ກວດພົບຜູ້ຕິດເຊື້ອໂຄວິດໃໝ່ 424 ຄົນ, ນະຄອນຫຼວງວຽງຈັນ 87 ຄົນ, ເສຍຊີວິດເພີ່ມ 4 ຄົນ

38

ຄະນະສະເພາະກິດ, ກະຊວງສາທາລະນະສຸກລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 11 ກຸມພາ ປີ 2022 ວ່າມາຮອດ ວັນທີ 10 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 3.010 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 424 ຄົນ (ຕິດເຊື້ອພາຍໃນ 416 ຄົນ ແລະ ນໍາເຂົ້າ 8 ຄົນ).

ການຕິດເຊືື້ອພາຍໃນໃໝ່ ທັງໝົດ 424 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 87 ຄົນ, ຊຽງຂວາງ 75 ຄົນ, ໄຊຍະບູລີ 41 ຄົນ, ອັດຕະປື 38 ຄົນ, ບໍລິຄໍາໄຊ 36 ຄົນ, ຫົວພັນ 33 ຄົນ, ສະຫັວນນະເຂດ 28 ຄົນ, ໄຊສົມບູນ 16 ຄົນ, ວຽງຈັນ 15 ຄົນ, ຈໍາປາສັກ 13 ຄົນ

ຄໍາມ່ວນ 10 ຄົນ, ບໍ່ແກ້ວ 7 ຄົນ, ຫຼວງພະບາງ 6 ຄົນ, ອຸດົມໄຊ 5 ຄົນ, ສາລະວັນ 3 ຄົນ, ຜົ້ງສາລີ 3 ຄົນ, ຫຼວງນໍ້າທາ 1 ຄົນ, ເຊກອງ 0 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 8 ຄົນ ທັງໝົດຈາກ ສະຫວັນນະເຂດ 7 ຄົນ ແລະ ຈຳປາສັກ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢຸ່ໃນ ສປປ ລາວ 138.431, ອອກໂຮງໝໍວານນີ້ 197 ຄົນ, ກຳລັງປິ່ນປົວ 3.853 ຄົນ ແລະ ເສຍຊີວິດສະສົມທັງໝົດ 588 ຄົນ (ເສຍຊິວິດໃໝ່ 04 ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 04 ຄົນ ຢູ່ ແຂວງບໍລິຄຳໄຊ 1 ຄົນ, ສະຫວັນນະເຂດ 1 ຄົນ, ຊຽງຂວາງ 1 ຄົນ ແລະ ຫົວພັນ 1 ຄົນ.