ອີໂວ້ ຄວ້າສິດຈໍາໜ່ວຍເສື້ອທີມຊາດລາວ ລິຂະສິດຂອງແທ້ ຍອດຈອງ 2 ອາທິດທໍາອິດ 300 ກວ່າໂຕ

208

ບໍລິສັດ ອີໂວ ຈຳກັດ ສູນຈຳໜ່າຍເຄື່ອງກີລາ ແລະ ອຸປະກອນກີລາ ໄດ້ຮັບສິດໃນການວາງຈຳໜ່າຍເສື້ອທີມຊາດ ແລະ ເສື້ອເຊຍລາວ (ລິຂະສິດແທ້) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ເຊິ່ງເປັນຊຸດ ທີມຊາດລາວ ລຸຍການແຂ່ງຂັນບານເຕະ AFF SUZUKI CUP 2020 ທີ່ປະເທດສິງກະໂປ ເຊິ່ງເປີດໃຫ້ຈອງພຽງ 2 ອາທິດຍອດຈອງທະລຸ 300 ກວ່າໂຕ.

ຫຼັງໄດ້ຮັບສິດໃນການວາງຈຳໜ່າຍເສື້ອທີມຊາດ ແລະ ເສື້ອເຊຍລາວ (ລິຂະສິດແທ້) ອີໂວ້ ກໍເປີດໃຫ້ຈອງແຕ່ວັນທີ 5 ທັນວາ 2021 ຈົນເຖິງທ້າຍອາທິດທີ່ຜ່ານມາ ຫຼັງຈາກທີມຊາດລາວ ລົງແຂ່ງຂັນຄົບ 4 ນັດໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ປາກົດວ່າ: ມີຍອດຈອງ 300 ກວ່າໂຕ

ທ່ານ ບູ້ສະໄໝ ບຸດທະວົງ ຄະນະບໍລິຫານ ບໍລິສັດ ອີໂວ ຈຳກັດ ສູນຈຳໜ່າຍເຄື່ອງກີລາ ແລະ ອຸປະກອນກີລາ ເປີດເຜີຍວ່າ: ທີ່ຈິງແລ້ວ ແຟນບານລາວ ບໍ່ໄດ້ດ້ອຍໄປກວ່າຊາດໃດ ພ້ອມສະໜັບສະໜູນນັກກິລາລາວ ພ້ອມຈະເປັນແຟນຄຣັບ, ຕິດຕາມ ແລະ ໃຫ້ກຳລັງໃຈ ຜູ້ໄດ້ຊື່ວ່າ ຕົວແທ່ນຂອງປະເທດ ຂະນະດຽວກັນ ນັກກີລາ ຫຼື ຜູ້ທີ່ຖືກມອບໝາຍ ເຮັດພາລະກິດໃຫ້ກັບຊາດບໍ່ມີໃຜ ທີ່ບໍ່ຢາກສ້າງຜົນງານ ໃຫ້ກັບປະເທດ ມາຝາກຕ້ອນ ເປັນສິ່ງພາກພູມໃຈໃຫ້ກັບຊີວິດ ຈັກຄັ້ງຫນຶ່ງໃຫ້ກັບຕົນເອງ ແລະ ຄົນອ້ອມຂ້າງ ກໍຄືກັບ ອີໂວ້ ຂອງພວກເຮົາພ້ອມຄຽງຂ້າງເຈົ້າ, ຄຽງຂ້າງທຸກຄົນ, ຄຽງຂ້າງກິລາລາວ, ຂອບໃຈທີ່ສະໜັບສະໜູນເສື້ອທີມຊາດ ແລະ ຍອດຂາຍ ກໍ່ໄດ້ຫຼາຍກວ່າ 300 ຜືນ ເພາະສິນຄ້າຖືກລິຂະສິດ ຈະມີລາຍໄດ້ ແລະ ຜົນປະໂຫຍດກັບໄປຫາທີມຊາດລາວ.

ນີ້ເປັນການສະແດງເຖິງແຟນບານລາວ ພ້ອມສະໜັບສະໜູນ ແລະ ເຊຍທີມຊາດລາວ ທີ່ສຸດເຖິງວ່າຜົນງານຂອງ ທີມຊາດລາວ ຈະບໍ່ດີເສຍ 4 ນັດລວດໃນການແຂ່ງຂັນບານເຕະ AFF SUZUKI CUP 2020.

ສໍາລັບ ອີໂວ້ ເປັນສູນຈຳໜ່າຍເຄື່ອງກີລາຂອງຄົນລາວ 100% ກາຍເປັນທີ່ຮູ້ຈັກກັນຫຼາຍ ແລະ ປັດຈຸບັນມີ 7 ສາຂາດັ່ງນີ້:
#ນະຄອນຫຼວງວຽງຈັນ
– ສາຂາຫຼັກ ຕັ້ງຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ
– ສາຂາ ປໍ້ານໍ້າມັນ ປຕທ ນາໄຊ ບ້ານນາໄຊ ເມືອງໄຊເສດຖາ
– ສາຂາໂສກປ່າຫຼວງ ເມືອງສີສັດຕະນາກ

#ສາຂາແຂວງວຽງຈັນ: ຕັ້ງຢູ່ບ້ານໂພນໝີ ເມືອງວຽງຄໍາ ແຂວງວຽງຈັນ
#ສາຂາຫຼວງນ້ຳທາ: ຕັ້ງຢູ່ບ້ານວຽງຄໍາ ເມືອງຫຼວງນໍ້າທາ ຖະໜົນໄກສອນ
#ສາຂາສະຫວັນນະເຂດ: ຕັ້ງຢູ່ບ້ານສຸນັນທາ ນະຄອນໄກສອນ ເສັ້ນທາງ ໂຮງຮຽນການເມືອງການປົກຄອງ
#ສາຂາຈຳປະສັກ: ຕັ້ງຢູ່ບ້ານສາງນໍ້າມັນ ( ໜ້າວັດພະບາດ ) ນະຄອນປາກເຊ ແຂວງຈໍາປາສັກ
ຂ່າວ: ຫຼ້າ MKP ໜັງສືພິມເສດຖະກິດ-ການຄ້າ