ຖໍ້າຜາຫຼວງ ແມ່ນຍັງບໍ່ທັນອະນຸຍາດໃຫ້ສັງຄົມເຂົ້າໄປທ່ອງທ່ຽວ

274

ຫຼາຍວັນກ່ອນຖືວ່າສື່ສັງຄົມອອນລາຍ ໄດ້ແຊຣຮູບພາບຖ້ຳຜາຫຼວງ ເມືອງເຟືອງແຂວງວຽງຈັນ ເປັນຈຳນວນຫຼວງຫຼາຍ ແລະສ້າງຄວາມສົນໃຈໃຫ້ແກ່ຫຼາຍໆຄົນໃນໄລຍະຜ່ານມາ ໂດຍ ໃນວັນທີ 20 ມັງກອນ 2022 ມີການລາຍງານຈາກ Page ທ່ອງທ່ຽວ ເມືອງເຟືອງ ວ່າ ໄດ້ມີການຄົ້ນພົບຖໍ້າໃໝ່, ພາຍໃນຖໍ້ານັ້ນມີລັກສະນະທີ່ສວຍງາມກວ້າງຂວາງ ຈະເປັນແຫຼ່ງທ່ອງທ່ຽວໃນອະນາຄົດຂອງເມືອງເຟືອງ ຢູ່ພາຍໃນຖໍ້າເຢັນຫຼາຍ ເບິ່ງເຫັນພາບແລ້ວອອນຊອນໃນຄວາມສວຍສົດງົດງາມຂອງຖໍ້າ ຈົນຫຼາຍຄົນຢາກຈະໄປສຳຜັດຕົວຈິງ.

ມາໃນວັນທີ 25 ມັງກອນ 2022 ຄະນະກຳມະການຂັ້ນເມືອງ ນຳພາໂດຍ ທ່ານ ທະວີສັກ ວົງສະຫວ່າງ ຮອງເຈົ້າເມືອງໆເຟືອງ, ມີກຸ່ມບ້ານ ແລະ ອົງການປົກຄອງບ້ານໂນນຫີນແຮ່ ໄດ້ພ້ອມກັນລົງສຳຫຼວດ ເບິ່ງຖໍ້າຜາຫຼວງ ບ້ານໂນນຫີນແຮ່ ເຊິ່ງສື່ສັງຄົມອອນລາຍໄດ້ເຜີຍແຜ່ ໂຄສະນາ ເປັນການຄົ້ນຄົນພົບແຫຼ່ງ ທ່ອງທ່ຽວແຫ່ງໃໝ່ນັ້ນ, ຜ່ານການລົງກວດກາ ສະຖານທີ່ຕົວຈິງ ເຫັນວ່າ: ຖ້ຳດັ່ງກ່າວ ຢູ່ຫ່າງຈາກບ້ານປະມານ 2 ກິໂລແມັດ.

ເຊິ່ງເປັນເຂດສຳປະທານຂຸດຄົ້ນຂີ້ເຈຍ ຂອງ ທ່ານ ກິນນອນ ນັນທະປັນຍາ ຢູ່ຜາຫຼວງ ບ້ານໂນນຫີນແຮ່ ເມືອງເຟືອງ ແຂວງວຽງຈັນ ຈຸດທີ່ລົງສຳຫຼວດເກັບກຳຂໍ້ມູນຕົວຈິງ ແມ່ນກາຍຈາກຂອບເຂດ ຈຸດຂຸດຄົ້ນຂີ້ເຈຍ ຫ່າງອອກໄປ ປະມານ 80 ແມັດ ຢູ່ໃນຖໍ້າດຽວກັນ, ຄວາມກວ້າງຂອງຖ້ຳປະມານ 25 ແມັດ, ຍາວປະມານ 60 ແມັດ, ອາກາດຢູ່ພາຍໃນຖ້ຳ ມີຄວາມເຢັນ ແລະ ຊຸ່ມຊື່ນດີ, ມີທາດພະລຶກແຄນຊຽມ ເປັນສີ ຂາວປົນເຫຼືອງ ມີລັກສະນະເປັນໜໍ່ໃຫຍ່ ນ້ອຍ ສະຫຼັບ ຊັບຊ້ອນ, ດ້ານຂ້າງກໍ່ມີທາດພະລຶກແຄນຊຽມ ຍ້ອຍ ຢັ່ງຢາຍເປັນຢູ່ຈຸດໆ.

ແຍກຈາກຖ້ຳດັ່ງກ່າວມີຮູຖ້ຳ ແລະ ເປັນອ່າງນ້ຳ ກວ້າງປະມານ 6 ແມັດ ບໍ່ມີວັດຖຸບູຮານໃດໆຢູ່ໃນຖໍ້າດັ່ງກ່າວ ສ່ວນພະທີ່ພົບເຫັນ 1 ອົງ ແມ່ນເຈົ້າຂອງຜູ້ສຳປະທານຂຸດຄົ້ນຂີ້ເຈຍ ໄດ້ບູຊານຳວັດບ້ານໂນນຫີນແຮ່ ນຳໄປໄວ້ຖ້ຳດັ່ງກ່າວ ແຕ່ປີ 2015 ເປັນຕົ້ນມາ.

ສະນັ້ນຄະນະກຳມະການໄດ້ຕົກລົງເອກະພາບເຮັດບົດບັນທຶກ ມອບໃຫ້ອົງການປົກຄອງບ້ານໂນນຫີນແຮ່ ແລະຜູ້ສຳປະທານຂຸດຄົ້ນຂີ້ເຈຍ ຄຸ້ມຄອງ ປົກປັກຮັກສາ ໂດຍບໍ່ອະນຸຍາດໃຫ້ພາກສ່ວນໃດໆເຂົ້າໄປຫຼີ້ນໃນຖ້ຳຢ່າງເດັດຂາດ ຖ້າບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ທັງນີ້ກໍ່ເພຶ່ອເປັນການປົກປັກ ຮັກສາ ແລະອະນຸລັກທຳມະຊາດໄວ້ໃຫ້ຍືນຍົງ ຈົນກວ່າຈະໄດ້ຮັບການພັດທະນາເປັນສະຖານທີ່ທ່ອງທ່ຽວໃນອະນາຄົດ.

ຂໍ້ມູນຈາກ ຖະແຫຼງຂ່າວເມືອງເຟືອງ.