ອິນເທວ ເປີດຕົວຊິບຂຸດບິດຄອຍ ປະຢັດ ພະລັງງານ ໄວກວ່າກາດຈໍ 1 ພັນເທົ່າ

91

ສຳນັກຂ່າວຣອຍເຕີລາຍງານວ່າ ບໍລິສັດອິນເທວ (Intel) ຜູ້ຜະລິດຊິບລາຍໃຫຍ່ຂອງສະຫະລັດອາເມຣິກາ ໄດ້ເປີດຕົວຊິບລຸ້ນໃໝ່ ທີ່ອອກແບບມາເປັນພິເສດສຳລັບການໃຊ້ງານດ້ານ ບລັອກເຊນ (Blockchain) ເຊັ່ນ ການຂຸດບິດຄອຍ ແລະ ການຂຸດຫຼຽນ NFT ຫຼື ຫຼຽນທີ່ສະແດງສິດໃນສິ່ງໃດໜຶ່ງໂດຍສະເພາະເຈາະຈົງ (Non-Fungible Token).

ລາຍງານລະບຸວ່າ: ຊິບສຳລັບ ຄຣິບໂຕເຄີເຣນຊີ ເຊິ່ງອິນເທວເອີ້ນວ່າ Blockchain Accelerator (ອຸປະກອນເລັ່ງຄວາມໄວ ບລັອກເຊນ) ຈະມີການສົ່ງມອບໃຫ້ແກ່ລູກຄ້າພາຍໃນປີນີ້ ໂດຍບໍລິສັດ Block ໄດ້ມີການສັ່ງຊື້ຊິບລຸ້ນດັ່ງກ່າວລ່ວງໜ້າແລ້ວ ເຊັ່ນດຽວກັນກັບບໍລິສັດ GRIID Infrastructures ເຊິ່ງເປັນບໍລິສັດຂຸດບິດຄອຍ.

ບໍລິສັດອິນເທວເປີດເຜີຍວ່າ: ບໍລິສັດໄດ້ພັດທະນາເຕັກໂນໂລຊີຄອມພິວເຕີທີ່ຊ່ວຍປະຢັດພະລັງງານຫຼາຍທີ່ສຸດ ເມື່ອພິຈາລະນາເຖິງການທີ່ຕ້ອງໃຊ້ພະລັງງານໃນການຂຸດບິດຄອຍ.

ທ່ານ ຣາຊາ ໂຄດູຣີ ຮອງປະທານບໍລິສັດອິນເທວ ເປີດເຜີຍວ່າ: ອິນເທວໄດ້ທຸ່ມເທໃສ່ການວິໄຈ ແລະ ພັດທະນາມາຫຼາຍປີ ໃນການເຂົ້າລະຫັດລັບທີ່ເຊື່ອຖືໄດ້, ແລະ ວົງຈອນໄຟຟ້າແຮງຕ່ຳພິເສດ, ພວກເຮົາຈຶ່ງໝັ້ນໃຈວ່າ ນະວັດຕະກຳໄຟຟ້າຂອງພວກເຮົາຈະມອບຊິບ Blockchain Accelerato ທີ່ມີປະສິດທິພາບດີກວ່າ ກາດຈໍ (GPU) ຫຼື ໄວກວ່າ 1.000 ເທົ່າ ສຳລັບການຂຸດບິດຄອຍໂດຍນຳໃຊ້ SHA-256 ໃນການພັດທະນາ.

ນອກຈາກນີ້ ອິນເທວຍັງໄດ້ຈັດຕັ້ງທີມປະມວນຜົນ ເຊິ່ງຈະຮັບຜິດຊອບການສ້າງແພລັດຟອມ ຊິລີຄອນແບບປັບແຕ່ງດ້ວຍຕົນເອງ ເພື່ອເພີ່ມປະສິດທິພາບໃນການຂຸດຄຣິບໂຕ ແລະ ການອອກແບບຊຸບເປີຄອມພິວເຕີ.