ຜົນວິໄຈຊີ້ ຜູ້ຕິດເຊື້ອໂຄວິດ ສ່ຽງເກີດເສັ້ນເລືອດອຸດຕັນ

99

ສຳນັກຂ່າວເອເອຟພີລາຍງານເມື່ອວັນທີ 7 ເມສາຜ່ານມາວ່າ ຜົນການວິໄຈທີ່ເຜີຍແຜ່ລົງວາລະສານການແພດ BMJ ລະບຸວ່າ ຜູ້ຕິດເຊື້ອໂຄວິດ-19 ມີ ຄວາມສ່ຽງສູງທີ່ຈະເກີດເສັ້ນເລືອດອຸດຕັນຮຸນແຮງ ເຖິງແມ່ນວ່າ ຂະນະຕິດເຊື້ອຈະມີອາການບໍ່ຮຸນແຮງກໍຕາມ.

ການວິໄຈດັ່ງກ່າວ ນັກວິໄຈໄດ້ປຽບທຽບຂໍ້ມູນຂອງຊາວຊູແອັດ 1 ລ້ານກວ່າຄົນທີ່ຕິດເຊື້ອໂຄວິດຕັ້ງແຕ່ເດືອນກຸມພາ 2020 ຫາ ເດືອນພຶດສະພາ 2021 ກັບກຸ່ມຕົວຢ່າງຫຼາຍກວ່າ 4 ລ້ານຄົນທີ່ບໍ່ເຄີຍຕິດເຊື້ອໂຄວິດ-19 ມາກ່ອນ, ຜົນການສຶກສາພົບວ່າ ຜູ້ທີ່ຕິດເຊື້ອໂຄວິດ-19 ມີຄວາມສ່ຽງສູງທີ່ຈະເກີດເສັ້ນເລືອດແດງອຸດຕັນທີ່ປອດສູງກວ່າຜູ້ອື່ນ (ຜູ້ທີ່ບໍ່ເຄີຍຕິດເຊື້ອໂຄວິດ) 33 ເທົ່າ ດົນ 6 ເດືອນຫຼັງຈາກຕິດເຊື້ອ.


ນອກຈາກນີ້ ຍັງມີຄວາມສ່ຽງທີ່ຈະເກີດເສັ້ນເລືອດດຳອຸດຕັນ ເຊິ່ງມັກເກີດຂຶ້ນທີ່ບໍລິເວນຂາ ຫຼາຍກວ່າຜູ້ອື່ນ 5 ເທົ່າ ດົນ 3 ເດືອນຫຼັງຕິດເຊື້ອໂຄວິດ-19. ທັງນີ້ຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການເຈັບປ່ວຍຮຸນແຮງຈະມຄວາມສ່ຽງສູງກວ່າ, ໃນຂະນະທີ່ຜູ້ທີ່ມີອາການບໍ່ຮຸນແຮງກໍຈະມີຄວາມສ່ຽງສູງກວ່າຄົນທົ່ວໄປເຊັ່ນດຽວກັນ.

ຜົນການສຶກສາຄັ້ງນີ້ ຍັງຮຽກຮ້ອງໃຫ້ລັດຖະບານບັນດາປະເທດ ຄວນເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອຫຼາຍຂຶ້ນກວ່າທີ່ເປັນຢູ່ ເພື່ອບໍ່ໃຫ້ມັນພັດທະນາກາຍເປັນເສັ້ນເລືອດອຸດຕັນ, ນອກຈາກນີ້ ຍັງເນັ້ນຢ້ຳເຖິງຄວາມສຳຄັນຂອງການສັກວັກຊີນ ປ້ອງກັນໂຄວິດ-19.