ໄອ-ສະປອດ ຊຸກຍູ້ເສື້ອກິລາ ໃຫ້ສູນໂຄສະນາຂ່າວສານ ສສກ ເປີດຊຸດໃໝ່ເຄື່ອນໄຫວປີ 2022

100

ພິທີມອບ-ຮັບເສື້ອກິລາພິມລາຍ ໄອ-ສະປອດ ຈຳນວນ 30 ຊຸດ ໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 30 ມີນາ ຜ່ານມາ ທີ່ສະໜາມກິລາບານເຕະ ສະຖານທູດສະຫະລັດອາເມຣິກາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ເປັນການກ່າວມອບຂອງ ທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຈຳໜ່າຍເຄື່ອງກິລາພິມລາຍ ໄອ-ສະປອດ ທັງເປັນປະທານສະໂມສອນ ໄອ-ສະປອດ ເອັບຊີ ຊຸດເຂົ້າຮ່ວມແຂ່ງຂັນໃນ ນະຄອນຫຼວງ ລີກ 2 ປະຈຳປີ 2022 ແລະ ກ່າວຮັບແມ່ນ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ສຸກສາຄອນ ສີປະເສີດ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຂາຍເຄື່ອງກິລາພິມລາຍງາມ ຊຶ່ງເປັນຜະລິດຕະພັນທີ່ແທດເໝາະກັບໄວໜຸ່ມຮຸ່ນໃໝ່ ແລະ ສີມືຄຸນນະພາບຂອງຄົນລາວຢ່າງແທ້ຈິງ ໄດ້ສືບຕໍ່ໃຫ້ການສະໜັບສະໜູນເສື້ອກິລາພິມລາຍງາມໆ ຈຳນວນ 30 ຊຸດ ລວມມູນຄ່າ 3 ລ້ານກີບ ໃຫ້ແກ່ທີມຊາວໜຸ່ມ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຂໍໃຫ້ເຊື່ອໝັ້ນວ່າ ເຄື່ອງຈຳນວນເຫຼົ່ານີ້ ພວກເຮົາຈະພາກັນນຳໃຊ້ໃນການເຄື່ອນໄຫວກິດຈະກຳຮ່ວມກັບບັນດາພາກສ່ວນໃນສັງຄົມ ທີ່ຂຶ້ນກັບພາກລັດ ແລະ ເອກະຊົນ ໃຫ້ເກີດຜົນປະໂຫຍດສູງສຸດ ແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ຊຶ່ງຫາກໍຜ່ານມາພົ້ນມານີ້ ໃຫ້ມີຂະບວນການຟົດຟື້ນ ແລະ ມີຄວາມໝາຍຢ່າງເລິກເຊິ່ງ. ແນວໃດກໍດີ, ຫວັງຢ່າງຍິ່ງວ່າໃນໂອກາດໜ້າຈະໄດ້ຮັບການສະໜັບສະໜູນຈາກທ່ານຕື່ມອີກ.

ໂອກາດດຽວກັນ, ທ່ານ ໄພລະຄອນ ບຸນວິຊຽນ ກໍໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈທີ່ໄດ້ເປັນສ່ວນສຳຄັນໃນການປະກອບສ່ວນໃຫ້ແກ່ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໄດ້ມີຄວາມສະດວກໃນການເຄື່ອນໄຫວໄປຕາມເປົ້າໝາຍຂອງສູນດັ່ງກ່າວ ເພື່ອກຽມເປັນກະບອກສຽງສຳຄັນ ໃນການລາຍງານຂ່າວເຫດການຕ່າງໆ ໂດຍສະເພາະໃນຂົງເຂດວຽງກງານຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ພໍ່ແມ່ປະຊາຊົນຊາວລາວ ຮັບຮູ້ຢ່າງທັນເຫດ ແລະ ຫວັງວ່າໃນໂອກາດໜ້າພວກເຮົາຈະໄດ້ປະກອບສ່ວນຊຸກຍູ້ຕື່ມອີກ.

ໂດຍ ສົງການ ພັນແພງດີ