ສາຍການບິນ ໄຊນາ ອິສເທິນ ກັບມານຳໃຊ້ເຮືອບິນໂບອິ້ງ 737 – 800 ອີກຄັ້ງ

135

ສາຍການບິນ China Eastern ໄດ້ນຳເຮືອບິນໂບອິ້ງ 737 – 800 ໃນຝູງບິນຂອງບໍລິສັດກັບມານຳໃຊ້ອີກຄັ້ງ ໃນເວລາບໍ່ເຖິງ 1 ເດືອນ ຫຼັງຈາກທີ່ເຮືອບິນລຸ້ນດັ່ງກ່າວປະສົບອຸບັດເຫດຕົກລົງພູບໍລິເວນເມືອງອູ໋ໂຈວ ເຂດປົກຄອງຕົນເອງ ກວາງຊີຈ້ວງ ໃນວັນທີ 21 ມີນາຜ່ານມາ ເຮັດໃຫ້ມີຜູເສຍຊີວິດ 132 ຄົນ, ບໍລິສັດຕ້ອງສັ່ງໂຈະການນຳໃຊ້ເຮືອບິນລຸ້ນດັ່ງກ່າວຈຳນວນ 223 ລຳທັນທີ.

ສາຍການບິນໄຊນາ ອິສເທິນ ເປີດເຜີຍວ່າ ບໍລິສັດໄດ້ກວດສອບລະບົບໂຄງສ້າງຂອງເຮືອບິນທຸກລຳແລ້ວ ອີກທັງຍັງບິນທົດລອງ ກ່ອນຈະບິນຮັບໃຊ້ບໍລິການແກ່ຜູ້ໂດຍສານ.

ຂໍ້ມູນຈາກ Flightradar24 ສະແດງໃຫ້ເຫັນວ່າ ເຮືອບິນຂອງສາຍການບິນ ໄຊນາ ອິສເທິນ ຖ້ຽວບິນ MU 5843 ເຊິ່ງຂຶ້ນບິນໂດຍເຮືອບິນໂບອິ້ງ 737 – 800 ໄດ້ເດີນທາງອອກຈາກນະຄອນຄຸນໝິງ ໃນເວລາ 9:58 ໂມງ ຂອງວັນທີ 17 ເມສາຜ່ານມາ ກ່ອນຈະລົງຈອດທີ່ສະໜາມບິນໃນເມືອງເຊິງຕູ່ ໃນເວລາ 11:03 ໂມງ ຕາມເວລາທ້ອງຖິ່ນ.