ສໍາເລັດຝຶກອົບຮົມວຽກງານການເມືອງ ໃຫ້ນາຍຕໍາຫຼວດທີ່ຈົບການສຶກສາຈາກ ສສ ຫວຽດນາມ

324

ວັນທີ 7 ມັງກອນ 2022 ກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຝຶກອົບຮົມວຽກການເມືອງ, ປະດັບຊັ້ນ, ຊັບຊ້ອນ ໃຫ້ນາຍຕໍາຫຼວດທີ່ຈົບການສຶກສາຈາກ ສສ ຫວຽດນາມ,ໂດຍມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະກົມກໍ່ສ້າງກໍາລັງ, ຄະນະຮັບຜິດຊອບ, ພ້ອມດ້ວຍ ຄູຝຶກ, ແຂກຮັບເຊີນ ແລະ ນາຍ ຕໍາຫຼວດທີ່ສໍາເລັດການສຶກສາ ເຂົ້າຮ່ວມ.

ພັທ ວິຊຽນ ຫານວິໄລ ຮອງຫົວໜ້າກົມກໍ່ສ້າງກໍາລັງ ໄດ້ຜ່ານບົດສະຫຼຸບໃນໄລຍະການສຶກສາຮໍ່າຮຽນ ແລະ ການຝຶກອົບຮົມຂອງນາຍຕໍາຫຼວດ ທີ່ສໍາເລັດການສຶກສາມາຈາກ ສສ ຫວຽດນາມ ປະຈໍາປີ 2021 ໃຫ້ຮູ້ວ່າ: ຈຳນວນພົນທີ່ໄປສຶກສາເບື້ອງຕົ້ນ ແຕ່ປີ 2017 ໃນລະດັບປະລິນຍາຕີ ຢູ່ວິທະຍາຄານການເມືອງຕຳຫຼວດປະຊາຊົນ ມີທັງໝົດ 10 ສະຫາຍ ແລະ ສາມາດສໍາເລັດການສຶກສາໄດ້ທັງໝົດທຸກສະຫາຍ ໃນປີ 2021.

ຕະຫຼອດໄລຍະການສຶກສາຮ່ຳຮຽນຜ່ານມາ ແລະ ຜ່ານການຈັດຕັ້ງການຝຶກອົບຮົມວຽກງານການເມືອງເຫັນໄດ້ວ່າ ນັກສຶກສາແຕ່ລະສະຫາຍໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນຢ່າງຕັ້ງໜ້າໃນການເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ລະບຽບກົດໝາຍ, ຄຸນ ສົມບັດສິນທໍາປະຕິວັດ ແລະ ມູນເຊື້ອອັນດີງາມອື່ນໆ ເຊິ່ງສະແດງໃຫ້ເຫັນວ່າ ນັກສຶກສາທຸກສະຫາຍແມ່ນມີແນວຄິດໜັກແໜ້ນ, ອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ, ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ກົດໝາຍຂອງສອງປະເທດ, ເວົ້າລວມເວົ້າສະເພາະ ກໍຄື ລະບຽບຂອງກຳລັງປ້ອງກັນຄວາມສະຫງົບ ວາງອອກຢ່າງເຂັ້ມງວດ.

ຫຼັງຈາກນັ້ນ,ພິທີກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການປະດັບຊັນ,ຍ້ອງຍໍ ແລະ ຊັບຊ້ອນ ໃຫ້ນາຍຕໍາຫຼວດທີ່ສໍາເລັດການສຶກສາຈາກ ສສ ຫວຽດນາມ, ໃນນີ້, ໄດ້ປະດັບຊັ້ນ ຮ້ອຍໂທ ໃຫ້ທັງ 10 ສະຫາຍ, ໄດ້ຮັບຍ້ອງຍໍຂັ້ນກົມໃຫຍ່ 5 ສະຫາຍ ແລະ ຊັບຊ້ອນ ມີຄື: ຫ້ອງວ່າການກະຊວງ ປກສ 1 ສະຫາຍ, ກອງບັນຊາການປ້ອງກັນສູນກາງ 1 ສະຫາຍ, ກອງບັນຊາການ ປກສ ນະຄອນ ຫຼວງວຽງຈັນ 1 ສະຫາຍ, ປກສ ແຂວງໄຊຍະບູລີ 2 ສະຫາຍ, ປກສ ແຂວງບໍລິຄໍາໄຊ 1 ສະຫາຍ, ປກສ ແຂວງວຽງຈັນ 1 ສະຫາຍ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 6 ແຂວງສາລະວັນ 1 ສະຫາຍ, ປກສ ແຂວງບໍ່ແກ້ວ 1 ສະຫາຍ ແລະ ປກສ ແຂວງເຊກອງ 1 ສະຫາຍ.