ພິດໂອມີຄຣອນ ເຮັດໃຫ້ໂຮງຮຽນຫຼາຍພັນແຫ່ງໃນສະຫະລັດເລື່ອນເປີດການຮຽນ-ການສອນ

91

ສຳນັກຂ່າວຣອຍເຕີລາຍງານວ່າ ໂຮງຮຽນຫຼາຍກວ່າ 2 ພັນແຫ່ງໃນສະຫະລັດອາເມຣິກາ ຕ້ອງເລື່ອນເປີດການຮຽນ-ການສອນໃນອາທິດນີ້ ເຊິ່ງເປັນຊ່ວງເທສະການປີໃໝ່, ບາງແຫ່ງຫັນໄປຮຽນທາງອອນລາຍ ຫຼັງຈາກຜູ້ຕິດເຊື້ອໂຄວິດ-19 ເພີ່ມສູງຂຶ້ນເປັນປະຫວັດການ ເຊິ່ງສ່ວນໃຫຍ່ເປັນສາຍພັນໂອມີຄຣອນ. ຂະນະທີ່ຂໍ້ມູນຈາກນະຄອນນິວຢອກ ເມື່ອວັນທີ 3 ມັງກອນຜ່ານມາ ລະບຸວ່າ ມີຜູ້ຕິດເຊື້ອໂຄວິດຫຼາຍເຖິງ 1 ໃນ 3 ຫຼື ປະມານ 33% ຈາກການກວດຫາເຊື້ອເມື່ອອາທິດຜ່ານມາ.

ສ່ວນການກວດຫາເຊື້ອທົ່ວປະເທດນັ້ນ Mayo Clinic ເຊິ່ງເປັນສູນການສຶກສາວິໄຈທາງການແພດ ບໍ່ສະແຫວງຫາຜົນກຳໄລໃນສະຫະລັດ ລະບຸວ່າ: ຈຳນວນຜູ້ກວດຫາເຊື້ອທີ່ມີຜົນເປັນບວກສະເລ່ຍປະມານ 18%, ໃນເດືອນຜ່ານມາ ອັດຕາການຕິດເຊື້ອໃໝ່ໃນນະຄອນນິວຢອກບໍ່ເຖິງ 3% ແຕ່ຫຼັງຈາກນັ້ນ ອັດຕາການຕິດເຊື້ອກໍເພີ່ມສູງຂຶ້ນທຸກວັນ ສົ່ງຜົນໃຫ້ລະບົບຂົນສົ່ງມວນຊົນຕ້ອງປິດບໍລິການຊົ່ວຄາວ, ກິດຈະກຳຕ່າງໆຕ້ອງຍົກເລີກ, ພະນັກງານຫົວໜ່ວຍທຸລະກິດຕ້ອງເຮັດວຽກຢູ່ເຮືອນແທນມາເຮັດວຽກຢູ່ສຳນັກງານຫ້ອງການ.

ລາຍງານລະບຸວ່າ: ຕົວເລກຜູ້ຕິດເຊື້ອລາຍໃໝ່ໃນສະຫະລັດສະເລ່ຍຢູ່ທີ່ 418.000 ຄົນຕໍ່ວັນ ເພີ່ມຂຶ້ນ 2 ເທົ່າໃນຊ່ວງ 7 ວັນຜ່ານມາ, ຂະນະທີ່ຜູ້ຕິດເຊື້ອທີ່ຕ້ອງການເຂົ້າປິ່ນປົວຢູ່ໂຮງໝໍເພີ່ມຂຶ້ນ 40% ເປັນ 72% ເມື່ອທຽບກັບເດືອນມັງກອນ 2021 ທີ່ມີການລະບາດໃນສະຫະລັດສູງສຸດ ແຕ່ຈຳນວນຜູ້ເສຍຊີວິດຍັງຢູ່ໃນລະດັບຕ່ຳສະເລ່ຍປະມານ 1.300 ຄົນຕໍ່ວັນ.