ປາກິດສະຖານ ເລັ່ງປູກຕົ້ນໄມ້ ຫຼາຍກວ່າ 540 ລ້ານຕົ້ນ

75

ສຳນັກຂ່າວຊິນຮວາລາຍງານວ່າ ທ່ານ ມາລິກ ອາມິນ ອັສລາມ ລັດຖະມົນຕີກະຊວງການປ່ຽນແປງສະພາບພູມີອາກາດ ຂອງ ປາກິດສະຖານ ຖະແຫຼງວ່າ: ປາກິດສະຖານໄດ້ຕັ້ງເປົ້າ ປູກຕົ້ນໄມ້ໃນໄລຍະລະດູໃບໄມ້ປົ່ງນີ້ ຫຼາຍກວ່າ 540 ລ້ານຕົ້ນ ເພື່ອຮັບມື ກັບບັນຫາສິ່ງແວດລ້ອມ ແລະ ການປ່ຽນແປງສະພາບດິນຟ້າອາກາດ.

ທ່ານກ່າວວ່າ ການເລັ່ງ ປູກຕົ້ນໄມ້ ໃນໄລຍະລະດູໃບໄມ້ປົ່ງ ໃນລະຫວ່າງເດືອນກຸມພາ ຫາ ເດືອນເມສາ ໂດຍເລີ່ມຕົ້ນແຕ່ ວັນທີ 22 ກຸມພາ ພາຍໃຕ້ ໂຄງການສືນາມິຕົ້ນໄມ້ໝື່ນລ້ານຕົ້ນ (Ten Billion Tree Tsunami) ຂອງປະເທດ “ ຂອງລະດູການໃບໄມ້ປົ່ງໃນໄລຍະ 3 ເດືອນ (ເດືອນກຸມພາ-ເມສາ) ຫວັງປູກຕົ້ນໄມ້ ໃນຂອບເຂດທົ່ວປະເທດໃຫ້ໄດ້ຫຼາຍທີ່ສຸດເປັນປະຫວັດການ ເພື່ອຮັບມືກັບບັນຫາສິ່ງແວດລ້ອມ ແລະ ການປ່ຽນແປງສະພາບດິນຟ້າອາກາດ, ພ້ອມກັນນັ້ນຍັງເນັ້ນໜັກວ່າ ຈະມີການ ກຳນົດຍຸດທະສາດຕ່າງໆ ຄາດວ່າປະຊາຊົນປາກິດສະຖານ ຈະເຂົ້າຮ່ວມໃນໂຄງການດັ່ງກ່າວ.

ປາກິດສະຖານ ເປັນປະເທດໜຶ່ງ ທີ່ມີ ຄວາມສ່ຽງຕໍ່ການປ່ຽນແປງສະພາບດິນຟ້າອາກາດໃນລະດັບສູງ.