ຮູ້ຫຼືບໍ່ ໝາກສີດາມີສັບພະຄຸນເຮັດດີຕໍ່ຮ່າງກາຍ ແລະ ຜິວພັນ

198

ເວົ້າເລື່ອງຄວາມງາມ ກໍມີຫຼາຍວິທີ, ຫຼາຍໆຜະລິດຕະພັນ ໃນການຊ່ວຍເບິ່ງແຍງສຸຂະພາບ ແລະ ຜິວພັນຂອງຄົນເຮົາ ບໍ່ວ່າຈະເປັນຄຣີມບໍາລຸງ, ອາຫານການກິນ, ການອອກກໍາລັງກາຍ, ນໍ້າ, ຜັກ, ໝາກໄມ້ຕ່າງໆ

ເຊິ່ງມື້ນີ້ຈະມາແນະນໍາ ສີດາ ທີ່ເປັນໝາກໄມ້ ນິຍົມໃຊ້ເປັນເຄື່ອງສຳອາງທາຜິວໜ້າ ໂດຍທີ່ນວນຂອງມັນມີ ໂພແທັດຊຽມ, ນຳ້ຕານ ແລະ ກົດອະມີໂນ ທີ່ສາມາດດຶງນຳ້ໃຫ້ຢູ່ໃນຊັ້ນເທິງຂອງຜົວໜ້າ ເຮັດໃຫ້ຜິວພັນຊຸ່ມ ແລະນຽນໃສ.

ນອກຈາກນີ້ ສີດາ ຍັງມີວິຕາມິນສູງ ແລະສິ່ງສຳຄັນແມ່ນມີ ວິຕາມິນ B2 ທີ່ຊ່ວຍສ້ອມແຊມ ແລະການຈະເລີນເຕີບໂຕຂອງຈຸລັງໃຫ້ແຂງແຮງ ແລະມີວິຕາມິນ B5 ທີ່ຊ່ວຍປ້ອງກັນຜິວໜ້າບໍ່ໃຫ້ຖືກທຳຮ້າຍຈາກອະນຸມູນອິດສະຫຼະ.

ວິທີກິນ ໃຫ້ເຮົາກຽມສີດາ: ເລືອກໜ່ວຍສົດ ແລະບໍ່ສຸກຫຼາຍເກີນໄປ, ລ້າງສີດາໃຫ້ສະອາດ ເອົາສະເພາະສ່ວນທີ່ເປັນນວນ ບໍ່ໃຊ້ແກ່ນ, ຄວນຫັ່ນເປັນຊັ້ນນ້ອຍໆ ກ່ອນປັ່ນ ແລະຕ້ອງຕື່ມນໍ້າສະອາດລົງໄປຈຳນວນນຶ່ງທຸກຄັ້ງໃນການປັ່ນ ເພາະສີດາມີນໍ້າໜ້ອຍ.

ວິທີໃຊ້: ນວນສີດາຫັ່ນເປັນຕ່ອນນ້ອຍໆ 1 ຖ້ວຍນ້ອຍ, ນໍ້າ 1/2 ຖ້ວຍນໍ້າ, ນໍ້າເຜິ້ງ 1/4 ຖ້ວຍນ້ອຍ ປັ່ນຈົນເປັນເນື້ອຄີມ ນຳມາພອກໜ້າ ປະໄວ້ 10-20 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ. ເຮັດແບບນີ້ທຸກມື້ກ່ອນເຂົ້ານອນ ໜ້າຈະສົດໃສ ແລະນຽນໃສຂຶ້ນ.

ຂໍ້ມູນຈາກ: ສາລະໜ້າຮູ້ Salanarhoo