່ມຕົ້ນ 8 ແສນ ຫາ 1,2 ລ້ານບາດ ແລະ ຖ້າຫາກລູກຄ້າຢາກໄດ້ເຮືອນທີ່ມີລາຄາສູງກວ່ານີ້ ກໍສາມາດບໍລິການໄດ້. ແຕ່ໃນເບື້ອງຕົ້ນແມ່ນມີບໍລິການເຮືອນພ້ອມດິນໃນລາຄາທີ່ໂຄງການນຳນົດ.

ທ່ານ ບຸນລ້ຽງ ເມືອງແສນ ໃຫ້ຮູ້ຕື່ມວ່າ: ໂຄງການບ້ານຈັດສັນທີ່ເລີ່ມເປີດໃໝ່ນີ້ ຕັ້ງຢູ່ບ້ານນາຄວາຍໃຕ້, ເມືອງໄຊເສດຖາ ມີເນື້ອທີ່ 2 ເຮັກຕາປາຍ ເບື້ອງຕົ້ນຈະເຮັດເປັນເຮືອນ 10 ປາຍຫຼັງ ເຊິ່ງຈະເຮັດເປັນຫລັງທີ່ມີແຕກຕ່າງກັນ ເພື່ອເປັນແບບຢ່າງໃຫ້ລູກຄ້າເບິ່ງ, ຖ້າວ່າລູກຄ້າມັກໃນຈຸດໂຄງການທີ່ເຮັດ ກໍສາມາດເຮັດໃຫ້ໄດ້ເລີຍ ຫຼື ຖ້າລູກຄ້າຢາກໄດ້ຢູ່ບ່ອນທີ່ບໍລິສັດພວກເຮົາມີດິນຈັດສັນ ປັດຈຸບັນມີ 3 ບ່ອນ ກໍສາມາດເຮັດໃຫ້ໄດ້ ແລະ ຖ້າລູກຄ້າມັກແບບໃດ ກໍສາມາດໄປປັບປຸງໃຫ້ໄດ້.

ນອກຈາກນີ້, ປະທານບໍລິສັດ ຍັງເປີດເຜີຍສາເຫດທີ່ຕັດສິນໃຈເຮັດໂຄງການບ້ານຈັດສັນ ໃນຍຸກທີ່ເຄື່ອງອຸປະກອນກໍ່ສ້າງຕ່າງໆແພງຂຶ້ນ ຍ້ອນເຫັນວ່າ ປັດຈຸບັນບ້ານຈັດສັນເປັນສິ່ງທີ່ຈຳເປັນເພາະນອນຢູ່ໃນປັດໄຈ 4 ທີ່ຄົນເຮົາຕ້ອງໄດ້ມີນັ້ນຄືທີ່ຢູ່ອາໄສ. ສະນັ້ນ, ຈຶ່ງເລັ່ງເຫັນວ່າ ຢູ່ໃນນະຄອນຫຼວງວຽງຈັນນີ້ ຍັງມີຄວາມຕ້ອງການຫຼາຍສຳລັບເຮືອນພ້ອມດິນ ດ້ວຍທີ່ລາຄານັ້ນບໍ່ສູງຢູ່ໃນລະດັບ 8 ແສນບາດ ຫຼື 200 ປາຍລ້ານກວ່າກີບ ເພາະນະຄອນຫຼວງວຽງຈັນ ເປັນບ່ອນທີ່ຫຼາຍຄົນຢາກເຂົ້າມາຢູ່ເພື່ອເຮັດວຽກເຮັດງານ ແລະ ຫຼັງຈາກມີວຽກງານເຮັດແລ້ວ ບາງຄົນກໍເປັນຄົນໜຸ່ມສາວ ມາແລ້ວກໍສ້າງຄອບຄົວ ຢາກມາອາໄສຢູ່ ເລີຍ.

ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນທຸກຄົນຈະຕ້ອງໄດ້ມີບ່ອນຢູ່ອາໄສ. ນອກຈາກນີ້, ທາງບໍລິສັດພວກເຮົາກໍໄດ້ມີການວິເຄາະ, ສຳຫຼວດເບິ່ງເຫັນວ່າຄົນ ຫຼື ລູກຄ້າມີຄວາມຕ້ອງການຫຼາຍດ້ານນີ້ ຈຶ່ງຕັດສິນໃຈລົງມາເຮັດ ແລະ ຖືເປັນການບໍລິການທີ່ໃໝ່ສຳລັບບໍລິສັດ.
ດ້ານເງື່ອນໄຂ: ໂຄງການມີນະໂຍບາຍຫຼາຍຢ່າງໃຫ້ລູກຄ້າ ເພາະໄລຍະນີ້ກໍຍັງຢູ່ໃນຊ່ວງໂຄວິດ-19 ເຊັ່ນ: ສາມາດຈ່າຍ 30% ຂອງມູນຄ່າ ຫຼັງຈາກນັ້ນກໍຜ່ອນກັບໂຄງການ 1 ປີເຄິ່ງ ແບບບໍ່ມີດອກເບ້ຍ ແລະ ຖ້າຢາກຜ່ອນໄລຍະຍາວ ກໍຜ່ອນກັບທະນາຄານ ເຊິ່ງມີຫຼາຍທະນາຄານທີ່ໃຫ້ຜ່ອນ ໃນໄລຍະຍາວແຕ່ 5 ຫາ 20 ປີ ກໍມີ. ດັ່ງນັ້ນ, ກໍເປັນໂອກາດດີ ບາງເທື່ອຄົນເຮົາເຮັດວຽກໃໝ່, ສ້າງຄອບຄົວໃໝ່ ແຕ່ຍັງບໍ່ທັນມີເງິນເປັນກ້ອນ ກໍສາມາດມີດິນມີເຮືອນໄດ້ ອາດຈະຜ່ອນເດືອນ 1-2 ລ້ານໃນໄລຍະຍາວ ມັນຈະຖືກລົງ.

ຖ້າວ່າລູກຄ້າທ່ານໃດມີຄວາມສົນໃຈຢາກໄດ້ດິນ ຫຼື ເຮືອນຂອງໂຄງການ ແມ່ນສາມາດພົວພັນຫາ ຫຼື ເຂົ້າມາປຶກສານຳບໍລິສັດໄດ້. ຫ້ອງການຂອງ ບໍລິສັດ ຕັ້ງຢູ່ບ້ານ ນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂທ: 020 29949393, 29040222
ຂ່າວ: ສັນຕິ, ພາບ: ສຸກສະຫວັນ