ເຕັກນິກການຫຼິ້ນກ໊ອຟ: 5 ເຕັກນິກການຕີໄກ

185

ດັ່ງທີ່ຮູ້ກີລາກ໊ອຟແມ່ນກີລາທີ່ມີສະໜາມກວ້າງຂວາງ ແລະ ແນ່ນອນນັກກ໊ອຟສ່ວນໃຫຍ່ຢາກຈະຕີໃຫ້ໄດ້ໄກທີ່ສຸດ ແລະ ໄດ້ທິດທາງ ເພາະການຕີໄກນອກຈາກຈະສາມາດຂົ່ມຂວັນຄູ່ແຂ່ງແລ້ວ ຍັງເຮັດໃຫ້ການຫຼິ້ນພາຕໍ່ໄປງ່າຍຂຶ້ນ ກໍຄືການຕີຂຶ້ນຈຸດກຣີນໄດ້ໄວ ແລະ ມີໂອກາດທີ່ຈະເຂົ້າໃຫ້ຂຸມ ເພື່ອພັດເບີດີໄດ້ງ່າຍຂຶ້ນ.
ເຊິ່ງບັນຫາຂອງນັກກ໊ອຟທີ່ຕີບໍ່ໄດ້ໄລຍະໄກຂອງແຕ່ຄົນ ກໍລ້ວນແຕ່ມີອຸປະສັກທີ່ແຕກຕ່າງກັນ ເຊິ່ງມື້ນີ້ ທີມຂ່າວເສດຖະກິດ-ການຄ້າ ໄດ້ຮ່ວມກັບ ສະໜາມກ໊ອຟ ລາວ ຄັນທຣີ ຄັບ ໄດ້ນໍາເອົາ 7 ວິທີໃນການເພີ່ມໄລຍະຂອງການຕີທີ່ນັກກ໊ອຟລະດັບໂລກໃຊ້ມາແລ້ວ ຈາກບົດຄວາມຂອງສື່ຕ່າງປະເທດມາແນະນໍາ ດັ່ງນີ້:
1.ຫາວິທີທີ່ເຈົ້າຕີໄດ້ໄກທີ່ສຸດມາຢຶດເປັນຫຼັກ:
ກໍຄືເມື່ອຄຸນໃຊ້ວີທີໃດໜຶ່ງທີ່ພົບວ່າ ການຕີຂອງເຈົ້າຖືກເຕັມທີ່ ແລະ ໜ້າຈະໄກທີ່ສຸດມາຢືດເປັນຫຼັກການຝຶກຊ້ອມ ແລະ ໃນເວລາແຂ່ງຂັນໃຫ້ເປັນນິດໄສ ໂດຍໃຫ້ລອງຫາໂອກາດຕີໃນວັນທີ່ສະໜາມຫວ່າງ ດ້ວຍການຕີແບບສູງ, ປານການ ແລະ ຕໍ່າ ແລ້ວມາເບິ່ງວ່າວິທີໃດທີ່ຊ່ວຍໃຫ້ຕີໄດ້ໄລຍະທີ່ສຸດ ຕາມຮູບແບບຂອງເຈົ້າ ເຊິ່ງແນະນໍາໃຫ້ທົດສອບໃນໜາມທີ່ມີແສງສະຫວ່າງພຽງພໍ ເພື່ອໃຫ້ສາມາດເຫັນຕໍາແໜ່ງລູກກ໊ອຟຕົກສູ່ພື້ນໄດ້ຢ່າງຊັດເຈນ.

2.ໃຫ້ເລືອກໃຫ້ Driver ທີ່ເຂົ້າກັບລັກສະນະການຕີຂອງຕົວເອງ.
ເປັນອີກວິທີໜຶ່ງທີ່ຊ່ວຍໃນການຕີໄກໃຫ້ກັບນັກກ໊ອຟໄດ້ ເຊິ່ງ Driver ຫຼັກໆຈະມີການແອກແບບເປັນ 3 ກຸ່ມໃຫຍ່ຄື: Driver ທີ່ມີອົງສາດຽວກັນບາງລຸ້ນໃຫ້ມີລັກສະໂດດເດັ່ນໄປທາງພຸ່ງຕໍ່າ, ບາງລຸ້ນໂດດເດັ່ນໄປທາງພຸ່ງສູງ ແລະ ບາງລຸ້ນໂດດເດັ່ນທາງພຸ່ງກາງ. ດັ່ງນັ້ນ ເວລາຊື້ໄມ້ ຕ້ອງຄໍານືງເຖິງຮູບແບບການຕີຂອງຕົວເອງຄື: ຖ້າຮູບແບບການຕີຂອງເຈົ້າຕີລູກພຸ່ງສູງ ກໍຄວນເລືອກ Driver ທີ່ພຸ່ງຕໍ່າ, ແຕ່ໃນການກົງກັນຂ້າມ ຖ້າຫາກເຈົ້າຕີລູກຕໍ່າຫຼາຍໆ ກໍເລືອກ Driver ທີ່ໂດດເດັ່ນທາງພຸ່ງສູງ, ສ່ວນນັກກ໊ອຟທີ່ມີຮູບຕີພຸ່ງປານກາງ ກໍໃຫ້ເລືອກ Driver ທີ່ໂດດເດັ່ນທາງພຸ່ງກາງ.
3.ອອກກໍາລັງກາຍ.
ໃນລະຫວ່າງສະວິງການເລັ່ງຄວາມໄວຫົວໄມ້ໃຫ້ສູງສຸດ ນອກຈາກນັກກ໊ອຟຈະຕ້ອງມີຄວາມແຂງແຮງໃນການສ້າງແຮງຫວ່ຽງແລ້ວ ນັກກ໊ອຟຈະຕ້ອງມີຄວາມແຂງແຮງພຽງພໍໃນການຮອງຮັບແຮງຫວ່ຽງທີ່ຈະດືງນັກກ໊ອຟເສຍຫຼັກໄດ້ງ່າຍ. ດັ່ງນັ້ນ ການອອກກໍາລັງກາຍຈິ່ງຈໍາເປັນຕໍ່ນັກກ໊ອຟ ເພື່ອຊ່ວຍໃຫ້ການສະວິງແຮງໆໄດ້ຢ່າງສະບາຍ ພ້ອມທັງຊ່ວຍໃຫ້ນັກ໊ອຟສາມາດເພີ່ມຄວາມໄວຂອງຫົວໄມ້ໄດ້ ແລະ ການສະວິງສົມດຸນອີກດ່ວຍ. ຢ່າງໃດກໍຕາມການອອກກໍາລັງກາຍຕ້ອງອອກໃຫ້ຖືກສ່ວນເຊັ່ນ ກ້າມຊີ້ນຫຼັກບໍ່ວ່າຈະເປັນແຂນ ແລະ ຂາເປັນຕົ້ນ.

