ໂຮງແຮມ ອັງສານາເມຊົງ ບໍລິການຢ່າງມີລະດັບຮັບ 2 ລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງປີ 2021

107

ອັງສານາເມຊົງ ສຸວັນນະພູມ ໜຶ່ງໃນໂຮງແຮມທີ່ເປີດບໍລິການມານານປີ ຢູ່ຫຼວງພະບາງ ສະຖານ ທີ່ ແລະ ການບໍລິການ ມາດຕະຖານລະດັບສາກົນ ຫຼ້າສຸດຮັບ 2 ລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະເພດທຸລະກິດ SME-ລາງວັນດ້ານການປະກອບສ່ວນຕໍ່ສັງຄົມດີເດັ່ນ ແລະ ລາງວັນການພັດທະນາສີມືແຮງງານດີເດັ່ນ ປະຈໍາປີ 2021 ໂດຍພິທີມອບ-ຮັບໄດ້ມີຂຶ້ນໃນວັນທີ 4 ກຸມພາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດມອບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

อาจเป็นรูปภาพของ 2 คน, ผู้คนกำลังยืน และ สถานที่ในร่ม

ທ່ານ ນາງ.ອາລິຈິດ ເພັງສະຫວັນ ຜູ້ຈັດການໂຮງແຮມ ໄດ້ໃຫ້ຮູ້ວ່າ: ເປັນໂຮງແຮມທີ່ມີຄວາມເປັນເອກະລັກສະເພາະຕົວ ມີທັງໝົດ 24 ຫ້ອງ ເປີດບໍລິການໃນວັນ 19 ທັນວາ 2004 ເປັນໂຮງແຮມໃນເຄືອ ບັນຍັນທີ ເຊິ່ງມີທັງໝົດ 48 ໂຮງແຮມທົ່ວໂລກ. “ພວກເຮົາມີຄວາມມຸ່ງໝັ້ນ ໃນການສ້າງແຮງບັນ ດານໃຈ ແລະ ປະສົບການພິດເສດໃຫ້ແກ່ແຂກທີ່ມາພັກ, ປູກຝັງຄວາມພູມໃຈ ແລະ ຄວາມຊື່ສັດໃຫ້ແກ່ພະນັກງານ, ເສີມສ້າງທັງສະພາບແວດລ້ອມທາງກາຍະພາບ ແລະ ສິ່ງຕ່າງໆທີ່ຢູ່ຮອບຕົວເຮົາ”.

อาจเป็นรูปภาพของ สระน้ำ

ໂຮງແຮມ ເມຊົງສຸວັນນະພູມ ໃຫ້ບໍລິການຫ້ອງພັກ, ສະລອຍນໍ້າ, ຫ້ອງສະປາ ເຊິ່ງໄດ້ຮັບລາງວັນສະປາດີເດັ່ນ ຫຼາຍລາງວັນ; ມີບໍລິການຮັບສົ່ງແຂກ, ມີລົດຖີບ ແລະ ອິນເຕີເນັດ ໃຫ້ໃຊ້ຟຣີ; ມີບໍລິການ ພິທີບາສີສູ່ຂວັນໃຫ້ແຂກ, ໃນນັ້ນຫ້ອງອາຫານຍັງໄດ້ເສີບອາຫານທ້ອງຖິ່ນ ໂດຍນໍາໃຊ້ຜະລິດຕະພັນຈາກຊຸມຊົນ ແລະ ຊາວກະສິກອນໃນພື້ນທີ່. ໃນບາງຄໍ່າຄືນຈະມີການສະແດງດົນຕຣີພື້ນເມືອງລາວ ເພື່ອອະນຸລັກວັດທະນະທໍາ ແລະ ຍັງໄດ້ນໍາພາແຂກໄປໃສ່ບາດ ເພື່ອໃຫ້ເຂົາເຈົ້າໄດ້ຮຽນຮູ້ວິຖີຊີວິດຂອງຄົນໃນຊຸມຊົນ, ໂດຍສະເພາະວິຖີຊີວິດຂອງຊາວຫຼວງພະບາງ. ໂຮງແຮມ ເມຊົງສຸວັນນະພູມ ເປັນໂຮງ ແຮມທີ່ໃຫ້ຄວາມເອົາໃຈໃສ່ໃນດ້ານສິ່ງແວດລ້ອມ ແລະ ມີ  ຫຼາຍກິດຈະກໍາໃນການປະກອບສ່ວນເຂົ້າໃນສັງຄົມ ຕາມແນວທາງນະໂຍບາຍຂອງພັກ-ລັດ ໃຫ້ມີການສົ່ງເສີມ ແລະ ພັດທະນາປະເທດຊາດ.

