ການຄ້າໂລກ ອາດຈະຂະຫຍາຍຕົວຊ້າລົງ

66

ສຳນັກຂ່າວຕ່າງປະເທດລາຍງານວ່າ ກອງປະຊຸມສະຫະປະຊາຊາດທາງການຄ້າ ແລະ ພັດທະນາ (UNCTAD) ໄດ້ປະກາດບົດລາຍງານສະບັບຫຼ້າສຸດລະບຸວ່າ ມູນຄ່າການຄ້າທົ່ວໂລກໄດ້ເພີ່ມຂຶ້ນໃນໄຕມາດ 4/2021 ແຕ່ຄາດວ່າ ຈະຂະຫຍາຍຕົວຊ້າລົງໃນໄຕມາດ 1/2022.

ສຳລັບ ປີ 2021, ມູນຄ່າການຄ້າທົ່ວໂລກສູງເປັນສະຖິຕິໃໝ່ບັນລຸ 28.500 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນປະມານ 25% ເມື່ອທຽບໃສ່ປີ 2020 ແລະ ເພີ່ມຂຶ້ນປະມານ 13% ເມື່ອທຽບໃສ່ໄລຍະກ່ອນເກີດການລະບາດຂອງພະຍາດໂຄວິດ-19. ການເຕີບໂຕຂອງການຄ້າທົ່ວໂລກໃນໄລຍະ 6 ເດືອນທຳອິດຂອງປີ 2021 ຖືວ່າ ຍັງບໍ່ສູງ ແຕ່ໄລຍະ 6 ເດືອນທ້າຍປີ 2021 ການເຕີບໂຕ ມີທ່າອ່ຽງ ສູງຂຶ້ນຢ່າງຕັ້ງໜ້າ ເນື່ອງຈາກລາຄາສິນຄ້າເພີ່ມຂຶ້ນ, ໃນຂະນະທີ່ ຫຼາຍປະເທດໄດ້ຜ່ອນຜັນມາດຕະການຄວບຄຸມໂຄວິດ-19, ບວກກັບຄວາມຕ້ອງການໄດ້ຟື້ນຕົວຢ່າງແຮງ ເນື່ອງຈາກລັດຖະບານຂອງຫຼາຍປະເທດໄດ້ອອກມາດຕະການກະຕຸ້ນເສດຖະກິດ. ແນວໃດກໍຕາມ ຄາດວ່າໃນໄຕມາດ 1 ຂອງປີ 2022 ນີ້ ມູນຄ່າການຄ້າທົ່ວໂລກຈະຂະຫຍາຍຕົວຊ້າລົງ ເນື່ອງຈາກລັດຖະບານຂອງຫຼາຍປະເທດໄດ້ຫຼຸດຈຳນວນເງິນກະຕຸ້ນເສດຖະກິດລົງ ບວກກັບບັນຫາການຂົນສົ່ງ ທີ່ກຳລັງປະເຊີນກັບວິກິດການໃນຂະນະນີ້ ຈຶ່ງຄາດວ່າ ການສະໜອງຈະໜ້ອຍລົງ ເຮັດໃຫ້ລາຄາສິນຄ້າ ແລະ ບໍລິການເພີ່ມຂຶ້ນ.