ຟີຟາ ຈັດອັນດັບໂລກປະຈໍາເດືອນນີ້ ທີມຊາດລາວ ອັນດັບຄົງທີ, ໄທ ເລື່ອນຂຶ້ນ 3 ຂັ້ນ

218

ສະຫະພັນບານເຕະນາໆຊາດ ( ຟີຟາ ) ປະກາດອັນດັບໂລກຂອງທີມບານເຕະທີມຊາດຊາຍ ປະຈໍາເດືອນກຸມພາ 2022 ເມື່ອວັນທີ 10 ກຸມພາ 2022 ໂດຍທາງພາກພື້ນອາຊຽນທີມທີ່ເດັ່ນທີ່ສຸດໃນອາຊຽນກໍແມ່ນ ທີມຊາດໄທ ຫຼັງຄວ້າແຊັມ ເອເອັຟເອັຟ ຊູຊູກິ ຄັບ ເຮັດໃຫ້ອັນດັບໂລກພຸ່ງຂຶ້ນ 3 ຂັ້ນເຮັດໃຫ້ເລື່ອນຂຶ້ນໄປຢູ່ທີ 112 ຂອງໂລກ ແລະ ຢຶດອັນດັບ 2 ຂອງອາຊຽນ, ສ່ວນ ທີມຊາດລາວ ອັນດັບຄົງທີ 187 ຂອງໂລກ.

+5 ອັນດັບທໍາອິດໂລກ:
1.ແບນຊິກ
2.ບຣາຊິນ
3.ຝຣັ່ງ
4.ອາກຊັງຕິນ
5.ອັງກິດ

+5 ອັນດັບທໍາອິດຂອງອາຊີ
1.ອີຣານ ຢູ່ອັນດັບ 21 ຂອງໂລກ
2.ຍີ່ປຖ່ນ ອັນດັບ 23 ຂອງໂລກ
3.ເກົາຫຼີ ອັນດັບ 29 ຂອງໂລກ
4.ອົດສະຕຣາລີ ອັນດັບ 37 ຂອງໂລກ
5.ກາຕາ ອັນດັບ 52 ຂອງໂລກ

+ອັນດັບຂອງອາຊຽນ:
1.ຫວຽດນາມ ອັນດັບ 98 ຂອງໂລກ
2.ໄທ ອັນດັບ 112 ຂອງໂລກ
3.ຟິລິບປິນ ອັນດັບ 129 ຂອງໂລກ
4.ມຽນມາ ອັນດັບ 152 ຂອງໂລກ

5.ມາເລເຊຍ ອັນດັບ 154 ຂອງໂລກ
6.ອິນໂດເນເຊຍ ອັນດັບ 160 ຂອງໂລກ
7.ສິງກະໂປ ອັດນັບ 161 ຂອງໂລກ
8.ກໍາປູເຈຍ ອັດນັບ 171 ຂອງໂລກ
9.ລາວ ອັນດັບ 187 ຂອງໂລກ

10.ບຣູໄນ ອັນດັບ 188 ຂອງໂລກ
11.ຕີມໍ ເລັສເຕ ອັນດັບ 198 ຂອງໂລກ