ການຄ້າລາວ-ຫວຽດນາມ ປີ 2021 ບັນລຸໄດ້ 1,37 ຕື້ ໂດລາ ເພີ່ມຂຶ້ນ 33,32% ທຽບໃສ່ ປີ 2020

294

ອີງຕາມຂໍ້ມູນສະຖິຕິ ການນໍາເຂົ້າ-ສົ່ງອອກສິນຄ້າ ລະຫວ່າງ ລາວ ແລະ ຫວຽດນາມ ແຕ່ປີ 2018 ຫາປີ 2021 ທີ່ລາຍງານໃນກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ 12 ເມື່ອວັນທີ11 ເມສາ 2021ເຫັນວ່າ: ມູນຄ່າການຄ້າສາມາດບັນລຸ 4,5ຕື້ ໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ຂອງລາວໄປຫວຽດນາມ ບັນລຸ 2,1 ຕື້ໂດລາສະຫະລັດ ແລະ ການນໍາເຂົ້າ ຂອງລາວຈາກຫວຽດນາມ ບັນລຸ 2,4 ຕື້ ໂດລາສະຫະລັດ.

ກ່ອນສະພາບການແຜ່ລະບາດ ຂອງພະຍາດໂຄວິດ19 ສະພາບການຄ້າສອງຝ່າຍ ລະຫວ່າງ ລາວ-ຫວຽດນາມ ແມ່ນມີການຂະຫຍາຍຕົວໄປຕາມຄາດໝາຍທີ່ສອງລັດຖະບານວາງອອກ ກໍ່ຄືສາມາດບັນລຸເປົ້າໝາຍອັດຕາການຂະຫຍາຍຕົວຂອງມູນຄ່າການຄ້າ ຢ່າງໜ້ອຍ 10%/ປີ. ແຕ່ມາຮອດປີ 2020 ມູນຄ່າການຄ້າສອງຝ່າຍໄດ້ຫຼຸດລົງ (-11,5%) ທຽບໃສ່ປີ 2019 ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ການນໍາໃຊ້ມາດຕະການໃນການກວດກາສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ ເປັນຕົ້ນ ການປ່ຽນຄົນຂັບລົດ, ການຄ່ຽນຖ່າຍລົດ ແລະ ສິນຄ້າ ເຮັດໃຫ້ການພົວພັນໄປມາ ແລະ ການຂົນສົ່ງສິນຄ້າ ລະຫວ່າງ ສອງປະເທດຖືກຜົນກະທົບຢ່າງຮ້າຍແຮງ.


ຍ້ອນສາຍສໍາພັນອັນແໜ້ນແຟ້ນຂອງ ສປປລາວ ແລະ ສສ ຫວຽດນາມ, ເຈົ້າໜ້າທີ່ ແລະ ກະ ຊວງທີ່ກ່ຽວຂ້ອງຂອງສອງປະເທດ ໄດ້ມີຄວາມພະຍາຍາມສູງ ໃນການຄົ້ນຄວ້າປັບປຸງຂັ້ນຕອນ ແລະ ຜ່ອນຜັນບາງມາດຕະການ ເພື່ອອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ ແລະ ສົ່ງອອກ ເປັນແຕ່ລະໄລຍະ ສົ່ງຜົນເຮັດໃຫ້ມູນຄ່າການຄ້າລະຫວ່າງສອງປະເທດ ມີການຂະຫຍາຍຕົວແບບກ້າວກະໂດດ ໃນປີ 2021 ເຊິ່ງສາມາດບັນລຸໄດ້ 1,37 ຕື້ ໂດລາສະຫະລັດ ເພີ່ມຂຶ້ນ 33,32% ທຽບໃສ່ ປີ 2020 ກາຍຄາດໝາຍທີ່ສອງລັດຖະບານໄດ້ວາງໄວ້ ແລະ ຖືວ່າເປັນມູນຄ່າການຄ້າສອງຝ່າຍ ລາວ-ຫວຽດນາມ ທີ່ສູງທີ່ສຸດ ໃນໄລຍະ 10ປີ ຜ່ານມາ.

ໃນນັ້ນ, ສັງເກດເຫັນວ່າມີບາງລາຍການສິນຄ້າ ຂອງປີ 2021 ທຽບໃສ່ປີ 2020 ມີອັດຕາການນໍາເຂົ້າ-ສົ່ງອອກເພີ່ມຂຶ້ນຫຼາຍສົມຄວນ ເຊັ່ນ: ດ້ານສິນຄ້ານໍາເຂົ້າຈາກຫວຽດນາມປະເພດ ນໍ້າມັນເຊື້ອໄຟ ເພີ່ມຂຶ້ນ 96,69%, ຝຸ່ນ ເພີ່ມຂຶ້ນ 353,4%, ສາຍໄຟຟ້າ ເພີ່ມຂຶ້ນ552,59%. ສ່ວນດ້ານສິນຄ້າສົ່ງອອກໄປຫວຽດນາມປະເພດຜັກແລະໝາກໄມ້ເພີ່ມຂຶ້ນ 420,7%, ແຮ່ທາດເພີ່ມຂຶ້ນ285,77%, ຢາງພາລາເພີ່ມຂຶ້ນ101,72%.