2 ທັນວາ ເປີດພິທີທາງສາສະໜາ ເບີກໂຊກໄຊຍະມຸງຄຸນ ເສັ້ນທາງລົດໄຟ ລາວ-ຈີນ

1261

ໃນຕອນເຊົ້າຂອງ ວັນທີ 2 ທັນວາ 2021, ທີ່ສະຖານີລົດໄຟນະຄອນຫລວງວຽງຈັນ, ບ້ານໄຊ ເມືອງໄຊທານີ ໄດ້ມີພິທີເບີກໂຊກໄຊຍະມຸງຄຸນ ເສັ້ນທາງລົດໄຟລາວ-ຈີນ  ນຳໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ການນຳພັກຫຼັດພ້ອມດ້ວຍພຸດທະ ສາສະນິກກະຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ໃນພິທີ ພາຍຫຼັງເຕົ້າໂຮມພົນແລ້ວ ທ່ານນາຍົກລັດຖະມົນຕີ ໄດ້ຂຶ້ນໄຕ້ທູບທຽນບູຊາພຣະຣັດຕະນະໄຕ ຈາກນັ້ນກໍລັ່ນຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນ. ກ່ອນຈະເຂົ້າສູ່ມິພິທີໄຫວ້ພຣະຣັດຕະນະໄຕ ຮັບສິນ, ສູດປະລິຕະມະຫາມຸງຄຸນໄຊຫລວງ (ສູດມະຫາໄຊຍະມຸງຄຸນຫລວງ), ຟັງທຳມະເທດສະໜາບັນຍາຍ 1 ກັນ, ກ່າວຄຳຖວາຍສັງຂະທານ, ເຄນກັນບູຊາທຳມະເທດສະໜາ, ເຄນບ້າງປັດໄຈບູຊາທຳ, ຄາລະ ວະ-ຮັບພອນ-ຢາດນ້ຳ ແລະ ຕາງໜ້າຄະນະພະສົງພົມນ້ຳມົນສະຖານີ ແລະ ລົດໄຟ ເພື່ອເປັນສິຣິມຸງຄົນ ເອົາໂຊກເອົາໄຊ.

.


ພິທີເບີກໂຊກໄຊຍະມຸງຄຸນ ແມ່ນພິທີ ທີ່ມີຄວາມສຳຄັນທາງສາສະໜາ, ໃນພິທີຈະມີການສູດ ປະລິຕະມະຫາມຸງຄຸນໄຊຫລວງ ການສູດດັ່ງກ່າວ, ເພື່ອກຳກັດປັດເພີກສິ່ງບໍ່ດີທີ່ ຢູ່ໃນສະຖານີທີ່ວັດຖຸ, ບຸກຄົນນັ້ນໆໃຫ້ອອກໄປ ເພື່ອເປັນສິຣິມຸງຄຸນໃນການດຳເນີນໄປໄດ້ຢ່າງລາບລື້ນ ແລະ ສັນຕິສຸກ ເພື່ອເສີມສ້າງບຸນຍາປາຣະມີ ໃຫ້ແກ່ຜູ້ທີ່ເຂົ້າຮ່ວມໃນພິທີດັ່ງກ່າວ.

.

ທັງໝົດນີ້ຄວາມໝາຍຄືເປັນພິທີທາງສະສະໜາເປີດເອົາເລິກເອົາໄຊເສັ້ນທາງລົດໄຟກ່ອນຈະກ້າວສູ່ພິທີເປີດນຳໃຊ້ຢ່າງເປັນທາງການກໍ່ຄືວັນທີ 3 ທັນວາ 2021 ທີ່ຈະມີການເຄື່ອນຂະບວນລົດໄຟໄປເຖິງບໍ່ເຕນຈຸດເຊື່ອມຈອດລາວ-ຈີນ.

.