ໄດ້ແລ້ວ THE WINNER MISTER GLOBAL LAOS 2021 ໜຸ່ມ ເປ້ ແສງອາພອນ ສຸລິຍະມາດ

309

ຜ່ານການປະກວດ, ເຮັດກິດຈະກໍາຕ່າງໆມາຫຼາຍເດືອນ ສໍາລັບເວທີປະກວດຊາຍງາມເວທີ MISTER GLOBAL LAOS 2021
ຫຼ້າສຸດໃນວັນທີ 19 ທັນວາ 2021 ທາງເພຈ໌ຫຼັກ MISTER GLOBAL LAOS ໄດ້ປະກາດຜົນຜູ້ໄດ້ຮັບລາງວັນ ຫຼື ໜຸ່ມທີ່ໄດ້ເປັນ MISTER GLOBAL LAOS 2021 ຄືໜຸ່ມ ເປ້ ແສງອາພອນ ສຸລິຍະມາດ MGL12 ສ່ວນສູງ178CM, ນໍ້າໜັກ 72 ກິໂລ

ເຊິ່ງກ່ອນໜ້ານີ້ໜຸ່ມເປ້ເຄີຍໃຫ້ສໍາພາດວ່າ ການມາປະກວດເທື່ອນີ້ຈຸດປະສົງ ບໍ່ໄດ້ມາພຽງແຕ່ຫວັງພຽງແຕ່ຕໍາແຫນ່ງເທົ່ານັ້ນ ແຕ່ຄືການອອກຈາກໂຊນປອດໄພຂອງຕົນເອງ ເພື່ອພິສູດວ່າຕົນເອງຈະມີຄວາມກ້າ, ຄວາມສາມາດຊໍ່າໃດ ແລະ ຕ້ອງການຫາປະສົບການ, ຫາຄວາມຮູ້, ຮຽນຮູ້ສິ່ງໃໝ່ບໍ່ວ່າຈະເປັນທັດສະນະຄະຕິ, ການວາງຕົວໃນສັງຄົມ, ການສ້າງຄວາມໝັ້ນໃຈ ແລະ ອື່ນໆ

ເພື່ອເອົາມາປັບໃຊ້ໃນການໃຊ້ຊີວິດປະຈຳວັນ ເພື່ອຕໍ່ຍອດໄປສູ່ຄວາມສຳເລັດໃນໜ້າທີ່ວຽກງານ ແລະ ເປັນເສົາຫຼັກທີ່ດີຂອງຄອບຄົວໃນອະນາຄົດ ແລະ ອີກສິ່ງໜຶ່ງທີ່ຕ້ອງເຮັດໃຫ້ໄດ້ ນັ້ນກໍຄືການສານຄວາມໃຝ່ຝັນໃນວົງການບັນເທີງ ແມ່ນຢາກເປັນຊາຍແບບ, ນັກສະແດງໃຫ້ປະສົບຜົນສໍາເລັດ.

ໜຸ່ມເປ້ ປັດຈຸບັນອາຍຸ 24 ປີ ເປັນຄົນນະຄອນຫຼວງວຽງຈັນ ຈົບການສຶກສາມາຈາກ ສປ ຈີນ ປັດຈຸບັນເຮັດວຽກເປັນພະນັກງານ
ໜຸ່ມເປ້ ມີຄະຕິປະຈຳໃຈແມ່ນ: “ ປະສົບການແມ່ນອາຈານທີ່ດີທີ່ສຸດ ເອົາຄວາມຜິດພາດໃນອະດີດມາເປັນບົດຮຽນ ເພື່ອເຕືອນສະຕິໃນການໃຊ້ຊີວິດໃນປັດຈຸບັນ ແລະ ອະນາຄົດ ເພາະເຊື່ອວ່າຖ້າເຮົາເບິ່ງອະດີດທີ່ຜິດພາດເປັນສິ່ງບໍ່ດີ ມັນກໍຈະເປັນສິ່ງທີ່ຜິດພາດໃນໃຈເຮົາຢູ່ຕະຫຼອດ ແຕ່ຖ້າເຮົາເບິ່ງໃນທາງທີ່ດີມັນກໍຈະເປັນບົດຮຽນອັນລໍ້າຄ່າໃຫ້ກັບຕົວເຮົາ ”.

ຄວາມສາມາດພິເສດແມ່ນ ສາມາດຫຼິ້ນກີຕ້າໄດ້ໜ້ອຍໜຶ່ງ ແລະ ກໍສາມາດເວົ້າພາສາຈີນໄດ້ ສ່ວນເລື່ອງທີ່ຖະໜັດແມ່ນກ່ຽວກັບການອອກກຳລັງກາຍ ເພາະເປັນຄົນມັກອອກກໍາລັງກາຍຢູ່ແລ້ວ.
ກິດຈະກຳຍາມວ່າງແມ່ນມັກໄປນັ່ງກິນກາເຟ ແລະ ອອກກຳລັງກາຍ ສ່ວນຮູບແບບການແຕ່ງຕົວຈະອອກແນວລຽບໆ ສຸພາບໜ້ອຍໜຶ່ງ.

ເຟດບຸກ PAY SOULIYAMATH