ອົດສະຕຣາລີ ເປີດປະເທດຫວັງ ຟື້ນຟູການທ່ອງທ່ຽວ

37

ສຳນັກຂ່າວຣອຍເຕີລາຍງານໃນວັນທີ 21 ກຸມພາ 2022 ວ່າ ອົດສະຕຣາລີ ໄດ້ເປີດປະເທດຢ່າງເຕັມຮູບແບບ ເພື່ອຕ້ອນຮັບນັກທ່ອງທ່ຽວທີ່ສັກວັກຊີນປ້ອງກັນໂຄວິດ-19 ຄົບ ໂດສແລ້ວ ນັບແຕ່ທີ 21 ກຸມພາ 2022 ເປັນຕົ້ນໄປ ຫວັງຟື້ນຟູການທ່ອງທ່ຽວທີ່ງຽບເຫງົາມາເກືອບ 2 ປີ ຈາກມາດຕະການປິດເມືອງ ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19.

ທ່ານ ແດນ ເຕຮານ ລັດຖະມົນຕີກະຊວງການຄ້າ ການທ່ອງທ່ຽວ ແລະ ການລົງທຶນຂອງອົດສະຕຣາລີ ກ່າວວ່າ: ໃນວັນທີ 21 ກຸມພາ ຈະມີຖ້ຽວບິນຢ່າງໜ້ອຍ 50 ຖ້ຽວ ນຳນັກທ່ອງທ່ຽວເຂົ້າມາໃນອົດສະຕຣາລີ ແລະ ພາຍໃນອາທິດນີ້ ທຸລະກິດທ່ອງທ່ຽວຂອງອົດສະຕຣາລີ ຈະເລີ່ມກັບມາຄຶກຄັກອີກຄັ້ງ ຫຼັງຈາກທີ່ສາຍການບິນ ແຄວນຕັສ ມີແຜນນຳນັກທ່ອງທ່ຽວຈາກທົ່ວໂລກຈຳນວນ 14 ພັນຄົນເຂົ້າມາຍັງອົດສະຕຣາລີ.

ທາງດ້ານສະພາການທ່ອງທ່ຽວແຫ່ງອົດສະຕຣາລີ (ATEC) ເປີດເຜີຍວ່າ: ວັນນີ້ ເປັນວັນສຳຄັນຂອງອຸດສາຫະກຳອົດສະຕຣາລີ ແລະ ທີ່ສຳຄັນທີ່ສຸດກໍຄືການເປີດປະເທດ ຈະເຮັດໃຫ້ການທ່ອງທ່ຽວອົດສະ ຕຣາລີ ກັບມາຄຶກຄັກອີກຄັ້ງ.

ທັງນີ້ ອຸດສາຫະກຳການທ່ອງທ່ຽວໄດ້ປະກອບສ່ວນສຳຄັນເຂົ້າໃນລະບົບເສດຖະກິດຂອງອົດສະຕຣາລີ ໂດຍກ່ອນເກີດການລະບາດຂອງພະຍາດໂຄວິດ ອົດສະຕຣາລີມີລາຍໄດ້ຈາກການທ່ອງທ່ຽວປະມານ 60 ຕື້ໂດລາອົດສະຕຣາລີຕໍ່ປີ ຫຼື ປະມານ 43 ຕື້ໂດລາສະຫະລັດ ແລະ ມີການຈ້າງງານຄິດເປັນ 5% ຂອງແຮງງານທັງໝົດໃນອົດສະຕຣາລີ, ແຕ່ພາກການທ່ອງທ່ຽວໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຫຼັງຈາກລັດຖະບານອອກມາດຕະການປິດປະເທດ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ເດືອນມີນາ 2020 ເປັນຕົ້ນມາ.

ທັງນີ້ ການແຜ່ລະບາດຂອງສາຍພັນໂອມີຄຣອນຢູ່ອົດສະ ຕຣາລີໄດ້ຜ່ານຈຸດສູງສຸດໄປແລ້ວ ໂດຍມີຜູ້ຕິດເຊື້ອຫຼຸດລົງຢ່າງຕໍ່ເນື່ອງຕະຫຼອດ 3 ອາທິດຜ່ານມາ, ຂະນະທີ່ຜູ້ຕິດເຊື້ອສະສົມຢູ່ທີ່ປະມານ 2,7 ລ້ານກວ່າຄົນ ແລະ ມີຜູ້ເສຍຊີວິດ 4.913 ຄົນ.