ຈີນ ເປັນຕະຫຼາດສົ່ງອອກເຄື່ອງໄຟຟ້າ-ດີຈີຕອນ ລາຍໃຫຍ່ຂອງເຢຍລະມັນ

66

ສຳນັກຂ່າວຊິນຮວາລາຍງານວ່າ ສະມາຄົມອຸດສາຫະກຳໄຟຟ້າ ແລະ ດີຈີຕອນ ຂອງເຢຍລະມັນ ເປີດເຜີຍວ່າ: ຈີນ ຍັງສືບຕໍ່ເປັນປະເທດສົ່ງອອກຂະໜາດໃຫຍ່ສຸດ ສຳລັບອຸດສາຫະກຳໄຟຟ້າ ແລະ ດີຈີຕອນຂອງເຢຍລະມັນ ໂດຍຍອດສົ່ງອອກໄປຈີນໃນປີ 2021 ບັນລຸ 25,1 ຕື້ເອີໂຣ, ເພີ່ມຂຶ້ນ 7,5%, ຮອງລົງມາແມ່ນ ສະຫະລັດອາເມຣິກາ 19,1 ຕື້ເອີໂຣ ເພີ່ມຂຶ້ນ 10,2%.

ຍອດການສົ່ງອອກ ສິນຄ້າ ດັ່ງກ່າວ ລວມມູນຄ່າ 224 ຕື້ເອີໂຣ ໃນປີ 2021 ເປັນຕົວເລກສູງກວ່າ ກ່ອນໄລຍະເກີດວິກິດໂຄວິດ ໃນປີ 2019 ປະມານ 4,6%, ສ່ວນການສົ່ງອອກສິນຄ້າ ໄປຍັງ ກຸ່ມປະເທດເອີຣົບ ໄດ້ຟື້ນຕົວຂຶ້ນຢ່າງເຂັ້ມແຂງ ລວມມີ 144 ຕື້ເອີໂຣ, ເພີ່ມຂຶ້ນ 11,4%. ໃນຂະນະທີ່ ການສົ່ງອອກສິນຄ້າ ໄປຍັງ ອາຊີ 49,4 ຕື້ເອີໂຣ ເພີ່ມຂຶ້ນ 7,1%.

ຂໍ້ມູນຂອງສຳນັກງານ Destatis ຂອງເຢຍລະມັນ ລະບຸວ່າ: ລາຍໄດ້ ຈາກການຄ້າ ລະຫວ່າງ ປະເທດ ທັງໝົດ ລະຫວ່າງ ເຢຍລະມັນ ແລະ ຈີນ ລວມມີ 2,45 ແສນລ້ານ ເອີໂຣ ເພີ່ມຂຶ້ນ 15,1% ເມື່ອທຽບໃສ່ ປີຕໍ່ປີ. ຈີນ ເປັນຄູ່ການຄ້າ ສຳຄັນທີ່ສຸດ ຂອງ ເຢຍລະມັນຕິດຕໍ່ກັນເປັນປີທີ 6 ແລ້ວ.