ຄາດ ການສົ່ງອອກ ອັນຍາມະນີ-ເຄື່ອງປະດັບຂອງອິນເດຍຈະທະລຸ 40 ຕື້ໂດລາ

51

ສຳນັກຂ່າວຊິນຮວາລາຍງານວ່າ ທ່ານ ໄພຢຸດ ໂກຢັດ ລັດຖະມົນຕີກະຊວງ ອຸດສາຫະກຳ ການຄ້າ ອິນເດຍ ກ່າວໃນລະຫວ່າງເຂົ້າຮ່ວມພິທີ ເປີດມະຫະກຳອິນເດຍ ອິນເຕີເນຊັນນັລ ເຈີເວລຣີ ໂຊ ຊິກເນເຈີຣ໌ (India International Jewellery Show Signature) ປະຈຳ ປີ 2022 ວ່າ: ອຸດສາຫະກຳອັນຍະມະນີ ແລະ ເຄື່ອງປະດັບໄດ້ປະກອບສ່ວນສຳຄັນເຂົ້າໃນລະບົບເສດຖະກິດຂອງອິນເດຍ ເຊິ່ງຂະແໜງການດັ່ງກ່າວນີ້ ເຕີບໂຕ 6,5% ເມື່ອທຽບໃສ່ກ່ອນເກີດການລະບາດຂອງພະຍາດໂຄວິດ-19 ແລະ ຄາດວ່າ ໃນປີ 2022 ນີ້ ອຸດສາຫະກຳອັນຍະມະນີ ແລະ ເຄື່ອງປະດັບ ຂອງອິນເດຍຈະ ສາມາດສົ່ງອອກທະລຸ 40 ຕື້ໂດລາສະຫະລັດ.

ທ່ານ ກ່າວອີກວ່າ: ອຸດສາຫະກຳອັນຍະມະນີ ແລະ ເຄື່ອງປະດັບຂອງອິນເດຍ ໄດ້ປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນ ພາຍໃນ (ຈີດີພີ) ຂອງ ອິນເດຍ ປະມານ 7% ແລະ ສ້າງວຽກເຮັດ ງານທຳຫລາຍກວ່າ 50 ພັນຕຳແໜ່ງ, ສ່ວນມະຫະກຳ India International Jewellery Show Signature ຄັ້ງນີ້ ມີຜູ້ປະກອບການ ຫ້າງຮ້ານຕ່າງໆ ເຂົ້າຮ່ວມວາງສະແດງຫລາຍກວ່າ 1.450 ຮ້ານ , ສາມາດດຶງດູດຜູ້ເຂົ້າຮ່ວມ ທີ່ລົງທະບຽນລ່ວງໜ້າ ຫລາຍກວ່າ 14.000 ຄົນ.