ໄດ້ແລ້ວຜູ້ຊະນະການແຂ່ງຂັນສືມີແຮງງານ ສາຂາລົດຍົນ 2022 ຈິດຕະພົງ ປັນຍານຸວົງ

189

ສຳລັບງານມະຫາກຳສົ່ງເສີມສືມີແຮງງານລາວ 2022 ທີ່ຈັດຂຶ້ນຢູ່ສູນການຄ້າວຽງຈັນເຊັນເຕີ ເຊິ່ງເລີ່ມຕັ້ງແຕ່ວັນທີ 16-20 ມີນາ 2022 ງານດັ່ງກ່າວ ແມ່ນມີຈຸດປະສົງຫຼັກສຳລັບໃຜທີ່ກຳລັງຊອກວຽກເຮັດງານທຳ ຫຼື ຜູ້ທີ່ກຳລັງວ່າງງານ, ຕ້ອງການຊອກຫາປະສົບການໃໝ່ໃຫ້ຕົນເອງ ກໍ່ຈະເປັນທາງເລືອກທີ່ດີ ເນື່ອງຈາກມີຫຼາຍບໍລິສັດ ຫຼາຍຕຳແໜ່ງງານລໍຖ້າຄົນທີ່ສະແຫວງຫາໂອກາດການເຮັດວຽກຢູ່.


ພາຍໃນງານບໍ່ພຽງເປັນການເປີດໂອກາດການພົບພໍ້ກັນລະຫວ່າງຜູ້ຈ້າງງານ ແລະຜູ້ຕ້ອງການມີວຽກເຮັດງານທຳເທົ່ານັ້ນ ແຕ່ຍັງມີຫຼາຍກິດຈະກຳ ໂດຍສະເພາະ ການແຂ່ງຂັນສີມືແຮງງານ ສາຂາລົດຍົນ ເຊິ່ງເປັນເວທີການວັດຄວາມຮູ້ຄວາມສາມາດຂອງບັນດານ້ອງໆນັກສຶກສາກ່ອນຈະອອກໄປປະກອບອາຊີບ ທັງເປັນການປະກອບໃບເບີກທາງທີ່ຢັ້ງຢືນເຖິງຄວາມສາມາດຂອງຕົວຊ່າງເອງໃນການປະອາຊີບຕໍ່ໄປໃນພາຍໜ້າ.


ສຳລັບການແຂ່ງຂັນສີມືແຮງງານ ສາຂາລົດຍົນແມ່ນຈັດຂຶ້ນໂດຍ ບໍລິສັດໂຄລາວ ໃນຮອບທຳອິດແມ່ນມີ 50 ຄົນເຂົ້າແຂ່ງຂັນ ແລະ ຄັດມາເຫຼືອ 16 ແລະ ໃນວັນທີ 18 ມີນາ ທີ່ຜ່ານມາ ແມ່ນມີການຄັດເຫຼືອພຽງ 10 ຄົນສຸດທ້າຍ ເພື່ອເຂົ້າຮອບຊິງຊະນະເລີດໃນວັນທີ 19 ມີນາ 2022.

ສຳລັບ 10 ຄົນສຸດທ້າຍທີ່ຜ່ານເຂົ້າມາ ກໍ່ລ້ວນແລ້ວແຕ່ເປັນຄົນທີ່ມີສືມືກັນທັງນັ້ນ ເຊິ່ງນ້ອງໆທັງ 10 ຄົນແມ່ນມາຈາກ ວິທະຍາໄລເຕັກນິກປາກປ່າສັກ ແລະ ວິທະຍາໄລ ລາວເຢຍລະມັນ. ສຳລັບຄະນະກຳມະການຕັດສິນແມ່ນມາຈາກທັງສອງສະຖາບັນ ແລະ ພະນັກງານໃນບໍລິສັດໂຄລາວເອງ.


ຜົນການຕັດສິນກໍ່ໄດ້ອອກມາແລ້ວແມ່ນ ທ້າວ ຈິດຕະພົງ ປັນຍານຸວົງ ໄດ້ຮັບລາງວັນຊະນະເລີດ ກໍ່ຈະໄດ້ຮັບໂລ້ລາງວັນ ແລະ ເງິນສົດມູນຄ່າ 3.000.000 ກີບ ພ້ອມໃບຢັ້ງຢືນຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ໂອກາດຮ່ວມເຮັດວຽກກັບກຸ່ມບໍລິສັດໂຄລາວ.


ລາງວັນທີ 2 ໄດ້ແກ່ທ້າວ ວິກກີ້ ວົງໄພໂລດ ໄດ້ຮັບລາງວັນ ໂລ້ລາງວັນ ແລະ ເງິນສົດມູນຄ່າ 2.000.000 ກີບພ້ອມໃບຢັ້ງຢືນຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ໂອກາດຮ່ວມເຮັດວຽກກັບກຸ່ມບໍລິສັດໂຄລາວ.


ລາງວັນທີ 3 ໄດ້ແກ່ທ້າວ ແຫວນເພັດ ພົມມະຈັນ ໄດ້ຮັບໂລ້ລາງວັນ ແລະ ເງິນສົດມູນຄ່າ 1.000.000 ກີບ ພ້ອມໃບຢັ້ງຢືນຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ໂອກາດຮ່ວມເຮັດວຽກກັບກຸ່ມບໍລິສັດໂຄລາວ.


ພ້ອມນີ້ກໍ່ຍັງມີລາງວັນຊົມເຊີຍອີກ 7 ລາງວັນ ຈະໄດ້ຮັບລາງວັນມູນຄ່າ 300.000 ກີບຕໍ່ຄົນ ພ້ອມໃບຢັ້ງຢືນຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ໂອກາດຮ່ວມເຮັດວຽກກັບກຸ່ມບໍລິສັດໂຄລາວ.