ຊົມເຊີຍ! 2 ເມືອງ ຮ່ວມແຮງສ້ອມແປງຂົວຫ້ວຍພະນອມ

174

ຄວາມສາມັກຄີກັນ ເປັນພື້ນຖານຄວາມສຳເລັດຫຼາຍວຽກງານ ແລະ ນຳໄປສູ່ຄວາມຈະເລີນ ສີວິໄລ, ໃນວັນທີ 31 ທັນວາ 2021ຜ່ານມານີ້ ຊາວເມືອງອາດສະພອນ ແລະເມືອງອາດສະພັງທອງ ໄດ້ສ້າງຂະບວນການອະນາໄມລວມ ໂດຍມີທ່ານ ສີສະເໝີ ແສງວິໄລ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ-ວຽກພັກພະນັກງານ ພ້ອມດ້ວຍ ຄະນະນຳຂອງເມືອງ ແລະ ປວງຊົນຊາວບ້ານ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ການສ້າງຂະບວນການໃນຄັ້ງນີ້ແມ່ນໄດ້ແບ່ງອອກເປັນ 2ຈຸ, ຈຸທີ 1ແມ່ນໄດ້ເຮັດອະນາໄມເກັບຂີ້ເຫຍື່ອຕາມເດີ່ນສຳນັກງານຫ້ອງການ, ເດີ່ນໂຮງຮຽນ, ເດີ່ນສາທາລະນະຂອງເມືອງ ແລະຕາມສອງຂອບທາງເເຂົ້າເມືອງ, ທາງພາຍໃນເທດສະບານເມືອງ, ເຊິ່ງໄດ້ຖາງປ່າໄມ້ຕາມຂອບທາງບາງຈຸດ, ເກັບຂີ້ເຫຍື້ອທີ່ຮົກເຮື້ອ ແລະ ຈຸທີ 2 ແມ່ນໄດ້ພາກັນສ້ອມແປງຂົວຂ້າມຫ້ວຍພະນອມລະຫວ່າງບ້ານດົງນາຂາມ ກັບ ບ້ານນາຄຳໃຕ້ ຮ່ວມກັບປວງຊົນຊາວເມືອງອາດສະພັງທອງ.

ການສ້າງຂະບວນການໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ສະພາບແວດລ້ອມໂດຍລວມພາຍໃນເຂດເທດສະບານຂອງເມືອງມີຄວາມສະອາດຈົບງາມ ແລະແກ້ໄຂດ້ານການຈັນຈອນໄປມາຫາສູ່ກັນ ລະຫວ່າງເມືອງຫາເມືອງ, ເມືອງຫາແຂວງ ໃຫ້ມີຄວາມສະດວກສະບາຍຂຶ້ນກ່ວາເກົ່າ.

.