อาจเป็นรูปภาพของ สถานที่ในร่ม

ທ່ານ ໃຫ້ຮູ້ຕື່ມວ່າ: ໂຮງແຮມ ເມຊົງສຸວັນນະພູມ ໄດ້ດໍາເນີນທຸລະກິດ ດ້ວຍຄວາມຮັບຜິດຊອບ ໂດຍມີຫຼັກການ 3 ຂໍ້ຄື: 1. ການອະນຸລັກຊັບພະຍາກອນ, 2.ດູແລສິ່ງແວດລ້ອມ; 3.ເພີ່ມປະສິດທິພາບຂອງຄົນໃນຊຸມຊົນ. ນອກຈາກຫຼັກການ 3 ຂໍ້ຍັງໄດ້ສະໜັບສະໜູນຫຼັກການ 10 ຂໍ້ ຂອງອົງການສະຫະປະຊາຊາດ ກ່ຽວກັບສິດທິມະນຸດ, ແຮງງານ, ສິ່ງແວດລ້ອມ ແລະ ການຕໍ່ຕ້ານການສໍ້ລາດບັງຫລວງ; ທາງໂຮງແຮມໄດ້ມີໂຄງການຕ່າງໆ ທີ່ກ່ຽວຂ້ອງກັບຄວາມຍືນຍົງ ເພື່ອຮັກສາໂລກນີ້ໄວ້ໃຫ້ຄົນຮຸ່ນຫຼັງ ພ້ອມໄດ້ມີກິດຈະກໍາທີ່ມີສ່ວນຮ່ວມກັບແຂກ, ຊຸມຊົນ ແລະ ພະນັກງານເຊັ່ນ:

-ການອະນຸລັກຊັບພະຍາກອນ: ໂດຍມີການຫຼຸດຜ່ອນການໃຊ້ນໍ້າ, ໃຊ້ກະແສໄຟຟ້າ; ຫຼຸດຜ່ອນຂີ້ເຫຍື້ອ; ໃນປີ 2021 ຫ້ອງຄົວໂຮງແຮມໄດ້ຢຸດການໃຊ້ ພລາສ ຕິກຫຸ້ມຫໍ່ອາຫານ; ໃນທີ 2019 ໄດ້ຢຸດການໃຊ້ທໍ່ດູດພລາສຕິກ, ມີການແຍກຂີ້ເຫຍື້ອ ແລະ ຍັງຂາຍຂີ້ເຫຍື້ອຣີໄຊເຄີນ ເພື່ອນໍາທຶນໄປເຮັດຖົງຜ້າໃຫ້ແຂກ ແລະ ພະນັກງານໃຊ້.

– ການເຮັດໃຫ້ຊຸມຊົນເປັນສີຂຽວ: ມີການປູກຕົ້ນໄມ້ 2 ພັນຕົ້ນ ຕໍ່ປີ ໃຫ້ແກ່ຊຸມຊົນ, ຕັ້ງແຕ່ປີ 2007 ຈົນຮອດ 2021 ໂຮງແຮມໄປປູກຕົ້ນໄມ້ໃຫ້ຊຸມຊົນເຊັ່ນ, ໂຮງໝໍ, ໂຮງຮຽນ, ວັດ, ປູກຕາມແຄມຖະໜົນ ແລະ ຕາມໝູ່ບ້ານ ລວມທັງໝົດ 21.100 ຕົ້ນ.

– ໂຄງການ Seedling: ໂຄງການສະໜັບສະໜູນເຍົາວະຊົນຜູ້ດ້ອຍໂອກາດ ໂດຍໃຫ້ທຶນການສຶກສາໃຫ້ເດັກນ້ອຍ ອາຍຸ 12 ປີ ຫາ 18 ປີ; ປັດຈຸບັນມີນັກຮຽນ 2 ຄົນຢູ່ໃນໂຄງການ, ໃນປີ 2021 ນັກຮຽນ 1 ຄົນໄດ້ຈົບການສຶກສາຊັ້ນ ມ7 ແລະ ກໍາລັງຮຽນໃນລະດັບວິຊາຊີບເຊິ່ງທາງໂຮງແຮມຍັງໃຫ້ການສະໜັບສະໜູນ. ຕັ້ງແຕ່ປີ 2017 ໂຮງແຮມ ໄດ້ເຮັດວຽກກັບ ວິທະຍາໄລ ເທັກນິກ ວິຊາຊີບ ຫຼວງພະບາງ ໃນການຮັບເອົານັກຮຽນມາຝຶກງານປະມານ 10 ຄົນ ຕໍ່ປີ

