ອົງການທ່ອງທ່ຽວໂລກ ຄາດ ພິດໂຄວິດເຮັດໃຫ້ສູນເສຍລາຍໄດ້ 2 ພັນຕື້ໂດລາ

309

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ອົງ​ການ​ທ່ອງ​ທ່ຽວ​ໂລກ ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຄາດ​ການ​ວ່າ ສະ​ຖາ​ນະ​ການ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຈະ​ສົ່ງ​ຜົນ​ໃຫ້​ອຸດ​ສາ​ຫະ​ກຳ​ການ​ທ່ອງ​ທ່ຽວ​ໂລກ​ສູນ​ເສຍ​ລາຍ​ໄດ້​ປະ​ມານ 2 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ ໂດຍ​ການ​ຟື້ນ​ຕົວ​ຂອງ​ການ​ທ່ອງ​ທ່ຽວ​ໂລກ​ເປັນ​ໄປ​ຢ່າງ​ຊ້າ​ໆ.

ອົງ​ການ​ທ່ອງ​ທ່ຽວ​ໂລກ​ຄາດ​ວ່າ ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຈະ​ຢູ່​ທີ່​ປະ​ມານ 70-75% ເມື່ອ​ທຽບ​ກັບ​ປີ 2019 ກ່ອນ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ປະ​ມານ 1.500 ລ້ານ​ຄົນ ເຊິ່ງ​ປີ​ນີ້ ຄາດ​ວ່າ ຈະ​ຢູ່​ໃນ​ລະ​ດັບ​ດຽວ​ກັນ​ກັບ​ປີ 2020 ທີ່​ຂະ​ແໜງ​ທ່ອງ​ທ່ຽວ​ໂລກ​ສູນ​ເສຍ​ລາຍ​ໄດ້​ໄປ 2 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ.

ລາຍ​ງານ​ລະ​ບຸ​ວ່າ ເຖິງ​ແມ່ນ​ວ່າ ສະ​ຖາ​ນະ​ການການ​ແຜ່​ລະ​ບາດ​ຄ່ອຍໆ​ດີ​ຂຶ້ນ ແຕ່​ອັດ​ຕາ​ການ​ສັກ​ວັກ​ຊີນ​ຍັງ​ບໍ່​ເທົ່າ​ທຽມ ແລະ ທົ່ວ​ເຖິງ ບວກ​ກັບ​ການ​ລະ​ບາດ​ຂອງ​ສາຍ​ພັນ​ເດວ​ຕ້າ ແລະ ໂອ​ໄມ​ຄ​ຣອນ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ຟື້ນ​ຕົວ​ຂອງ​ການ​ທ່ອງ​ທ່ຽວ.

ທ່ານ ຊູ​ແຣັບ ໂປ​ໂລ​ລີ​ຄາ​ຊວີ​ລີ ຜູ້​ອຳ​ນວຍ​ການ​ອົງ​ການ​ທ່ອງ​ທ່ຽວ​ໂລກ​ລະ​ບຸ​ວ່າ: ເມື່ອ​ບໍ່​ດົນ​ມາ​ນີ້ ຫຼາຍ​ປະ​ເທດ​ໄດ້​ກັບ​ມາ​ລັອກ​ດາວ ພ້ອມ​ນຳ​​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ການ​ເດີນ​ທາງ​ລະ​ຫວ່າງ​ປະ​ເທດ ສະ​ແດງ​ໃຫ້​ເຫັນ​ວ່າ​ ຍັງ​ບໍ່​ສາ​ມາດ​ຄາດ​ເດົາສະ​ຖາ​ນະ​ການ​ໄດ້ ແຕ່​ກໍ​ຫວັງ​ວ່າ ປີ 2022 ຈະ​ດີ​ຂຶ້ນກວ່າ​ປີ​ນີ້. ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ປະ​ສານ​ງານ​ກັນ​ເລື່ອງ​ລະ​ບຽບ​ການ ແລະ ມາດ​ຕະ​ການ​ຕ່າງໆ​ໃຫ້​ດີ ເພາະ​ນັກ​ທ່ອງ​ທ່ຽວ​ຕ່າງ​ກໍ​ສັບ​ສົນ ແລະ ບໍ່​ຮູ້​ວ່າ ຈະ​ເດີນ​ທາງ​​ທ່ອງ​ທ່ຽວແນວ​ໃດ ທ່າມ​ກາງ​ສະ​ຖ​ານະການ​ແບບ​ນີ້.