ກໍ່ສ້າງສຳເລັດແລ້ວ ມອບ-ຮັບຢ່າງເປັນທາງການ ຫໍຫຼັກເມືອງນະຄອນປາກເຊ

135

ໃນຕອນເຊົ້າຂອງວັນທີ 22 ມັງກອນ 2022 ນະຄອນປາກເຊ ແຂວງ ຈຳປາສັກ ໄດ້ຈັດພິທີມອບ-ຮັບ ຫໍຫລັກເມືອງ ນະຄອນປາກເຊ

ພິທີໄດ້ຈັດຂຶ້ນທີ່ ຫໍຫຼັກເມືອງ ບ້ານ ຫຼັກເມືອງ ນະຄອນປາກເຊ ແຂວງ ຈຳປາສັກ ໃຫ້ກຽດເຂົ້າຮ່ວມໃນພິທີ ມີທ່ານ ພົອ ວິໄລ ຫຼ້າຄຳຟອງ ກົມການເມືອງ ສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ,

ມີທ່ານ ປອ ວິໄລວົງ ບຸດດາຄຳ ກຳມະການ ສູນກາງພັກ ເຈົ້າແຂວງໆ ຈຳປາສັກ, ມີພຣະອາຈານມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາດສະໜາສຳພັນລາວ ແຂວງ ຈຳປາສັກ, ມີທ່ານ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ ເຈົ້ານະຄອນປາກເຊ,ມີທ່ານ ພອນປະເສິດ ອິນທະສອນ ປະທານ ບໍລິສັດ 3SD ຈຳກັດ

.

ພ້ອມດ້ວຍບັນດາທ່ານ ການນຳຈາກສູນກາງ,ການນຳຂອງແຂວງ,ນະຄອນ, ພໍ່ແມ່ປະຊາຊົນຊາວແຂວງຈຳປາສັກ,ນະຄອນປາກເຊເຂົ້າຮ່ວມຢ່າງຄືກຄື້ນ.

.

ພາບ-ຂ່າວ: ຈັນທອນ ກົມໄຊຊະນະ
Via Pakse,Champasack Provinc