ກັບຕັນຂົນສົ່ງດ່ວນ ເຊັນສັນຍາຮ່ວມມືສະໜັບສະໜູນ Ai-Sport FC ລຸຍລາວລີກ 2 ປີ 2022

54

ບໍລິສັດ ກັບຕັນຂົນສົ່ງດ່ວນ ( CAPTAIN EXPRESS ) ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ເຊັນສັນຍາໃນນາມຜູ້ສະໜັບສະໜູນຫຼັກຂອງ ໄອ-ສະປອດ ເອັຟຊີ ( Ai-Sport FC ) ສະໂມສອນບານເຕະ ເພື່ອເປັນສ່ວນໜຶ່ງໃນການກະກຽມທີມເຂົ້າຮ່ວມການແຂ່ງຂັນບານເຕະ ລາວລີກ 2 ທີ່ນະຄອນຫຼວງວຽງຈັນ ປະຈໍາປີ 2022 ທີ່ຈະຈັດຂຶ້ນໃນຕົ້ນເດືອນມີນານີ້.

ໃນວັນທີ 31 ມັງກອນ 2022 ທີ່ສໍານັກງານໃຫຍ່ ກັບຕັນຂົນສົ່ງດ່ວນ ທີ່ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ມີພິມີເຊັນສັນຍາສະໜັບຮ່ວມມື ໂດຍໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ພິລະພົນ ວິຊຸນນະລາດ ຕາງໜ້າ ບໍລິສັດ ກັບຕັນຂົນສົ່ງດ່ວນ ຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ແລະ ທ່ານ ໄພລະຄອນ ບຸນວິຊຽນ ປະທານສະໂມສອນ Ai-Sport FC ໂດຍມືຄະນະຂອງທັງສອງຝ່າຍ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ພິລະພົນ ວິຊຸນນະລາດ ຕາງໜ້າ ບໍລິສັດ ກັບຕັນຂົນສົ່ງດ່ວນ ກ່າວວ່າ: ຕ້ອງຂໍຂອບໃຈ Ai-Sport FC ທີ່ໄວ້ວາງໄວ້ໃຫ້ກັບພວກເຮົາເປັນສ່ວນໜຶ່ງໃນການເປັນຜູ້ສະໜັບສະໜູນຫຼັກໃນການກຽມຄວາມໃນການເຂົ້າຮ່ວມການແຂ່ງຂັນບານເຕະ ລາວລີກ 2 ທີ່ຈະມາຮອດໃນໄວໆນີ້ ເຊິ່ງກໍເປັນສ່ວນໜຶ່ງໃນການພັດທະນາວົງການບານເຕະໃຫ້ກ້າວໄກ ແລະ ພັກດັນນັກເຕະລາວກ້າວສູ່ສາກົນ.

ຂະນະທີ່ ທ່ານ ໄພລະຄອນ ບຸນວິຊຽນ ປະທານສະໂມສອນ Ai-Sport FC ກ່າວວ່າ: ຂໍຂອບໃຈຢ່າງສູງຕໍ່ກັບ ບໍລິສັດ ກັບຕັນຂົນສົ່ງດ່ວນ ທີ່ໃຫ້ການສະໜັບສະໜູນ ແລະ ມາຮ່ວມໃນການພັດທະນາສະໂມສອນພວກເຮົາ ໂດຍສະເພາະກໍເປັນແມ່ນສ່ວນໜຶ່ງໃນການພັດທະນາບານເຕະລາວ ແລະ ໃຫ້ນັກເຕະລາວມີເວທີທີ່ຈະພັດທະນາຕົວເອງ ເພື່ອກ້າວໄປສູ່ນັກເຕະອາຊີບ ແລະ ເປັນຕົວເລືອກຂອງທີມຊາດລາວ ໃນອະນາຄົດ.

ສໍາລັບ ກັບຕັນຂົນສົ່ງດ່ວນ ເປີດໃຫ້ບໍລິການຢ່າງເປັນທາງການນັບຕັ້ງແຕ່ວັນທີ 20 ພະຈິກ 2021 ປັດຈຸບັນມີສາຂາທັງໝົດ 135 ສາຂາ ພາຍໃນນະຄອນຫຼວງວຽງຈັນ, ພາກກາງ ແລະ ພາກໃຕ້, ພິເສດໃນໄວໆນີ້ຈະເປີດໃຫ້ບໍລິການພາກເໜືອອີກປະມານ 50 ສາຂາ ແລະ ພາຍໃນປີ 2022 ຈະຂະຫຍາຍສາຂາໃຫ້ຄວບຄຸມທົ່ວປະເທດລາວ ເຊິ່ງໃຫ້ບໍລິການຂົນສົ່ງດ່ວນພາຍໃນ, ຂົນສົ່ງຈີນ-ລາວ ແລະ ຂົນສົ່ງໄທ-ລາວ ແນ່ນອນວ່າການມາສະໜັບສະໜູນ Ai-Sport FC ເປັນການເລີ່ມຕົ້ນໃນການຊ່ວຍພັດທະນາວົງການບານເຕະລາວ ຄັ້ງທໍາອິດອີກດ້ວຍ.
ຂ່າວ: ຫຼ້າ MKP; ຮູບຈາກ: ສອນໄຊ