ພ້ອມແລ້ວຫຼືຍັງ! ເປີດປະເທດ ເລີ່ມຈາກແຂວງທີ່ມີທ່າແຮງ

254

ໃນວັນທີ 15 ທັນວາ 2021ຢູ່ນະຄອນຫລວງວຽງຈັນ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຮັບຜິດຊອບການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ໄດ້ເປັນປະທານກອງປະຊຸມຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເຊິ່ງມີການປຶກສາຫາລື ແລະ ຮັບຟັງລາຍງານຄວາມຄືບໜ້າຂອງບັນດາຂະແໜງການ ທັງພາກລັດ ແລະ ພາກທຸລະກິດ ໃນການກະກຽມຄວາມພ້ອມເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວເຂົ້າມາທຽ່ວ ສປປ ລາວ.

ພ້ອມກັນນີ້ ຍັງຈະໄດ້ຮ່ວມກັນກໍານົດບັນດານິຕິກໍາ ລວມໄປເຖິງການກໍານົດລາຍລະອຽດບັນດາຂັ້ນຕອນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວ ກໍຄືບັນດາມາດຕະການຮັກສາຄວາມປອດໄພຂອງ ສປປ ລາວ ເຊິ່ງເປັນປັດໄຈສໍາຄັນຕົ້ນຕໍ ໃນການດຶງດູດນັກທ່ອງທ່ຽວເຂົ້າປະເທດ ໃນສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.


ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ສໍາລັບການເປີດປະເທດ ເພື່ອຕ້ອນ ຮັບນັກທ່ອງທ່ຽວ ຈະໄດ້ມີການພິຈາລະນາລະອຽດຕາມສະພາບຕົວຈິງ ໂດຍເລີ່ມຈາກບັນດາແຂວງທີ່ມີທ່າແຮງດ້ານການທ່ອງທ່ຽວ ແລະ ໄດ້ກໍານົດເຂົ້າໃນເຂດການທ່ອງທ່ຽວສີຂຽວກ່ອນ, ແຕ່ໃນປັດຈຸບັນບັນດາແຂວງເຫລົ່ານັ້ນ ສ່ວນຫລາຍແມ່ນມີສະພາບການລະບາດຂອງພະຍາດໂຄວິດ-19 ໃນລະດັບ ຕົ້ນໆຂອງປະເທດ ເຊັ່ນ: ນະຄອນຫລວງວຽງຈັນ, ຫລວງພະບາງ, ແຂວງວຽງຈັນ(ວັງວຽງ), ຈໍາປາສັກ.

ຢ່າງໃດກໍຕາມ ຕ້ອງໄດ້ຄົ້ນຄວ້າມາດຕະການປ້ອງກັນ ແລະ ແກ້ໄຂໃຫ້ສອດຄ່ອງກັບຄວາມເປັນຈິງຂອງແຕ່ລະແຂວງ ໂດຍຈະເປີດເປັນບາງຈຸດ ເພື່ອໃຫ້ນັກທ່ອງທ່ຽວໄດ້ເຄື່ອນໄຫວຕາມລາຍການທີ່ກໍານົດ, ລວມທັງການນໍາໃຊ້ການບໍລິການໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວ ຕາມທີ່ໄດ້ກໍານົດໃນລາຍການເທົ່ານັ້ນ. ພາກສ່ວນກ່ຽວຂ້ອງ ຕ້ອງສົມທົບກັບພາກທຸລະກິດກະກຽມຄວາມພ້ອມດ້ວຍຄວາມຮັບຜິດຊອບ ແລະ ເປັນເຈົ້າການ ໃນການໂຄສະນາສື່ສານ ໃຫ້ນັກທ່ອງທ່ຽວຮັບຊາບລາຍລະອຽດກ່ອນຈະເຂົ້າມາທ່ອງທ່ຽວ ກໍຄືຂັ້ນຕອນການຂໍອະນຸຍາດວິຊາ ແລະ ຂັ້ນຕອນເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ, ສິ່ງສຳຄັນຕ້ອງມີການແນະນໍາໂຄສະນາ, ສັນຍາລັກຕ່າງໆ ຢູ່ສະຖານທີ່ບໍລິການທ່ອງທ່ຽວ ແລະ ຂັ້ນຕອນການອໍານວຍຄວາມສະດວກຕ່າງໆ ເພື່ອແຈ້ງລ່ວງໜ້າໃຫ້ນັກທ່ອງທ່ຽວຮັບຊາບກ່ອນເຂົ້າປະເທດ. ທັງນີ້, ກໍເພື່ອສ້າງຄວາມເຊື່ອໝັ້ນຕໍ່ນັກທ່ອງທ່ຽວທັງພາຍ ແລະ ຕ່າງປະເທດ ໃນການປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.


ທ່ານ ກິແກ້ວ ໄຂຄຳພິທູນ ກ່າວຕື່ມວ່າ: ເຖິງວ່າການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວຈະພົບຄວາມຫຍຸ້ງຍາກ ແຕ່ພາຍໃຕ້ການນໍາພາຂອງພັກ-ລັດຖະບານ ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະຕ້ອງພ້ອມກັນຜ່ານຜ່າວິກິດນີ້ໄປພ້ອມກັນ ເພື່ອກ້າວໄປເຖິງເປົ້າໝາຍທີ່ກໍານົດໄວ້. ດັ່ງນັ້ນ, ທຸກຂະແໜງການທັງພາກລັດ ແລະ ພາກທຸລະກິດ ຕ້ອງມີຄວາມຮັບຜິດຊອບຮ່ວມກັນ ພວກເຮົາຈຶ່ງສາ ມາດບັນລຸໄດ້, ການກໍານົດບັນດານິຕິກໍາຕ່າງໆ ເພື່ອຮອງຮັບເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ຈະຕ້ອງມີການປະສານງານທີ່ລະອຽດວ່ອງໄວ, ມີແຜນຮອງຮັບທີ່ມີຄວາມເປັນເອກະພາບ, ມີການກະ ກຽມຄວາມພ້ອມໃນການອໍານວຍຄວາມສະດວກ, ມີການກໍານົດເປັນໄລຍະເວລາ, ກໍານົດເປັນເຂດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.

ພ້ອມນີ້, ທ່ານຮອງນາຍົກ ຍັງສະເໜີໃຫ້ຂະແໜງການທີ່ກ່ຽວ ຂ້ອງສຸມໃສ່ການສັກຢາປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນ, ຜູ້ປະກອບການບໍລິການທ່ອງທ່ຽວໃຫ້ຄົບຕາມກໍານົດ ໂດຍສະເພາະແມ່ນເຂດທີ່ກໍານົດຈະໃຫ້ນັກທ່ອງທ່ຽວໄປຢ້ຽມຢາມ ແລະ ໃຊ້ບໍລິ ການຕ່າງໆຕາມເສັ້ນທາງທ່ອງທ່ຽວ, ຈະມີມາດຕາການແນວໃດເພື່ອຊ່ວຍເຫລືອນັກທ່ອງທ່ຽວເວລາມີການຕິດເຊື້ອເຫລົ່ານີ້ເປັນຕົ້ນ.
ຂ່າວຈາກ: ຂປລ