ເຈົ້າແຂວງ ໄຊຍະບູລີ ລົງຕິດຕາມການປູກ ຖົ່ວເຫຼືອງຢູ່ເມືອງ ຊຽງຮ່ອນ

369

ໃນວັນທີ 6 ທັນວາ2021 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະໄດ້ລົງຕິດຕາມ ການປູກ ຖົ່ວເຫຼືອງ ຂອງບໍລິສັດ ກາສ່ຽງ ຈາກ ສປຈີນ.

ໃຫ້ການຕ້ອນຮັບ ແລະ ນໍາພາລົງເບິ່ງຕົວຈິງໂດຍ ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ ແລະ ພະນັກງານວິຊາການຂອງບໍລິສັດ ກາສ່ຽງ.ການປູກຖົ່ວເຫຼືອງເພື່ອສົ່ງໄປ ສປປຈີນ ຢູ່ເມືອງ ຊຽງຮ່ອນ ໃນລະດູແລ້ງປີນີ້ ມີ 1 ບໍລິສັດຄື: ບໍລິສັດ ກາສ່ຽງ ເຊິ່ງມີເນື້ອທີ່ໃນການປູກຖົ່ວເຫຼືອງທັງໝົດ 170 ກວ່າເຮັກຕາ, ຮອດປະຈຸບັນ ການກະກຽມດິນແມ່ນສໍາເລັດແລ້ວ 80 % ແລະ ປູກສໍາເລັດແລ້ວ 40 %.


ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ພ້ອມຄະນະ ກໍໄດ້ເຂົ້າເບິ່ງການກໍ່ສ້າງໂຮງງານລ້າງໝາກຖົ່ວເຫຼືອງ, ເຊິ່ງການກໍ່ສ້າງແມ່ນສໍາເລັດແລ້ວ 70 %, ເບິ່ງການກໍ່ສ້າງ ໂຮງງານແປຮູບຢາງພະລາ ຂອງບໍລິສັດ ຈິນທົງ ການກໍ່ສ້າງແມ່ນສໍາເລັດ 15 %.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