ເສຍຊີວິດສ່ວນໃຫຍ່ຄືຜູ້ມີໂລກປະຈຳຕົວ ສະມາຊິກຄອບຄົວຕ້ອງດູແລກຸ່ມນີ້ໃຫ້ດີ

262

ມາຮອດວັນທີ 05 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວເກືອບຈຸ 80 ພັນຄົນແລ້ວຢູ່ທີ່ 79.833 ຄົນ, ເສຍຊີວິດສະສົມ 207 ຄົນ (ໃໝ່ 06), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 551 ຄົນ, ກໍາລັງປິ່ນປົວ 11.842 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ ຜູ້ທີ 1). ເພດຊາຍ, ອາຍຸ 67 ປີ, ບ້ານສີສະຫວາດ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
ພະຍາດຜ່ານມາ: ຄວາມດັນເລືອດສູງ ໄດ້ສັກຢາວັກຊີນຄົບ ວັນທີ 01 ທັນວາ 2021: ເຂົ້າມາໂຮງໝໍມິດຕະພາບ ອາການເບື້ອງຕົ້ນ ໄຂ້, ໄອ,ຫາຍໃຈຝືດ, ແໜ້ນເອິກຮອດເວລາ 08:00 ໂມງ ຂອງວັນທີ 04 ທັນວາ 2021: ຄົນເຈັບເສຍຊີວິດ

ຜູ້ທີ 2). ເພດຍິງ, ອາຍຸ 70 ປີ, ບ້ານສະພານທອງ, ເມືອງ ສີນາກ, ນະຄອນຫລວງ ພະຍາດປະຈຳໂຕ ຄວາມດັນເລືອດສູງ ແລະ ເບົາຫວານ ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19 ຜູ້ກ່ຽວມີອາການໄຂ້, ເມື່ອຍ ແລະ ຫາຍໃຈຝືດ ວັນທີ 26 ພະຈິກ 2021: ຄົນເຈັບໄດ້ໄປກວກຢູ່ໂຮງມໍມະໂຫສົດ ເກັບຕົວຢ່າງ ແລະ ຜົນກວດເປັນບວກ ແແລະ ໄດ້ສົ່ງເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ ຮອດເວລາ 12:00 ໂມງຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 3). ເພດຊາຍ, ອາຍຸ 87 ປີ, ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫລວງ ພະຍາດປະຈໍາຕົວ ຄວາມດັນເລືອດສູງ
ບໍ່ໄດ້ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ເວລາ 18:00 ໂມງ ຂອງວັນທີ 04 ທັນວາ 2021 ໄດ້ມາກວດຢູ່ພະແນກສຸກເສີນຂອງໂຮງໝໍມິດຕະພາບ ຍ້ອນບໍ່ຮູ້ສະຕິ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນ
ບວກ, ຈົນມາຮອດເວລາ 19:30 ນາທີ ຄົນເຈັບ ໄດ້ເສຍຊີວິດ (ເສຍຊີວິດກ່ອນມາຮອດໂຮງໝໍ)

ຜູ້ທີ 4). ເພດຊາຍ ອາຍຸ 88 ປີ, ບ້ານອາມອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ ໄຂ່ຫຼັງຊຸດໂຊມຊຳເຮື້ອ ແລະ ຄວາມດັນເລືອດສູງ ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ວັນທີ 25 ພະຈິກ 2021 ມາໂຮງໝໍ ດ້ວຍອາການ ໄອ, ຫາຍໃຈຝືດ ແລະ ນອນພຽງບໍໄດ້ ຮອດເວລາ 00ໂມງ:30 ນາທີ ຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 5). ເພດຊາຍ ອາຍຸ 52 ປີ, ບ້ານ ພູຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມຊຳເຮື້ອ ແລະ ຄວາມດັນເລືອດສູງ ວັນທີ 02 ທັນວາ 2021 ມາໂຮງໝໍດ້ວຍອາການ ອິດເມື່ອຍ, ໄອ, ຫາຍໃຈຝືດ ແລະ ນອນພຽງບໍໄດ້ ມາຮອດຮອດເວລາ 00:00 ໂມງ ຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 6). ເພດຍິງ, ອາຍຸ 88 ປີ, ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫລວງ ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ເບົາຫວານ ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ວັນທີ 22 ພະຈິກ 2021: ມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຍາກ ແລະ ແໜ້ນໜ້າເອີກ ມາຮອດຮອດເວລາ 07:45 ນາທີ ຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