ບໍລິສັດແຈ້ງຫຼຸດຄວາມໄວລົດໄຟ ໄລຍະນີ້ຝົນຕົກທາງມື່ນ

61

ເປັນທຳມະດາຂອງການບໍລິການຂົນສົ່ງທີ່ມີຫຼາຍຊີວິດໃນພາຫະນະຂົນສົ່ງແຕ່ລະຖ້ຽວ ເມື່ອສະຖານະການສ່ຽງກໍ່ຕ້ອງເອົາຄວາມປອດໄພໄວ້ກ່ອນ ການແລ່ນລົດໄຟກໍ່ເຊັ່ນດຽວກັນ.


ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະອຸທົກກະສາດໃຫ້ຮູ້ວ່າ ພາຍໃນອາທິດນີ້ຈະມີຝົນຕົກໝົດອາທິດ ຈົນຮອດວັນທີ 3 ເມສາ 2022, ເນື່ອງຈາກມື້ນີ້ ວັນທີ 29 ມີນາ 2022 ກໍມີຝົນຕົກຫນັກໃນບໍລິເວນຕາມແລວທາງລົດໄຟໃນບາງຊ່ວງ.

ດັ່ງນັ້ນ ຈຶ່ງຂໍແຈ້ງມາຍັງຜູ້ໂດຍສານທີ່ກຳລັງຢູ່ເທິງລົດໄຟ, ກຳລັງຈະຂຶ້ນລົດໄຟເພື່ອເດີນທາງ ຫລື ໄປຮັບຫມູ່ຄູ່, ພີ່ນ້ອງຢູ່ສະຖານີໃຫ້ຊາບວ່າ ເພື່ອຮັບປະກັນຄວາມປອດໄພໃນການເດີນລົດໄຟ ແລະ ຮັບປະກັນໃຫ້ຜູ້ໂດຍສານສາມາດໄປເຖິງສະຖານທີ່ເປົ້າໝາຍຢ່າງປອດໄພນັ້ນ.

ທາງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ອາດຈະໄດ້ຫລຸດຜ່ອນຄວາມໄວຂອງລົດໄຟໃນບາງຊ່ວງທາງ ຊຶ່ງຈະເຮັດໃຫ້ມີຜົນກະທົບຕໍ່ເວລາໄປເຖິງ ແລະ ອອກຈາກສະຖານີໃນບາງສະຖານີ, ສ່ວນເວລາທີ່ຈະຮອດ ແລະ ອອກຈາກສະຖານີຕົວຈິງນັ້ນ ແມ່ນໃຫ້ຕິດຕາມໃນການແຈ້ງການຂອງແຕ່ລະສະຖານີ.