ສວນພຶກສາ ພ້ອມແລ້ວຈະເປີດໃຫ້ບໍລິການນັກທ່ອງທ່ຽວກັບໃບໜ້າໃໝ່ຫຼັງການປັບປຸງ

388

ສວນພຶກສາເປັນສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມ ຫຼັງຈາກໂຄວິດລະບາດກໍ່ໄດ້ປິດບໍລິການໄປ ແຕ່ທາງຈົ້າຂອງສວນບໍ່ໄດ້ຢູ່ເສີຍ ກົງກັນຂ້າມເພິ່ນຖືເອົາໂອກາດນີ້ປັບປຸງສິ່ງທີ່ມີຢູ່ພາຍໃນສວນໃຫ້ແປກຕາສະດຸດໃຈກວ່າປີຜ່ານໆມາ ເພື່ອເພີ່ມຄວາມໂດດເດັ່ນກຽມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ກຳລັງຈະເຂົ້າມາຈາກບັນດາປະເທດສີຂຽວທີ່ລັດຖະບານກຳນົດໄວ້.

ທ່ານ ພູວົງ ພະມີສິດ ເຈົ້າຂອງຮ້ານຄໍາພູວົງ ທັງເປັນເຈົ້າຂອງສວນພຶກສາໄດ້ໃຫ້ສໍາພາດຕໍ່ສື່ມວນຊົນບໍ່ດົນມານີ້ວ່າ: ສວນພຶກສາເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ອາກາດປອດໂປ່ງ ເໝາະແກ່ການທ່ອງທ່ຽວແບບເປັນກຸ່ມ ຫຼື ຄອບຄົວ ຊຶ່ງສວນດັ່ງກ່າວມີເນື້ອທີ່ທັງໝົດ 50 ກວ່າເຮັກຕາ ໃນນີ້ໄດ້ພັດທະນາແບ່ງເປັນໂຊນທີ່ແຕກຕ່າງກັນ

ປັດຈຸບັນແມ່ນໄດ້ປັບປຸງຄືນໃໝ່ໃຫ້ມີຄວາມສວຍງາມໂດດເດັ່ນເພື່ອດຶງດູດນັກທ່ອງທ່ຽວ ພ້ອມນັ້ນຍັງໄດ້ມີການປັບປຸງ ແລະ ພັດທະນາເປັນແຕ່ລະໂຊນເຊັ່ນ: ປູກດອກໄມ້ນາໆຊະນິດທີ່ມີຫຼາຍສີສັນເພີ່ມຕື່ມ ສ້າງສວນນໍ້າຕົກຕາດ, ໃນນີ້ມີຮ້ານກາເຟ ແລະ ມີຕູບທີ່ຮອງຮັບແຂກໄດ້ 300 ຄົນ, ລູກຄ້າສາມາດຈັດງານລ້ຽງ, ງານດອງ, ງານສ້າງສັນ ແລະ ຝຶກອົບຮົມ ພ້ອມນັ້ນຍັງໄດ້ສ້າງສວນພະຍານາກ ພ້ອມຫໍໄຫວ້ບູຊາ ແລະ ປູກດອກໄມ້ຫຼາຍສີສັນອ້ອມສວນດັ່ງກ່າວ.

ນອກຈາກນີ້, ໃນບໍລິເວນນີ້ສາມາດເປັນບ່ອນນັ່ງສະມາທິປະຕິບັດທໍາ ຊຶ່ງສາມາດຮອງຮັບໄດ້ເຖິງ 10.000 ຄົນ ແລະ ຍັງມີສວນຢາພື້ນເມືອງໄດ້ປູກພືດທີ່ສາມາດປິ່ນປົວຫຼາຍພະຍາດ ອັນພົ້ນເດັ່ນແມ່ນລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ພ້ອມນັ້ນຍັງມີຕໍາລາຢາພື້ນເມືອງ ເພື່ອເປັນການຊຸກຍູ້ສົ່ງເສີມຢາພື້ນ ເມືອງລາວໃຫ້ມີຄວາມຍືນຍົງ.

ນອກນັ້ນໄດ້ພັດທະນາຣີສອດໃຫ້ມີຄວາມສົມບູນແບບຮັບຮອງແຂກໃຫ້ຫຼາຍຂຶ້ນ ແລະ ພັດທະນາຫໍວາງສະແດງຊົນເຜົ່າຕ່າງໆ ໂດຍສະເພາະເຜົ່າມົ້ງ, ກຶມມຸ, ບຣູ ແລະ ເຜົ່າລາວ, ປັດຈຸບັນການພັດທະນາພາຍໃນສວນແມ່ນໄດ້ສໍາເລັດໂດຍພື້ນຖານ ຄາດວ່າຈະເປີດໃຫ້ບໍລິການຕ້ອນຮັບນັກທ່ອງທ່ຽວໃນເດືອນກຸມພາປີ 2022 ເປັນຕົ້ນໄປ.

ພິເສດໃນວັນທີ 16 ມັງກອນນີ້ ພາຍໃນສວນພຶກສາຈະໄດ້ຈັດງານບຸນກະເລີຂອງຊົນເຜົ່າກຶມມຸ ເນັ້ນຄົນເຂົ້າຮ່ວມມີແຕ່ພະນັກງານພາຍໃນສວນເທົ່ານັ້ນ ທັງນີ້ເພື່ອຮັບປະກັນການແຜ່ລະບາດຂອງເຊື້ອພະ ຍາດໂຄວິດ-19. ທ່ານ ພູວົງ ພະມີສິດ ກ່າວຕື່ມອີກວ່າ: ສວນພຶກສາເປັນສວນໜຶ່ງທີ່ນອນຢູ່ໃນໂຄງການເຂດທ່ອງທ່ຽວລາວສີຂຽວເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ຊຶ່ງທາງສວນພວກເຮົາໄດ້ກະກຽມຄວາມພ້ອມທຸກດ້ານເປັນຕົ້ນ ດ້ານການບໍລິການ, ພະນັກງານໄດ້ຮັບການຝຶກອົບຮົມ ແລະ ໄດ້ຮັບການສັກວັກຊິນຄົບ 3 ເຂັມ 100%.

.

ສະຖານທີ່ທ່ອງທ່ຽວກວ້າງຂວາງ, ຂຽວງາມ, ສະອາດ, ອາກາດປອດໂປ່ງ ພ້ອມນັ້ນຍັງມີກິດຈະກໍາອື່ນໆອີກໄວ້ຄອຍບໍລິການທ່ານ ເປັນຕົ້ນມີຫໍຄອຍຊົມວີວ, ມີລົດໄຟຟ້ານໍາທ່ຽວ, ລົດຖີບໃຫ້ເຊົ່າ, ມີສະລິງ, ມີສະໄລເດີ້ນໍ້າ, ມີເດີ່ນເຕະບານໄວ້ຄອຍບໍລິການສຳລັບຜູ້ມັກຫຼິ້ນກິລາ, ມີກິດຈະ ກຳຍ່າງປ່າສຳລັບຜູ້ທີ່ມັກຄວາມພະຈົນໄພ ພ້ອມມີການຮຽນຮູ້ກ່ຽວກັບຢາພື້ນເມືອງ ແລະ ກິດຈະກຳອື່ນໆໄວ້ຄອຍບໍລິການທ່ານເປັນຢ່າງດີ.