4.ຫາຈັງຫວະຄວາມໄວໃນການສະວິງທີ່ມີປະສິດທິພາບ
ກ່ອນອື່ນຕ້ອງຮູ້ວ່າຕົວເອງຕີໃນຈັງຫວະໃດ 1, 2, 3 ( 1 ຄືຍົກໄມ້ຂຶ້ນເພື່ອຈະຕີ, 2 ຄືສະວິງຂຶ້ນຈຸດສູງສຸດ, 3 ຄືສະວິງລົງ ), ສ່ວນບາງຄົນຕີິຈັງຫວະ 1, 2, 3, 4 ( ຈະມີຈັງຫວະຄ້າງເລັກໜ້ອຍຢູ່ 3 ກ່ອນ 4 ຈະວິງລົງ, ສ່ວນ 1 ແລະ 2 ກໍຄືກັນກັບຈັງຫວະ 1, 2, 3 ) ເຊິ່ງກໍແລ້ວແຕ່ຄວາມທະນັດຂອງແຕ່ລະຄົນ ກໍໃຫ້ເຮັດແບບໃດແບບໜຶ່ງໄປຕາຖະນັດບໍ່ໃຫ້ປ່ຽນຈາກ 1, 2, 3 ແລະ 1, 2, 3, 4 ໄປມາ ເພາະຈະເຮັດໃຫ້ເສຍຫຈັງວະ ເຮັດໃຫ້ຄວາມແນ່ນອນຂອງການສະວິງສູນເສຍໄປ.
5.ຄາຍຂໍ້ມືເມື່ອເຖິງຈັງຫວະທີ່ຈະຄາຍ.
ກະແຈສໍາຄັນທີ່ສຸດທີ່ແຍກນັກກ໊ອຟສະໝັກຫຼິ້ນອອກຈາກໂປຣ ຫຼື ນັກກ໊ອຟສີມືດີ ຄືຈັງຫວະການຄາຍມືເມື່ອເຖິງເວລາທີ່ເໝາະສົມ, ໂດຍທົ່ວໄປນັກກ໊ອຟສະໝັກຫຼິ້ນຈະຮີບຄາຍມືໄວເກີນໄປໃນໄລຍະກ່ອນ Impact ເຮັດໃຫ້ສູນເສຍໂອກາດໃນການສ້າງຄວາມໄວສູງສຸດ ແລະ ກິນແຮງໃນໄລຍະສະວິງລົງ, ສ່ວນການທີ່ນັກກ໊ອຟສາມາດຄາຍມືໄດ້ຢ່າງເໝາະສົມກ່ອນຈະເຂົ້າ Impact ຈະເຮັດໃຫ້ເກີດການເລັ່ງຈັງຫວະ 2 ທີ່ຂໍ້ມື ຊ່ວຍເພີ່ມຄວາມໄວໃນການເຂົ້າ Impact ໃຫ້ສູງຂຶ້ນ ຈາກການທົດສອບນັກກ໊ອຟທີ່ Backswing ດຽວກັນ ໂດຍການຕັ້ງໃຈຄາຍມືໄວ ກັບ ຄາຍມືຊ່ວງໃຫ້ຈະ Impact ພົບວ່າຄວາມໄວຫົວໄມ້ຕອນກະທົບກັບລູກກ໊ອຟຕ່າງກັນສູງສຸດເຖິງ 10 MPH ເມື່ອຄໍານວນເປັນໄລຍະທາງຈະເຮັດໃຫ້ໄລຍະທາງຕ່າງກັນເຖິງ 40 ຫຼາ.

+ອະທິບາຍສັບຂອງ ກີລາກ໊ອຟ ປະຈໍາວັນ:
-Driver ແມ່ນຫົວໄມ້ຂະໜາດໃຫຍ່ ແລະ ຍາວທີ່ສຸດໃນຖົງກ໊ອຟ ເປັນໄມ້ທີ່ໃຊ້ສໍາລັບການຕີໃນຈຸດທີອ໊ອຟ ຫຼື ຈຸດເລີ່ມຕົ້ນຂອງແຕ່ລະຂຸມ ແລະ ເປັນໄມ້ທີ່ຕີໄດ້ໄກທີ່ສຸດ.
-Impact ແມ່ນໄລຍະຈັງຫວະເວລາຕີຫາລູກກ໊ອຟ
-Backswing ຄືການຍົກໄມ້ຂຶ້ນເພື່ອຈະຕີ
ຄັດຈາກ: golferdigital.com