ເຈົ້າແຂວງ ໄຊຍະບູລີ ລົງຕິດຕາມການປູກ ໝາກໂມ ຢູ່ເມືອງ ບໍ່ແຕນ

290

ໃນວັນທີ 18 ທັນວາ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະໄດ້ລົງຕິດຕາມ ການປູກ ໝາກໂມຂອງບໍລິສັດ ວຽງແກ້ວ. ໃຫ້ການຕ້ອນຮັບ ແລະ ນໍາພາລົງເບິ່ງຕົວຈິງໂດຍ ສົມສະໜຸກ ໄຊອຸດົມ ວ່າການເຈົ້າເມືອງ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ ແລະ ພະນັກງານວິຊາການຂອງບໍລິສັດ ວຽງແກ້ວ.


ການປູກໝາກໂມຢູ່ເມືອງ ບໍ່ແຕນ ໃນປີນີ້ເປັນປີທໍາອິດ, ປູກຢູ່ເຂດບ້ານ ໜອງປາຈີດ ເຊິ່ງມີເນື້ອທີ່ແຜນການປູກທັງໝົດ 100 ກວ່າເຮັກຕາ, ສາມາດເຮັດໄດ້ຕົວຈິງ 50 ເຮັກຕາ. ຮອດປັດຈຸບັນ ການກະກຽມດິນແມ່ນສໍາເລັດ100% ແລະ ປູກສໍາເລັດແລ້ວ 80 ກວ່າ%, ຄາດວ່າຈະໃຫ້ສໍາເລັດໃນທ້າຍເດືອນນີ້.

ທ່ານ ດວງປະເສີດ ອຸດົມຜົນ ຮອງບໍລິສັດ ວຽງແກ້ວ ໃຫ້ຮູ້ວ່າ: ສາເຫດທີ່ປູກບໍ່ໄດ້ຕາມແຜນການຍ້ອນວ່າ ປະຊາຊົນຈໍານວນໜຶ່ງພາຍໃນບ້ານບໍ່ເຂົ້າໃຈຈຶ່ງບໍ່ໃຫ້ເຊົ່າດິນ ແລະ ເຊື່ອວ່າໃນປີຕໍ່ໄປປະຊາຊົນເຫັນໄດ້ຄຸນຄ່າຂອງດິນຫຼາຍຍິ່ງຂຶ້ນແລ້ວກໍຈະໃຫ້ການຮ່ວມມືເປັນຢ່າງດີ.


ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ພ້ອມຄະນະ ກໍໄດ້ເຂົ້າເບິ່ງການກໍ່ສ້າງໂຮງຮຽນອະນຸບານ ບ້ານໜອງປາຈີດ, ໂຮງຮຽນດັ່ງກ່າວເປັນອາຄານຊັ້ນດຽວມີ 2 ຫ້ອງ ແຕ່ລະຫ້ອງມີຂະໜາດ 7×7,5 ແມັດ, ພື້ນປູດ້ວຍເປຕົງ, ຫຼັງຄາມຸງດ້ວຍສັງກະສີ ແລະ ຝາກໍ່ດ້ວຍດິນບ໋ອກ, ການກໍ່ສ້າງແມ່ນສໍາເລັດແລ້ວ 90% ມູນຄ່າການກໍ່ສ້າງ 100 ລ້ານກວ່າກີບ ໂດຍແມ່ນທຶນສົມທົບຂອງປະຊາຊົນພາຍໃນບ້ານ, ເມືອງ ບໍ່ແຕນ, ຜູ້ປະກອບການພາຍໃນເມືອງ ແລະ ທ່ານເຈົ້າແຂວງປະກອບສ່ວນເປັນປູນຈໍານວນ 20 ໂຕນ, ສ່ວນການກໍ່ສ້າງແມ່ນການຮ່ວມມືສາມັກຄີຂອງປະຊາຊົນພາຍໃນບ້ານ ໜອງປາຈີດ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