ປີໃໝ່ ຫ້າມເດັດຂາດບໍ່ໃຫ້ຈັດລ້ຽງສະຫຼອງ ພາກລັດຕ້ອງເປັນແບບຢ່າງນຳໜ້າ

276

ວັນບຸນປີໃໝ່ສິ່ງທີ່ພໍ່ແມ່ປະຊາຊົນຄອງຄອຍມາທັ້ງປີຈະໄດ້ໄປຫຼິ້ນມ່ວນຊື່ນພົບປະພໍ່ແມ່ເພື່ອນພ້ອງ ແຕ່ປີນີ້ຄົງໄດ້ອົດຫຼິ້ນມ່ວນຊື່ນອີກເຊັ່ນເຄີຍ ໂດຍອີງຕາມສະຖານະການຂອງພະຍາດໂຄວິດ-19 ທັງອີງໃສ່ແຈ້ງການຂອງລັດຖະບານແມ່ນຫ້າມເດັດຂາດບໍ່ໃຫ້ຈັດງານລ້ຽງອວຍພອນທີ່ເປັນການເຕົ້າໂຮມຄົນຈຳນວນຫຼາຍ.


ອີງຕາມແຈ້ງການສະບັບເລກທີ 367/ຫສນຍ ລົງວັນທີ 23 ມີນາ 2022 ເລື່ອງທິດຊີ້ນຳກ່ຽວກັບການສະເຫຼີມສະຫຼອງປີໃໝ່ລາວ ພສ 2565(ພສ 2022) ແມ່ນເຫັນດີກຳນົດເອົາວັນທີ 13 ເມສາ 2022 ເປັນວັນພັກຊົດເຊີຍປີໃໝ່ລາວປີ 2022 ທົດແທນວັນເສົາທີ 16 ເມສາ 2022 ເຊິ່ງເປັນວັນພັກລັດຖະການ.


ພ້ອມນີ້ຍັງເນັ້ນຢ້ຳໃຫ້ທຸກພາກສ່ວນສະເຫຼີມສະຫຼອງປີໃໝ່ລາວຕ້ອງບົນຈິດໃຈປະຢັດມັດທະຍັດທີ່ສຸດ ແລະບໍ່ໃຫ້ສຳນັກງານອົງການຂັ້ນສູນກາງ ແລະທ້ອງຖິ່ນ ຈັດງານລ້ຽງສະຫຼອງປີໃໝ່ ອວຍພອນກັນຢ່າງເດັດຂາດ ເພື່ອເປັນແບບຢ່າງໃຫ້ແກ່ສັງຄົມ.


ມອບໃຫ້ຄະນະສະເພາະກິດໂຄວິດ-19 ຂັ້ນສູນກາງ, ຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະບັນດາແຂວງໃນຂອບເຂດທົ່ວປະເທດເປັນຜູ້ຕົກລົງ ແລະອອກແຈ້ງການແນະນຳລະອຽດ ເພື່ອໃຫ້ທຸກພາກສ່ວນກ່ຽວຂ້ອງຮັບຊາບ ແລະຈັດຕັ້ງປະຕິບັດກ່ຽວກັບມາດຕະການຕ່າງໆໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະສພເໝີສະຫຼອງປີໃໝ່ລາວ ໂດຍໃສ່ອີງໃສ່ສະພາບການລະບາດຕົວຈີງຂອງແຕ່ລະບ່ອນ.