ໃຊ້ງົບ 5 ລ້ານໂດລາເຂົ້າໃນການປັບປຸງຍົກລະດັບເສັ້ນທາງ ເລກທີ 28A

1005

ໃນວັນທີ 5 ເມສາ 2022 ນີ້ ອຳນາດການປົກຄອງແຂວງສະຫວັນນະເຂດ ແລະ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຍົກລະດັບເສັ້ນທາງຂອງລັດ ເລກທີ 28A ໂດຍການປູຢາງສອງຊັ້ນ ມີຄວາມຍາວ 41,56 ກິໂລແມັດ ແຕ່ບ້ານນາບໍ່ຫາ ເມືອງວິລະບູລີ ເຊິ່ງເປັນທີ່ຕັ້ງຂອງ ບໍ່ຄຳ-ທອງ ເຊໂປນ

ຜ່ານມາ ເສັ້ນທາງ 28A ເປັນເສັ້ນທາງປູຢາງ ທີ່ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ໄດ້ສ້າງຂຶ້ນ ມາແຕ່ປີ 2005 ເພື່ອເຊື່ອມຕໍ່ກັບເສັ້ນທາງ ເລກທີ 9 ຈາກບ້ານນາບໍ່, ເມືອງເຊໂປນ ຫາ ເມືອງວິລະບູລີ ແລະ ເປັນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ສຳຄັນໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການພັດທະນາ ໂດຍເຊື່ອມຕໍ່ ສປປ ລາວ ກັບປະເທດຫວຽດນາມ ແລະ ໄທ. ປະຈຸບັນ ເສັ້ນນທາງດັ່ງກ່າວ ແມ່ນໄດ້ເປ່ເພເສຍຫາຍຫຼາຍບ່ອນ ຍ້ອນມີການໃຊ້ງານມາຍາວນານກວ່າ 10 ປີ ເຮັດໃຫ້ການ ສັນຈອນ, ຂົນສົ່ງສິນຄ້າ ເພື່ອຮັບໃຊ້ໃນການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ ໃນເຂດດັ່ງກ່າວ ໄດ້ພົບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນລະດູຝົນ.

ໂຄງການຍົກລະດັບເສັ້ນທາງຂອງລັດ ເລກທີ 28A ນີ້ ຈະໄດ້ນຳໃຊ້ເງິນຈາກກອງທຶນຟື້ນຟູໂຄງການບໍ່ຄຳ-ທອງເຊໂປນ ຈຳນວນ 5 ລ້ານໂດລາສະຫາລັດ. ເປັນກຽດລົງນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ມີ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ແລະ ທ່ານ ວາລີຍະ ສີຈັນທອງທິບ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ ໂດຍການເປັນສັກຂີພະຍານຂອງ ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງສະຫວັນະເຂດ, ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງສະຫວັນນະເຂດ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ທີ່ໄດ້ປະກອບສ່ວນຕໍ່ການພັດທະນາໃນ ສປປ ລາວ ແລະ ໃຫ້ການຮ່ວມມືອັນດີ ໃນການຮ່ວມກັນຍົກລະດັບເສັ້ນທາງ 28A ໃນຄັ້ງນີ້.

.

ທ່ານ ສະໝານ ອະເນກາ ໄດ້ກ່າວວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ ໂຄງການນີ້ ແລະ ການຮ່ວມມືທີ່ດີສະເໝີມາ ກັບແຂວງສະຫວັນນະເຂດ ຈະຮັບປະກັນໃຫ້ປະຊາຊົນໄດ້ສາມາດເດີນທາງຢ່າງປອດໄພ ແລະ ສາມາດນຳເອົາສິນຄ້າຕົນເຂົ້າເຖິງຕະຫຼາດ. ການລົງທຶນໃໝ່ນີ້ຈະຮັບປະກັນຊີວິດການເປັນຢູ່ທີ່ດີຂຶ້ນສຳລັບຄົນທ້ອງຖິ່ນ ຈາກ ກິດຈະກຳດ້ານກະສິກຳ, ການທ່ອງທ່ຽວ ແລະ ເສດຖະກິດທີ່ຍືນຍົງພາຍຫຼັງທີ່ບໍ່ຄຳ–ທອງ ເຊໂປນ ປິດລົງໃນອະນາຄົດ.”
ມາຮອດປັດຈຸບັນ, ທຸກໆບ້ານຢູ່ໃນເມືອງວິລະບູລີ ແມ່ນມີເສັ້ນທາງເຂົ້າເຖິງ. ນັບຕັ້ງແຕ່ເລີ່ມການດຳເນີນການຂຸດຄົ້ນ–ຜະລິດຄຳ–ທອງ ໃນປີ 2003 ເປັນຕົ້ນມາ, LXML ໄດ້ລົງທຶນປະມານ 20 ລ້ານໂດລາ ເພື່ອກໍ່ສ້າງ ແລະ ບຳລຸງຮັກສາເສັ້ນທາງທ້ອງຖິ່ນ ພາຍໃນເມືອງ ລວມທັງເສັ້ນທາງ 28A. ນອກຈາກນັ້ນ, LXML ຍັງສະໜອງທຶນຈາກ ກອງທຶນພັດທະນາຊຸມຊົນນັບເປັນມູນຄ່າ 750.000 ໂດລາຕໍ່ປີ ໃຫ້ແກ່ເມືອງວິລະບູລີ ເຊິ່ງສ່ວນໜຶ່ງຂອງທຶນກໍຖືກແບ່ງເຂົ້າໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງທ້ອງຖິ່ນ ບວກກັບ ໂຄງການບໍລິການດ້ານສາທາລະນະສຸກພື້ນຖານ, ການສຶກສາ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.
ຂໍ້ມູນ: Lane Xang Minerals Limited