IMF ຄາດ ການຂວ້ຳບາດຕໍ່ຣັດເຊຍ ຈະບໍ່ເກີດວິກິດການເງິນໂລກ

77

ສຳນັກຂ່າວ CBS ລາຍງານວ່າ ທ່ານ ນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການກອງທຶນການເງິນລະຫວ່າງປະເທດ ( IMF ) ກ່າວວ່າ: ມາດຕະການຂວ້ຳບາດຕໍ່ຣັດເຊຍ ຈະບໍ່ນຳໄປສູ່ວິກິດການເງິນໂລກ ແຕ່ຈະສົ່ງຜົນກະທົບຢ່າງຮຸນແຮງຕໍ່ລະບົບເສດຖະກິດຂອງຣັດເຊຍ ເຊິ່ງເຮັດໃຫ້ເສດຖະກິດຣັດເຊຍທົດຖອຍໃນປີນີ້.


ຜູ້ອຳນວຍການ IMF ລະບຸວ່າ: ຄວາມຂັດແຍ່ງລະຫວ່າງຣັດເຊຍ ກັບ ອູແກນ ແລະ ມາດຕະການຂວໍ້າບາດຂອງປະເທດຕາເວັນຕົກທີ່ນຳໂດຍສະຫະລັດອາເມຣິກາ ຈະສ້າງແຮງກົດດັນໃຫ້ແກ່ປະເທດເພື່ອນບ້ານໃກ້ຄຽງທີ່ເພິ່ງພາພະລັງງານຈາກຣັດເຊຍ.
ແນວໃດກໍຕາມ, ຖ້າຫາກວ່າ ຣັດເຊຍຜິດຊຳລະໜີ້ກໍຈະຍັງບໍ່ກໍ່ໃຫ້ເກີດວິກິດການດ້ານການເງິນໂລກ, ທັງນີ້ຈຳນວນເງິນທີ່ກ່ຽວຂ້ອງກັບທະນາຄານຂອງຣັດເຊຍ ມີປະມານ 1,2 ແສນລ້ານໂດລາສະຫະລັດ ເຖິງວ່າເປັນຈຳນວນມະຫາສານ ແຕ່ຄາດວ່າຈະບໍ່ສົ່ງຜົນກະທົບທີ່ຮຸນແຮງຕໍ່ລະບົບການເງິນໂລກໂດຍລວມ.

ທັງນີ້, ໄອເອັມເອັຟ ອາດຈະປັບຫຼຸດຄາດການເສດຖະກິດໂລກໃນປີນີ້ ເນື່ອງຈາກວ່າໄດ້ຮັບຜົນກະທົບຈາກຄວາມຂັດແຍ່ງ ແລະ ມາດຕະການຂວ້ຳບາດຕໍ່ຣັດເຊຍ ແຕ່ໄອເອັມເອັຟ ຄາດການວ່າເສດຖະກິດໂລກຍັງຈະເດີນໜ້າໄປໃນທິດທາງບວກ.

ດ້ານກະຊວງການເງິນຂອງຣັດເຊຍ ເປີດເຜີຍວ່າ: ໄດ້ອະນຸມັດການຊຳລະໜີ້ເປັນເງິນຕາຕ່າງປະເທດ, ພ້ອມເຕືອນວ່າການຊຳລະໜີ້ອາດຊຳລະເປັນສະກຸນເງິນຣູເບີ້ລ ຫາກມາດຕະການຂວ້ຳບາດສົ່ງຜົນກະທົບຕໍ່ຄວາມສາມາດໃນການຊຳລະໜີ້ຂອງຣັດເຊຍ.
ກະຊວງການເງິນຂອງຣັດເຊຍ ຍັງອອກຖະແຫຼງການເມື່ອວັນທີ 14 ມີນາຜ່ານມາວ່າ: ຣັດເຊຍມີເງິນພຽງພໍໃນການຊຳລະໜີ້, ພ້ອມທັງວິພາກວິຈານການຂວ້ຳບາດຂອງປະເທດຕາເວັນຕົກຕໍ່ຣັດເຊຍທີ່ສັ່ງອາຍັດບັນຊີເງິນຝາກຢູ່ຕ່າງປະເທດຂອງລັດຖະບານ ແລະ ທະນາຄານກາງຂອງຣັດເຊຍ ວ່າເປັນຄວາມຕັ້ງໃຈທີ່ຈະໃຫ້ເກີດການຜິດນັດຊຳລະໜີ້ໂດຍເຈຕະນາ.