ໄທຍີ້ມ! ການສົ່ງອອກເຂົ້າລັອດທຳອິດ 1.000 ໂຕ່ນໄປຈີນ ຜ່ານທາງລົດໄຟສຳເລັດດ້ວຍດີ

104

ໄທດີໃຈທີ່ທາງລົດໄຟລາວ-ຈີນ ໄດ້ອຳນວຍຄວາມສະດວກແກ່ການຂົນສົ່ງສິນຄ້າລະຫວ່າງປະເທດໄດ້ໄວທັນການຍິ່ງຂຶ້ນ ເຊິ່ງຫຼ້າສຸດນີ້ ໄທແມ່ນໄດ້ສົ່ງອອກເຂົ້າສານລັອດທຳອິດສູ່ນະຄອນຊົງຊິ່ງ ຂອງ ສປ ຈີນ ເຖິງຈຸດໝາຍປາຍທາງເປັນທີ່ຮຽບຮ້ອຍແລ້ວ ເຜີຍນີ້ເປັນສັກກະລາດໃໝ່ຂອງພີ່ນ້ອງຊາວອີສານ ທີ່ຈະຕັ້ງເປົ້າສົ່ງອອກຢາງພາລາ, ໝາກໄມ້, ກ້ວຍ ແລະສິນຄ້າການປະມົງອື່ນ.

ໃນວັນທີ 20 ມັງກອນ 2022 ຜ່ານມານີ້ ທ່ານ ອາລົງກອນ ພົນບຸດ ທີ່ປຶກສາລັດຖະມົນຕີວ່າການກະຊວງກະເສດ ແລະສະຫະກອນໄດ້ເປີດເຜີຍວ່າ ປະເທດໄທແມ່ນສາມາດສົ່ງອອເຂົ້າສານຈຳນວນ 20 ຕູ້ຄອນເທັນເນີ້ ຫຼື 1.000 ໂຕ່ນ ໄປຍັງ ສປ ຈີນ ຜ່ານເສັ້ນທາງລົດໄຟລາວ-ຈີນ ເຖິງນະຄອນຊົງຊິ່ງ ເປັນທີ່ຮຽບຮ້ອຍແລ້ວ ຖືເປັນປະຫວັດສາດໃໝ່ຂອງການຂົນສົ່ງລະບົບລາງ.

ຂ່າວໃຫ້ຮູ້ວ່າ ທາງການໄທເອງແມ່ນໄດ້ສ້າງຄວາມພ້ອມມາເປັນເວລາ 2 ປີກວ່າ ສຳລັບການຂົນສົ່ງຜ່ານທາງລົດໄຟສາຍໃໝ່ ກ່ອນຈະໄດ້ສົ່ງຢ່າງເປັນທາງການໃນຄັ້ງທິດອິດກໍ່ຄືຄັ້ງວັນທີ 3 ທັນວາທີ່ຜ່ານມາ ຕາມຍຸດທະສາດອີສານເກດເວ ເຊື່ອມໄທ-ເຊື່ອມໂລກ ນີ້ນັບເປັນການເປີດສັກກະລາດໃໝ່ຂອງການຄ້າການສົ່ງອອກສິນຄ້າໄທໄປຈີນ ໂດຍມີເປົ້າໝາຍຕໍ່ຫຼາດຕໍ່ໄປຄືເອເຊຍກາງ, ເອເຊຍຕາເວັນອອກ, ຕາເວັນອອກກາງ ແລະຣັດເຊຍ ໄປຮອດຢູໂຣບ ແລະເພີ່ມສິນຄ້າກະເສດທີ່ຈະຂົນສົ່ງຜ່ານເສັ້ນທາງລົດໄຟສາຍນີ້ ຢາງພາລາ, ໝາກໄມ້, ກ້ວຍໄມ້ໄທ, ມັນຕົ້ນ, ປາມນ້ຳມັນ, ສິນຄ້າປະມົງ ລວມທັງສິນຄ້າກະສິກຳແປຮູບອື່ນໆ.

ສຳລັບນະຄອນຊົງຊິ່ງ ເປັນຊຸມທາງລົດໄຟ ແລະການຂົນສົ່ງຫຼາຍຮູບແບບໂດຍອາໄສຂໍ້ໄດ້ປຽບຈາກການມີທີ່ຕັ້ງຢູ່ບົນເສັ້ນທາງສາຍໄໝ ແລະແມ່ນ້ຳຢາງຊີກຽງ ເປັນເຂດທີ່ມີສັກກະຍະພາບໃນການກະຈາຍສິນຄ້າໄດ້ດີ ຖ້າສົ່ງສິນຄ້າກະເສດຈາກໄທໄປຊົງຊິ່ງໃຊ້ເວລາພຽງ 1-2 ວັນກໍເຖິງເຮັດໃຫ້ພືດຜັກຍັງສົດໃໝ່ຄົງໄດ້ລົດຊາດຄວາມສົດແຊບຢູ່ ຈິ່ງໝັ້ນໃຈວ່າຈະສາມາດເພີ່ມການຕະຫຼາດໄດ້ອີກຫຼາຍຕໍ່ຈາກນີ້.