– ການເຮັດໃຫ້ຊຸມຊົນສະອາດ: ຄືການຄືນຄວາມເປັນທໍາມະຊາດ ແລະ ຄວາມສະອາດໃຫ້ຊຸມຊົນ ໂດຍມີເປົ້າໝາຍ ໃນການດໍາເນີນກິດຈະກໍາອະນາໄມຊຸມຊົນ. ທາງໂຮງແຮມໄດ້ມີການຈັດຕັ້ງປະຕິບັດ ເກັບຂີ້ເຫຍື້ອຕາມຕົວເມືອງຫຼວງພະບາງ ຮ່ວມກັບຫ້ອງການບໍລິການຕົວເມືອງ ແລະ ອາສາສະໝັກຈາກຊຸມຊົນ. ໃນປີ 2014 ໄດ້ຈັດຕັ້ງທີມງານອາສາສະໝັກຂຶ້ນ, ແຕ່ລະເດືອນຈະມີອາສາສະໝັກຈາກ ບັນດາໂຮງແຮມ, ຮ້ານອາຫານ, ນັກຮຽນ, ນັກສຶກສາ ແລະ ຄົນໃນຊຸມຊົນເຂົ້າຮ່ວມເຮັດຄວາມສະອາດຕາມຕົວເມືອງ ຫຼວງພະບາງເປັນຈໍານວນຫຼາຍ. ຕັ້ງແຕ່ ປີ 2015 ຈົນ ຮອດ 2021 ໄດ້ນໍາພາອາສາສະໝັກ ໃນຊຸມຊົນ ອະນາໄມຕົວເມືອງທັງໝົດ 60 ຄັ້ງ, ມີຜູ້ເຂົ້າຮ່ວມ 4.186 ເທື່ອຄົນ.

– ການມີສ່ວນຮ່ວມຂອງແຂກ: ເປົ້າໝາຍໃຫ້ແຂກມີສ່ວນຮ່ວມໃນກິດຈະກໍາຂອງໂຮງແຮມ; ກິດຈະກໍາເພື່ອສົ່ງເສີມ ແລະ ອະນຸລັກວັດທະນະທໍາ, ສິ່ງແວດລ້ອມ ແລະ ອື່ນໆ. ໃນປີ 2019 ທາງໂຮງແຮມ ໄດ້ສ້າງໂຮງຮຽນ ໃຫ້ແກ່ບ້ານປາກອູ່ ມູນຄ່າ 15.256,85 ໂດລາ ເປົ້າໝາຍກໍຄື ສ້າງໂຮງຮຽນໃຫ້ນັກຮຽນ 7 ໝູ່ບ້ານ ແລະ ຢາກໃຫ້ນັກຮຽນມີຫ້ອງຮຽນທີ່ດີ. ພ້ອມນັ້ນຍັງມີຫຼາຍກິດຈະກໍາທີ່ເຮັດກັບສັງຄົມ.

อาจเป็นรูปภาพของ 7 คน, ผู้คนกำลังยืน, กลางแจ้ง และ ข้อความพูดว่า "த 30 EARTHCHECK"

ໃນປີ 2020 ທາງໂຮງແຮມ ໄດ້ຮັບລາງວັນທຸລະກິດອາຊຽນ – ການພັດທະນາສີມືແຮງງານ (ASEAN Business Award 2020 on Skills Development) ຈາກປະເທດ ສສ. ຫວຽດນາມ ແລະ ໂຮງແຮມກໍໄດ້ຮັບການຢັ້ງຢືນ ມາດຕະຖານ      ດ້ານ ຄວາມຍືນຍົງ ຂອງ EarthCheck Gold Certified 2020, ເຊິ່ງເປັນແຫ່ງດຽວຢູ່ໃນຫຼວງພະບາງ ແລະ ແຫ່ງດຽວໃນລາວ.

ໃນປີ 2021 ໄດ້ຮັບລາງວັນປະເພດທຸລະກິດ ຂະໜາດນ້ອຍ ແລະ ຂະໜາດກາງດີເດັ່ນ ອາຊຽນ ລາງວັນດ້ານປະກອບສ່ວນໃນການພັດທະນາສັງຄົມ (ASEAN Business Award 2021 – SME CSR Excellence Award) ຈາກປະເທດບຣູໄນ, ລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 ປະເພດທຸລະກິດ SME-ລາງວັນດ້ານປະກອບສ່ວນໃນການພັດທະນາສັງຄົມ ASEAN Business Awards Lao PDR 2021 – SME CSR Excellence Award) ແລະ ປະເພດລາງວັນພິດເສດ – ລາງວັນ ພັດທະນາສີມືແຮງງານດີເດັ່ນ (Skill Development Award).