ສີລັງກາ ກຽມເຈລະຈາກັບ IMF ຫຼັງປະເຊີນວິກິດເສດຖະກິດ

32

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ຣາເມຊ ປາຕິຣານາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການເພາະປູກຂອງສີລັງກາ ກ່າວວ່າ: ລັດຖະບານສີລັງກາຈະປຶກສາຫາລືກັບກອງທຶນການເງິນລະຫວ່າງປະເທດ (IMF) ແລະ ອົງກອນໃຫ້ເງິນກູ້ຢືມລະດັບພະຫຸພາຄີອື່ນໆ ໂດຍສະເພາະທະນາຄານພັດທະນາອາຊີ ເພື່ອກູ້ຢືມເງິນມາແກ້ໄຂບັນຫາເສດກຖະກິດຂອງປະເທດ.

ທັງນີ້ ຄັງສຳຮອງເງິນຕາຕ່າງປະເທດຂອງສີລັງກາໄດ້ຫຼຸດລົງສູ່ລະດັບຕ່ຳຢູ່ທີ່ປະມານ 2,36 ພັນລ້ານໂດລາສະຫະລັດ, ສົ່ງຜົນກະທົບຕໍ່ການນຳເຂົ້າສິນຄ້າ, ອີກທັງອັດຕາເງິນເຟີ້ກໍເພີ່ມສູງຂຶ້ນ, ນອກຈາກນີ້ ລັດຖະບານສີລັງກາຈະຕ້ອງໄດ້ຊຳລະໜີ້ກັບຕ່າງປະເທດຈຳນວນ 4 ພັນລ້ານໂດລາພາຍໃນປີນີ້. ໃນຂະນະດຽວກັນນັກເສດຖະສາດ ແລະ ພັກຝ່າຍຄ້ານຂອງສີລັງກາຍັງສະເໜີໃຫ້ລັດຖະບານຂໍການຊ່ວຍເຫຼືອຈາກ IMF ເພື່ອແກ້ໄຂບັນຫາເສດຖະກິດຂອງປະເທດ.

ນອກຈາກນີ້ ສະມາຊິກສະພາຈາກພັກຝ່າຍຄ້ານຍັງຮຽກຮ້ອງໃຫ້ລັດຖະບານເປີດເຜີຍຕໍ່ລັດຖະສະພາ ເລື່ອງທີ່ IMF ຈະປະເມີນສະຖານະການດ້ານການເງິນ ແລະ ເສດຖະກິດຂອງສີລັງກາໃນໄວໆນີ້ ເຊິ່ງເປັນສ່ວນໜຶ່ງຂອງການປຶກສາຫາລືຂອງ IMF ກັບປະເທດສະມາຊິກ (Article IV Consultation) ທີ່ມີຂຶ້ນເປັນປະຈຳໃນທຸກໆປີ.