ໂອມີຄຣອນ ມີອັດຕາເສຍຊີວິດ ໜ້ອຍກວ່າເດລຕາເກືອບ75%

27

ສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດຂອງ ສາລະນະລັດເກົາຫຼື (KDCA) ເປີດເຜີຍຜົນການສຶກສາກັບຜູ້ຕິດເຊື້ອພະຍາດໂຄວິດ-19 ໂດຍໃຊ້ກຸ່ມຕົວຢ່າງປະມານ 67.200 ຄົນ ຕັ້ງແຕ່ ເດືອນທັນວາ ປີຜ່ານມາ, ຜົນການສຶກສາພົບວ່າ ຜູ້ຕິດເຊື້ອ ສາຍພັນໂອມີຄຣອນ ມີອັດຕາການເຈັບຮຸນແຮງ (ອາການຮຸນແຮງ) 0,38% ແລະ ມີອັດຕາການເສຍຊີວິດ 0,18%, ຂະນະທີ່ ຜູ້ຕິດເຊື້ອ ສາຍພັນເດລຕາ ມີອັດຕາເຈັບປ່ວຍຮຸນແຮງ 1,4% ແລະ ມີອັດຕາການເສຍຊີວິດ 0,7%. ດັ່ງນັ້ນ ເມື່ອປຽນທຽບກັນແລ້ວ ຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອມີຄຣອນ ຈະມີອາການຮຸນແຮງ ຫຼື ເສຍຊີວິດ ໜ້ອຍກວ່າ ສາຍພັນເດລຕາ ເກືອບ 75%.

ຜົນການສຶກສາ ຍັງລະບຸວ່າ ໃນໄລຍະ 5 ອາທິດ ທີ່ຜ່ານມາ ມີຜູ້ເສຍຊີວິດຈາກໂຄວິດ-19 ທັງໝົດ 1.073 ຄົນ, ໃນນີ້ 56% ເປັນຜູ້ທີ່ຍັງບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ ຫຼື ສັກວັກຊີນເຂັມທຳອິດ ແລະ ມີຜູ້ເສຍຊີວິດ ທີ່ມີອາຍຸ 60 ປີຂຶ້ນໄປ ກວມເອົາຫຼາຍກວ່າ 94% ຂອງຜູ້ເສຍຊີວິດ ທັງໝົດ.

ຂະນະທີ່ ສ.ເກົາຫຼີ ມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ 99.444 ຄົນ ຫຼຸດລົງ ຈາກອາທິດກ່ອນທີ່ສ້າງສະຖິຕິ ເກີນ 1 ແສນຄົນ ເຮັດໃຫ້ ສ.ເກົາຫຼີ ມີຍອດຜູ້ຕິດເຊື້ອສະສົມ ກວ່າ 2,1 ລ້ານຄົນ ແລະ ເສຍຊີວິດ 7.500 ກວ່າຄົນ. ປັດຈຸບັນ ສ.ເກົາຫຼີ ມີປະຊາຊົນໄດ້ຮັບການສັກວັກຊີນ ຄົບໂດສ 86% ແລະ ສັກເຂັມກະຕຸ້ນ ເກືອບ 60% ຈາກປະຊາກອນ ທັງໝົດປະມານ 52 ລ້ານຄົນ.