7 ວັນອັນຕະລາຍມີ 35 ຊີວິດຈາກໄປບໍ່ມີວັນກັບລະຫວ່າງຫຼິ້ນບຸນປີໃໝ່ລາວ

149

ປີນີ້ມີທັງຂ່າວຮ້າຍ ແລະຂ່າວດີ, ສິ່ງທີ່ດີຄືມີເສັ້ນທາງລົດໄຟ, ປະຊາຊົນຫັນໄປຂຶ້ນລົດໄຟທ່ອງທ່ຽວທາງພາກເໜືອ ຊ່ວຍໃຫ້ຈຳນວນພາຫະນະຕາມທ້ອງຖະໜົນຫຼຸດລົງ ອຸບັດຕິເຫດຫຼຸດລົງ ແຕ່ຂ່າວຮ້າຍຄືມີສະມາຊິກຈາກຫຼາຍຄອບຄົວລວມ 35 ຊີວິດຕ້ອງຈາກໄປຕະຫຼອດການໃນທ່າມກາງທີ່ທຸກຄົນກຳລັງມ່ວນຊື່ນກັບການຫຼີ້ນປີໃໝ່ຢູ່.

ໂດຍໃນໄລຍະທີ່ມີການສະເຫຼີມສະຫຼອງປີໃໝ່ລາວ ພສ 2565 ກໍ່ຄື ຄສ 2022 ນັບແຕ່ວັນທີ 11 ຫາ 17 ເມສາ 2022 ສະຖິຕິການເກີດອຸບັດເຫດ 7 ວັນ ໃນທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດມີ 312 ລາຍ ພາຫະນະເປ່ເພ 545 ຄັນ; ຄົນໄດ້ຮັບບາດເຈັບ 552 ຄົນ ທີ່ເສົ້າໄປກວ່ານັ້ນຄືມີຄົນເສຍຊີວິດ 35 ຄົນ ຍິງ 5 ຄົນ. ເຊິ່ງໃນນັ້ນ ຢູ່ນະຄອນຫຼວງວຽງຈັນ ແມ່ນມີຕົວເລກສູງກວ່າໝູ່.

ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສຳພາດ ທີ່ກົມຕໍາຫຼວດຈະລາຈອນ ໃນວັນທີ 18 ເມສາ 2022 ວ່າ: ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2565 ແຕ່ວັນທີ 11 ຫາ 17 ເມສາ 2022 ສະຖິຕິການເກີດອຸບັດເຫດໄລຍະ 7 ວັນ ໃນທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດມີ 312 ລາຍ ສົມທຽບປີຜ່ານມາຫຼຸດລົງ 26 ລາຍ; ພາຫະນະເປ່ເພຈໍານວນ 545 ຄັນ ສົມທຽບປີຜ່ານມາຫຼຸດລົງ 65 ຄັນ; ຄົນໄດ້ຮັບບາດເຈັບ 552 ຄົນ ສົມທຽບປີຜ່ານມາຫຼຸດລົງ 19 ຄົນ ມີຄົນເສຍຊີວິດ 35 ຄົນ ຍິງ 5 ຄົນ ສົມທຽບປີຜ່ານມາຫຼຸດລົງ 9 ຄົນ.
ສະເພາະຢູ່ໃນນະຄອນຫຼວງວຽງຈັນມີອຸບັດເຫດເກີດຂຶ້ນທັງໝົດ 45 ລາຍ ສົມທຽບປີຜ່ານມາເພີ່ມຂຶ້ນ 12 ລາຍ, ພາຫະນະເປ່ເພ 85 ຄັນ ເພີ່ມຂຶ້ນ 18 ຄັນ, ຄົນໄດ້ຮັບບາດເຈັບ 70 ຄົນ ເພີ່ມຂຶ້ນ 25 ຄົນ, ມີຄົນເສຍຊີວິດ 8 ຄົນ ສົມທຽບໃສ່ປີຜ່ານມາຫຼຸດລົງ 1 ຄົນ.

ແຂວງທີ່ເກີດອຸບັດເຫດຫຼາຍນັບຈາກວັນທີ 11 ຫາ 17 ເມສາ ຜ່ານມາດັ່ງນີ້, ອັນດັບໜຶ່ງແມ່ນນະຄອນຫຼວງວຽງຈັນ ມີ 45 ລາຍ; ຕາມມາດ້ວຍແຂວງວຽງຈັນ ມີ 39 ລາຍ; ຈໍາປາສັກ 38 ລາຍ ແລະ ແຂວງທີ່ມີຄົນເສຍຊີວິດຈາກອຸບັດເຫດຈໍານວນຫຼາຍອັນດັບໜຶ່ງ ນະຄອນຫຼວງວຽງຈັນ ມີ 8 ຄົນ, ຈໍາປາສັກ 6 ຄົນ, ໄຊຍະບູລີ 5 ຄົນ, ຫຼວງພະບາງ 3 ຄົນແລະ ແຂວງສາລະວັນ 2 ຄົນ.

