ສຸດເສົ້າມື້ນີ້ຈາກໄປໃໝ່ 10 ກໍລະນີ, ໃນນັ້ນມີເດັກນ້ອຍອາຍຸ 2 ປີ ແລະ ອາຍຸພຽງ 3 ເດືອນນໍາ R.I.P

223

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 100.614 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 512 ຄົນ, ກໍາລັງປິ່ນປົວ 12.088 ຄົນ ແລະ ເສຍຊີວິດສະສົມທັງໝົດ 284 ຄົນ (ໃໝ່ 10 ຄົນ).
ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 10 ຄົນ, ລາຍລະອຽດດັ່ງນີ້

1 ເພດຍິງ ອາຍຸ 56 ປີ ບ້ານ ນາໂພ ນະຄອນຫລວງພະບາງ ແຂວງຫຼວງພະບາງ
ເຂົ້າໂຮງໝໍວັນທີ່ 13.12.2021, ຜ່ານມາແຂງແຮງດີ ຮອດເວລາ 7:10 ວັນທີ່ 19.12.2021 ຄົນເຈັບເລີ່ມມີອາການຫອບເມື່ອຍ ກະວົນກະວາຍ ຫາຍໃຈຍາກຮອດເວລາ 22:30 ຄົນເຈັບຫອບເມື່ອຍຫຼາຍ ເລີ່ມບໍ່ຮູ້ສະຕິ ແລະຢູດຫາຍໃຈ ແລະ ເສຍຊິວິດ

2 ເພດຊາຍ 58 ປີ ບ້ານ ໂນນຂີ້ເຫຼັກ, ເມືອງ ສີໂຄດຕະບອງ, ນະຄອນຫຼວງ
ເຂົ້າໂຮງໝໍວັນທີ 15/12/2021 ບໍ່ໄດ້ສັກຢາກັນພະຍາດໂຄວິດ
ມີພະຍາດປະຈຳຕົວແມ່ນ ເບົາຫວານ, ຄວາມດັນເລືອດສູງ, ເສັ້ນເລືອດສະໝອງຕີບຫລືອຸດຕັນ(Old ischemic stroke 1) ຮອດເວລາ 10:00 ວັນທີ່ 19/12/2021 ຄົນເຈັບເສຍຊີວິດ

3 ເພດຍິງ ອາຍຸ 58 ປີ ອາຊີບ ແມ່ເຮືອນ ບ. ພູຄໍາ ມໄຊທານີ, ນະຄອນຫຼວງວຽງຈັນ
ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 19 /12 / 2021 (ຮັບຈາກສຸກເສີນ) ເວລາ 17ມ 15
ໄດ້ສັກຢາ Pfizer 2 ເຂັມ ພະຍາດປະຈຳໂຕ ເບົາຫວານ, ຄວາມດັນເລືອດສູງ, ພະຍາດໄຂ່ຫລັງຊຸດໂຊມ ຄົນເຈັບເສຍຊີວິດ (ເວລາ 4:00 ຂອງວັນທີ່ 20/12/2021)

4 ເພດຊາຍ, ອາຍຸ 78 ປີ, ບ. ຫວຍປຸງ , ມ. ໂພນໂຮງ ແຂວງ ວຽງຈັນ
ເຂົ້າໂຮງໝໍວັນທີ 16/12/2021 ເວລາ 19: 00 ໄອຊໍ້າເຮື້ອ ບໍ່ໄດ້ກີນຢາປະຈຳ , ເຈັບກະເພາະ ຕິດເຊື້ອ ບໍ່ຮູ້ສາຍເຫດ ,ບໍ່ໄດ້ສັກວັກຊີນ
5 ເພດຍິງ ອາຍຸ 3 ເດືອນ, ບ. ດົງຂາວ, ມ. ໂພນໂຮງ, ແຂວງ ວຽງຈັນ ເຂົ້າໂຮງໝໍວັນທີ 19/12/2021
6 ເພດຍິງ 58 ປີ ບ. ນໍ້າປຸງ ມ. ເຟືອງ ແຂວງ ວຽງຈັນ ເຂົ້າໂຮງໝໍວັນທີ 10/12/2021 ພະຍາດປະຈຳເປັນຄວາມດັນເລືອດສູງ ມາໄດ້ຫລາຍປີກີນຢາເອງບໍ່ໄດ້ຕິດຕາມ ບໍ່ໄດ້ສັກວັກຊີນ

7 ເພດຍິງ, ອາຍຸ 72 ປີ ອາຊີບ: ແມ່ເຮືອນ , ບ້ານ ຫ້ວຍຊາຍເໜືອ. ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ ວັນທີ 16 ທັນວາ 2021 ກວດພົບເຊື້ອ covid-19.
ວັນທີເຂົ້ານອນໂຮງໝໍ 16 ທັນວາ 2021. ພະຍາດປະຈຳຕົວ ຄວາມດັນເລືອດສູງ
ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19 ເວລາ 6:00 ຂອງວັນທີ່ 20/12/2021 ຄົນເຈັບເສຍຊີວິດ
8 ເພດຊາຍ ອາຍຸ 2 ປີ 3 ເດືອນ, ບ້ານ ບໍ່ເຫຼັກ ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.
ວັນທີ 19 ທັນວາ 2021 ກວດພົບເຊື້ອ covid-19 ວັນທີເຂົ້ານອນໂຮງໝໍ 19 ທັນວາ 2021 ພະຍາດປະຈຳຕົວ ເປັນເດັກພິການມາແຕ່ກຳເນີດ ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19. ເວລາ 12:30 ຂອງວັນທີ່ 20/12/2021 ຄົນເຈັບເສຍຊີວິດ

9 ເພດຊາຍ ອາຍຸ 40 ປີ, ນັກໂທດຢູ່ຂຸມຂັງແຂວງບໍ່ແກ້ວ (ເປັນຄົນບ້ານດອນເຫລືອງ, ເມືອງເຟືອງ, ແຂວງວຽງຈັນ) ເຂົ້າໂຮງໝໍທະຫານແຂວງວັນທີ 17-18/2021 ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19 ວັນທີ 20/12/2021 ເສຍຊີວິດ
10 ເພດຍິງ ອາຍຸ 52 ປີ ບ. ໃຫມ່ ມ. ໂພນໂຮງ ແຂວງ ວຽງຈັນ ພະຍາດປະຈຳໂຕເບົາຫວານ, ຄວາມດັນເລືອດສູງ, ໄຂ່ຫລັງຊຸດໂຊມ ເປັນມາຫລາຍປີ ໄດ້ຕິດຕາມປະຈຳ , ບໍ່ໄດ້ຟອກ ບໍ່ໄດ້ສັກຢາວັກຊີນ ວັນທີ 13/12/2021 ເວລາ 17:30, ຄົນເຈັບໄດ້ເຂົ້າມາກວດຢູ່ຮູ້ເມືອງເມືອງໂພນໂຮງດ້ວຍອາການອິດ ເມື່ອຍ , ອີງຕາມການສອບຖາມ ຄົນເຈັບອີດເມື້ອຍມາໄດ້ຫລາຍກວ່າ 1 ອາທີດ ,ຫາຍໃຈຝືດ. ໄດ້ເກັບຕົວຢາງເພື່ອກວດ RDT ແລະໃຫ້ຜົນເປັນບວກ ເສຍຊີວິດວັນທີ 20/12/2021