ກະຊວງ ອຸດສາຫະກຳ ແລະ ການຄ້າ ຈະເພີ່ມທະວີການຮ່ວມມືຕະຫຼາດທີ່ມີຢູ່ແລ້ວ ແລະ ຂະຫຍາຍຕະຫຼາດສົ່ງອອກໃໝ່ໆ ໃຫ້ໄດ້ຫຼາຍຂຶ້ນ

550

ລັດຖະມົນຕີກະຊວງກະຊວງ ອຄ ເຫັນດີຕໍ່ແຜນການປະຕິບັດຕົວຈິງໃນການຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ (ປູກຝັງ ແລະ ລ້ຽງສັດ) ທີ່ກະຊວງກະສິກຳ ແລະ ປ່າໄມ້ (ກປ) ສະເໜີຕໍ່ກອງປະຊຸມພົບປະຄະນະລັດຖະບານ ກັບ ພາກທຸລະກິດ ທີ່ຈັດຂຶ້ນໃນວັນທີ 16 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ. ຂະນະທີ່ກະຊວງ ອຄ ເພີ່ມທະວີການຮ່ວມມືຕະຫຼາດທີ່ມີຢູ່ແລ້ວ, ຊອກຫາຄູ່ຄ້າ ແລະ ຂະຫຍາຍຕະຫຼາດສົ່ງອອກໃໝ່ໆໃຫ້ແກ່ທຸລະກິດ ແລະ ສິນຄ້າຂອງ ສປປ ລາວ ໃຫ້ໄດ້ຫຼາຍຂຶ້ນ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ກ່າວໃນໂອກາດຂຶ້ນປະກອບຄຳເຫັນຕໍ່ກອງປະຊຸມວ່າ: ການຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກໍາ ເປັນສິນຄ້າໃຫ້ບຸກທະລຸ, ໃນປັດຈຸບັນທ່ານນາຍົກລັດຖະມົນຕີ ກໍຄືລັດຖະບານໄດ້ແບ່ງຄວາມຮັບຜິດຊອບໃໝ່ລະຫວ່າງ ກະຊວງ ກປ ແລະ ກະຊວງ ອຄ ໂດຍກະຊວງ ກປ ມີສິດ ແລະ ໜ້າທີ່ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານປຸງແຕ່ງກະສິກຳ ແລະ ປ່າໄມ້ ໃຫ້ເປັນລະບົບຕ່ອງໂສ້ໃນການຄຸ້ມຄອງກໍານົດແຜນການຜະລິດ, ປຸງແຕ່ງ ແລະ ຕະຫຼາດຢ່າງຄົບຊຸດກົມກຽວ, ຊຶ່ງເຫັນໄດ້ວ່າແຜນປະຕິບັດງານຕົວຈິງຂອງກະຊວງ ກປ ກໍໄດ້ກຳນົດແລ້ວ, ຫວັງຢ່າງຍິງວ່າໃນຕໍ່ໜ້າຈະມີສິນຄ້າກະສິກໍາຈະເຕີບໃຫຍ່ຂະຫຍາຍຕົວກວ່າເກົ່າ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ ທັງດ້ານປະລິມານ ແລະ ຄຸນນະພາບ ໂດຍສະເພາະຕະຫຼາດຈີນ ທີ່ເປັນຕະຫຼາດໃຫຍ່ທີ່ພວກເຮົາມີຄວາມພ້ອມທາງດ້ານການຂົນສົ່ງໃນການນຳໃຊ້ທາງລົດໄຟລາວ-ຈີນ.

ສ່ວນຄວາມຮັບຜິດຊອບຂອງກະຊວງ ອຄ ຕໍ່ກັບການແຜນດັ່ງກ່າວ ທາງກະຊວງໄດ້ມີແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ 2021-2025 ເປັນແຜນລວມຂອງກະຊວງ ແລະ ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 5 ປີ 2021-2025 ເປັນແຜນຍ່ອຍສະເພາະ, ຊຶ່ງບັນດາແຜນເຫຼົ່ານີ້ ແມ່ນໄດ້ມີແຜນວຽກຈຸດຕາມຕ໋ອງໂສ້ ຜະລິດກະສິກຳເປັນສິນຄ້າ ຕາມຄວາມຮັບຊອບ ຂອງກະຊວງ ອຄ ທີ່ສອດຄ່ອງກັບ ແຜນປະຕິບັດຕົວຈິງ ຂອງກະຊວງ ກປ ໄດ້ສະເໜີ, ຊຶ່ງມີບາງແຜນວຽກຈຸດສຸມດັ່ງນີ້:

ວຽກເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດ ພາກພື້ນ ແລະ ສາກົນ ແມ່ນມີຈຸດປະສົງສູ້ຊົນເຮັດໃຫ້ອັດຕາສ່ວນມູນຄ່າສົ່ງອອກສິນຄ້າອຸດສາຫະກຳປຸງແປງ ກວມ 50% ໃນປີ 2025 ແລະ ສັດສ່ວນຂອງມູນຄ່າການສົ່ງອອກພາຍໃຕ້ສິດທິພິເສດທາງດ້ານການຄ້າ ກວມ 25% ໃນປີ 2025, ຊຶ່ງຈະສຸມໃສ່ການຮ່ວມມື ແລະ ເຈລະຈາການຄ້າຂອບສອງຝ່າຍ, ອະນຸພາກພື້ນ, ພາກພື້ນ ແລະ ຫຼາຍຝ່າຍ ເພື່ອເປັນການດຶງດູດການຄ້າ ແລະ ການລົງທຶນ, ເພີ່ມທະວີການຮ່ວມມືຕະຫຼາດທີ່ມີຢູ່ແລ້ວ, ຊອກຫາຄູ່ຄ້າ ແລະ ຂະຫຍາຍຕະຫຼາດສົ່ງອອກໃໝ່ໆໃຫ້ແກ່ທຸລະກິດ ແລະ ສິນຄ້າຂອງ ສປປ ລາວ ໃຫ້ໄດ້ຫຼາຍຂຶ້ນ.

ສຸມໃສ່ການເຊື່ອມໂຍງເພື່ອຍົກສູງດ້ານມາດຕະຖານ ແລະ ຄຸນນະພາບຜະລິດຕະພັນອຸດສາຫະກໍາ ແລະ ເຄື່ອຂ່າຍການຜະລິດກັບພາກພື້ນ ແລະ ສາກົນ ໂດຍສະເພາະການເຂົ້າຮ່ວມຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ການຖ່າຍທອດເທັກໂນໂລຊີ; ສຸມໃສ່ການສົ່ງເສີມ ແລະ ພັດທະນາການຄ້າຊາຍແດນ ແລະ ການບໍລິການ ການຄ້າຜ່ານແດນ ຕິດພັນກັບໂລຈິສຕິກ ໃນຍຸກແຫ່ງການເຊື່ອມໂຍງ-ເຊື່ອມຈອດ ໂດຍສະເພາະ ແມ່ນຕະຫຼາດຈີນ ທີ່ເປັນຕະຫຼາດໃຫຍ່.

 

ຄຽງຄູ່ກັນນັ້ນ, 2 ກະຊວງ ອຄ ແລະ ກະຊວງ ກປ ຈະໄດ້ຮ່ວມກັນຢ່າງແທ້ຈິງຕື່ມອີກ ໂດຍສະເພາະຊຸກຍູ້-ສົ່ງເສີມບໍລິສັດ ເອໄອດີຊີເທຣດດິ້ງ ຈຳກັດຜູ້ດຽວທີ່ໄດ້ເຊັນສັນຍາການສົ່ງອອກພືດກະສິກຳຈາກລາວໄປຈີນ 15 ລາຍການ (ຖົ່ວດິນ, ມັນຕົ້ນ, ໝາກມ່ວງຫີນມະພານ, ຖົ່ວລຽນ, ກ້ວຍ, ໝາກມ່ວງ, ນ້ຳຕານ, ຖົ່ວຊະນິດຕ່າງໆ, ມັນດ້າງ, ນ້ຳເຜິ້ງ, ເຫຼັກ, ແອວມອນ, ພິສຕາຊິໂອ, ໝາກເຜັດ, ຊີ້ນງົວແຊ່ແຂງ… )ໂດຍ 2 ກະຊວງ ໄດ້ແບ່ງຄວາມຮັບຜິດຊອບສ້າງແຜນດຳເນີນງານເຮັດວຽກຮ່ວມກັບບໍລິສັດດັ່ງກ່າວ ເປັນເຂດ ແລະ ເປັນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ. ພ້ອມດຽວກັນ, ນຳໃຊ້ເວທີວາງສະແດງ ສິນຄ້າ ຢູ່ ສປ ຈີນ ເຊັ່ນ ຢູ່ຊຽງໄຮ່ ເຊັ່ນການຊື້ງົວ ແລະ ຊື້ເຂົ້າ ຈາກ ສປປ ລາວ; ປັດຈຸບັນ ບໍລິສັດໄອດີພີ ກໍໄດ້ເຊັນ ສົ່ງເຂົ້າອີກ 2.000 ໂຕນ ໄປຈີນ ໃນຂອບໂຄຕາ 50 ພັນໂຕນ, ມາຮອດໄລຍະນີ້ ການສົ່ງອອກເຂົ້າໃນໂຄຕາ 50 ພັນໂຕນໄດ້ສໍາເລັດ ເຖິງ 30 ພັນໂຕນ ແລະ ຄາດວ່າຈະສຳເລັດ ໃນປີ 2022.


ນອກຈາກນີ້ ກໍໄດ້ສົ່ງຫນັງສືສະເຫນີ ເຖິງ ສະຖານທູດ ສປ ຈີນ ປະຈຳລາວ ເພື່ອແຈ້ງເຖິງ ກົມໃຫຍ່ພາສີຈີນການຂໍສົ່ງອອກງົວຂອງ ບໍລິສັດ ໄຊຍາກໍ່ສ້າງ-ສ້ອມແປງ ແລະ ບໍລິສັດ ດອກຈຳປາພັນປີ ຮ່ວມມືກັບ ບໍລິສັດຈີນ.