WHO ໃຫ້ ສ.ເກົາຫຼີ ເປັນສູນຝຶກອົບຮົມ ຕ້ານໂຄວິດ ແຫ່ງທີ 2 ຂອງໂລກ

68

ສຳນັກຂ່າວຣອຍເຕີລາຍງານເມື່ອວັນທີ 23 ກຸມພາຜ່ານມາວ່າ ອົງການອະນາໄມໂລກ (WHO) ເປີດເຜີຍວ່າ ໄດ້ສ້າງຕັ້ງສູນຝຶກອົບຮົມຢູ່ ສາທາລະນະລັດເກົາຫຼີ ເພື່ອເປັນສູນຝຶກອົບຮົມໃຫ້ບຸກຄະລາກອນຂອງບໍລິສັດຜູ້ຜະລິດຢາ ແລະ ບຸກຄະລາກອນທາງການແພດຈາກກຸ່ມປະເທດທີ່ມີລາຍໄດ້ຕ່ຳ ຫາ ປານກາງ ໃຫ້ສາມາດຜະລິດວັກຊີນຕ້ານໂຄວິດ-19 ໄດ້ດ້ວຍຕົນເອງ ລວມທັງວິທີປິ່ນປົວຜູ້ຕິດເຊື້ອໂຄວິດ, ພ້ອມກຽມຂະຫຍາຍອອກໄປອີກ 5 ປະເທດທົ່ວໂລກ.

ສູນຝຶກອົບຮົມແຫ່ງໃໝ່ນີ້ ສ້າງຕັ້ງຂຶ້ນ ພາຍຫຼັງທີ່ອົງການອະນາໄມໂລກ ສ້າງຕັ້ງສູນຖ່າຍທອດເຕັກໂນໂລຊີ ທີ່ອາຟຣິກກາໃຕ້ ເພື່ອເປັນສູນຝຶກອົບຮົມໃຫ້ບຸກຄະລາກອນບໍລິສັດຢາ ຈາກກຸ່ມປະເທດທີ່ມີລາຍໄດ້ຕ່ຳ ຫາ ປານກາງໄດ້ຮຽນຮູ້ວິທີການຜະລິດວັກຊີນປ້ອງກັນໂຄວິດ-19 ໂດຍນຳໃຊ້ເຕັກຖໂນໂລຊີສາຍພັນທຸກຳ ຫຼື mRNA.

ທ່ານ ດຣ. ທີໂດຣສ ອັກຮານອມ ກິບຣີເຢຊູສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ກ່າວວ່າ: ສູນແຫ່ງໃໝ່ທີ່ ສາທາລະນະລັດເກົາຫຼີ ຈະໃຊ້ເປັນບ່ອນຝຶກອົບຮົມແກ່ບຸກຄະລາກອນຈາກທຸກປະເທດທີ່ມີຈຸດປະສົງຜະລິດຢາ ເຊັ່ນ: ວັກຊີນ, ອິນຊູລິນ ແລະ ແອນຕີບໍດີທີ່ສ້າງຈາກເມັດເລືອດຂາວ.

ທ່ານ ດຣ. ທີໂດຣສ ກ່າວອີກວ່າ: 5 ປະເທດ ປະກອບດ້ວຍ ບັງກະລາເທດ, ອິນໂດເນເຊຍ, ປາກິດສະຖານ, ເຊີເບຍ ແລະ ຫວຽດນາມ ຈະໄດ້ຮັບການສະໜັບສະໜູນຈາກສູນຖ່າຍທອດເຕັກໂນໂລຊີ mRNA ຈາກປະເທດອາຟຣິກກາໃຕ້.