ພາຫະນະຮ່ວມເກີດອຸບັດເຫດທີ່ມີຄົນເສຍຊີວິດ ແມ່ນລົດຈັກຕໍາລົດຍົນ 94 ລາຍ ມີຄົນເສຍຊີວິດ 15 ຄົນ, ລົດຈັກຕໍາລົດຈັກ ມີ 102 ລາຍ ມີຄົນເສຍຊີວິດ 4 ຄົນ, ລົດຍົນຕໍາຄົນຍ່າງ 12 ລາຍ ເສຍຊີວິດ 5 ຄົນ, ລົດຈັກລົ້ມເອງ 12 ລາຍ ເສຍຊີວິດ 4 ຄົນ, ລົດບັນທຸກເສຍຫຼັກປີ້ນເອງ 5 ລາຍ ເສຍຊີວິດ 2 ຄົນ, ລົດຍົນຕໍາລົດຍົນ 20 ລາຍ ເສຍຊີວິດ 1 ຄົນ, ລົດຈັກຕໍາລົດບັນທຸກ 3 ລາຍ ເສຍຊີວິດ 1 ຄົນ ແລະ ກໍລະນີອື່ນໆ 23 ລາຍ ເສຍຊີວິດ 3 ຄົນ.

ສ່ວນອຸບັດເຫດໃນ 3 ວັນທົ່ວປະເທດ: ແຕ່ວັນທີ 14 ຫາ 16 ເມສາ 2022 ມີສະຖິຕິອຸບັດເຫດ 181 ລາຍ, ມີພາຫະນະເປ່ເພ 326 ຄັນ, ຄົນໄດ້ຮັບບາດເຈັບ 316 ຄົນ ເສຍຊີວິດ 25 ຄົນ ທຽບໃສ່ປີຜ່ານມາອຸບັດເຫດຫຼຸດລົງ 41 ລາຍ, ພາຫະນະເປ່ເພຫຼຸດລົງ 72 ຄັນ, ຄົນໄດ້ຮັບບາດເຈັບຫຼຸດລົງ 71 ຄົນ ແລະ ເສຍຊີວິດຫຼຸດລົງ 5 ຄົນ.

ສາເຫດທີ່ພາໃຫ້ອຸບັດເຫດຫຼຸດລົງໃນປີນີ້ຍ້ອນຜູ້ໃຊ້ລົດໃຊ້ຖະໜົນຈໍານວນຫຼາຍປະຕິບັດຕາມກົດລະບຽບຈະລາຈອນໄດ້ດີ, ພົນລະເມືອງລາວຈໍານວນໜຶ່ງທີ່ຂຶ້ນໄປທາງພາກເໜືອແມ່ນໄດ້ໃຊ້ບໍລິການລົດໄຟຄວາມໄວສູງ ແລະ ຍ້ອນເຈົ້າໜ້າທີ່ຕໍາຫຼວດຈະລາຈອນກ່ອນປີໃໝ່ກໍໄດ້ມີການປະສານສົມທົບຮ່ວມກັບກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ຄະນະຄວາມປອດໄພທາງທ້ອງຖະໜົນ ໃນການປະຕິບັດໜ້າທີ່ວຽກຕົວຈິງ ກໍາລັງຕໍາຫຼວດຈະລາຈອນກໍໄດ້ຕັ້ງຈຸດບໍລິການຮັບໃຊ້ປະຊາຊົນ, ກວດກາຈໍາກັດຄວາມໄວ, ກວດກາທາດເຫຼົ້າ ແລະ ອື່ນໆ ຕາມຫຼັກການວິຊາສະເພາະ ສະນັ້ນຈຶ່ງເຫັນວ່າ: ຜູ້ໃຊ້ລົດໃຊ້ຖະໜົນໃນການໄປມາແມ່ນປະຕິບັດກົດລະບຽບຈະລາຈອນໄດ້ເປັນຢ່າງດີຕາມເສັ້ນທາງຫຼັກ. ໃນໂອກາດນີ້ທ່ານກໍໄດ້ຝາກເຖິງປະຊາຊົນ, ພະນັກງານ, ທະຫານ-ຕໍາຫຼວດ ບໍ່ສະເພາະແຕ່ປີໃໝ່ລາວຊຶ່ງການໃຊ້ລົດໃຊ້ຖະໜົນໃນໄລຍະປົກກະຕິກໍໃຫ້ປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດຈຶ່ງຈະສາມາດຫຼຸດຜ່ອນຜົນເສຍຫາຍເກີດຈາກອຸບັດເຫດໄດ້.