ສະບາຍແລ້ວບາດນີ້! ລົດເມຕະຫຼາດເຊົ້າມີຖ້ຽວຮອດສະຖານີລົດໄຟແລ້ວເດີ

209

ເຊື່ອວ່າຫຼາຍຄົນໃນນະຄອນຫຼວງວຽງຈັນ ແມ່ນນິຍົມຂຶ້ນລົດເມຕາມສາຍຕ່າງໆໃນການເດີນທາງ ພາຍໃນນະຄອນຫຼວງວຽງຈັນ ຫຼື ວ່າໄປຕາມສະຖານທີ່ຕ່າງໆ ທີ່ມີຄວາມສະດວກສະບາຍ ທັງລາຄາຖືກ, ແອເຢັນ ແລະ ເປັນການຫຼຸດຜ່ອນບັນຫາລົດຕິດອີກດ້ວຍ.

ເຊິ່ງວ່າກ່ອນທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ19 ການນຳໃຊ້ລົດເມປະຈຳທາງແມ່ນເປັນທີ່ນິຍົມກັນຫຼາຍທັງນັກຮຽນ, ນັກສຶກສາ ຕະຫຼອດຮອດພໍ່ແມ່ປະຊາຊົນ ເພາະສະດວກສະບາຍລົດແລ່ນຕະຫຼອດວັນ ແຕ່ສຳລັບທາງລົດໄຟໄລຍະເປີດໃໝ່ ຫຼາຍຄົນຄິດງໍ້ຈະໄປຮອດບໍແມ່ນເລື່ອງງ່າຍ ທັງໄກ ແລະບໍມີລົດຮັບ-ສົ່ງອີກ ແຕ່ຫຼ້າສຸດນີ້ຂ່າວໃຫ້ຮູ້ວ່າ ຕອນນີ້ມີຖ້ຽວໄປຮອດສະຖານີລົດໄຟຄວາມໄວສູງ ນະຄອນຫຼວງວຽງຈັນເປັນທີ່ຮຽບຮ້ອຍແລ້ວ.

ລັດວິສາຫະກິດ ລົດເມນະຄອນຫລວງວຽງຈັນໄດ້ເປີດເພີ່ມ ສາຍທາງໃໝ່ ສາຍ 28 ຕະຫລາດເຊົ້າ – ສະຖານີລົດໄຟລາວ-ຈີນ ໂດຍຜ່ານ ສະຖານີລົດເມສາຍໃຕ້ສາມາດຂຶ້ນລົດໄດ້ທີ່ ຢູ່ສະຖານີ ລົດເມ ຕະຫລາດເຊົ້າ ເລີ່ມເວລາ 7:00 ໂມງເຊົ້າ.