ກຽມໃຈໄປຂຶ້ນລົດໄຟຄ່າໂດຍສານ ຕາມນີ້ເດີ້

1205

ເຊື່ອວ່າຫຼາຍຄົນກໍ່ຄົງຕັ້ງໜ້າຕັ້ງຕາທີ່ຢາກຈະຮູ້ວ່າ ລາຄາລົດໄຟຄວາມໄວສູງ ວ່າເດີນທາງໄປໃສເສຍຄ່າເທົ່າໃດ ພວກເຮົາລໍຖ້າມື້ທີ່ຂໍ້ມູນເປີດເຜີຍ ເພື່ອຈະເອົາມາເປີດເຜີຍຕໍ່ທ່ານຜູ້ອ່ານເຊັ່ນດຽວກັນ ແລະຕອນນີ້ໄດ້ແຈ້ງອອກມາຢ່າງເປັນທາງການແລ້ວ ເນື່ອງຈາກໃກ້ຈະຮອດວັນເວລາທີ່ສຳຄັນໃນການເປິດນຳໃຊ້ເສັ້ນທາງລົດໄຟສາຍປະຫວັດສາດ ໃນວັນທີ 3 ທັນວາ ນີ້ແລ້ວ.

ອີງຕາມແຈ້ງການຂອງກະຊວງໂຍທາທິການ ແລະ ຂົນສົ່ງເລກທີ 24016/ຍທຂ.ຫກ ລົງວັນທີ 25 ພະຈິກ 2021 ເຊິ່ງໄດ້ເຫັນດີຕໍ່ການສະເໜີຂອງກົມທາງລົດໄຟ ແລະ ຮັບຮອງນໍາໃຊ້ຊົ່ວຄາວລາຄາປີ້ໂດຍສານ ແລະ ແຜນລາຄາການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ໃນແຕ່ລະໄລຍະທາງຂອງເສັ້ນທາງລົດໄຟລາວ-ຈີນແຕ່ນະຄອນຫຼວງວຽງຈັນຫາບໍ່ເຕັນ.

ໃນນີ້ຄ່າໂດຍສານຈາກນະຄອນຫຼວງວຽງຈັນ-ໂພນໂຮງ ລົດໄຟຊັ້ນ 1 ລາຄາ 86.000 ກີບ/ຄົນ, ຊັ້ນ2 ແມ່ນ 56.000/ຄົນ ລົດໄຟຄວາມໄວທຳມະດາ 40.000 ຕໍ່ຄົນ, ຈາກນະຄອນຫຼວງວຽງຈັນ-ວັງວຽງ ລົດໄຟຊັ້ນ1 ລາຄາ 164.000ກີບ/ຄົນ, ຊັ້ນ2 103.000 ກີບ/ຄົນ, ລົດໄຟຄວາມໄວທຳມະດາ 74.000ກີບ/ຄົນ, ນະຄອນຫຼວງວຽງຈັນ-ຫຼວງພະບາງ ລົດໄຟຊັ້ນ1 313.000 ກີບ/ຄົນ, ຊັ້ນ2 ຄິດເປັນ 198.000 ກີບ/ຄົນ , ລົດໄຟຄວາມໄວທຳມະດາ 140.000 ກີບ/ຄົນ.

ຈາກນະຄອນຫຼວງວຽງຈັນ-ເມືອງໄຊ ລົດໄຟຊັ້ນ1 ແມ່ນ 443.000 ກີບ/ຄົນ, ຊັ້ນ2 ລາຄາ 279.000 ກີບ/ຄົນ, ລົດໄຟຄວາມໄວທຳມະດາ 198.000 ກີບ/ຄົນ ແລະ ນະຄອນຫຼວງວຽງຈັນ-ບໍ່ເຕັນ ລົດໄຟຊັ້ນ1 ລາຄາ 529.000 ກີບ/ຄົນ, ຊັ້ນ2 333.000 ກີບ/ຄົນ , ລົດໄຟຄວາມໄວທຳມະດາແມ່ນ 238.000 ກີບ/ຄົນ.

ຈາກໂພນໂຮງ-ວັງວຽງ ລົດໄຟຊັ້ນ1 ລາຄາ 79.000 ກີບ/ຄົນ, ຊັ້ນ2 ແມ່ນ 52.000 ກີບ/ຄົນ , ລົດໄຟຄວາມໄວທຳມະດາ 38.000 ກີບ/ຄົນ, ໂພງໂຮງ-ຫຼວງພະບາງ ລົດໄຟຊັ້ນ1 ແມ່ນ 230.000 ກີບ/ຄົນ, ຊັ້ນ2 ລາຄາ 146.000 ກີບ/ຄົນ , ລົດໄຟຄວາມໄວທຳມະດາ 104.000 ກີບ/ຄົນ, ໂພນໂຮງ-ເມືອງໄຊ ລົດໄຟຊັ້ນ1 ຄິດເປັນ 360.000 ກີບ/ຄົນ, ຊັ້ນ2 227.000 ກີບ/ຄົນ, ລົດໄຟຄວາມໄວທຳມະດາ 162.000 ກີບ/ຄົນ.


ຈາກວັງວຽງ-ຫຼວງພະບາງ ລົດໄຟຊັ້ນ1 ແມ່ນ 155.000 ກີບ/ຄົນ, ຊັ້ນ2 ແມ່ນ 97.000 ກີບ/ຄົນ, ລົດໄຟຄວາມໄວທຳມະດາ 70.000 ກີບ/ຄົນ, ວັງວຽງ-ເມືອງໄຊ ລົດໄຟຊັ້ນ1 284.000 ກີບ/ຄົນ, ຊັ້ນ2 178.000 ກີບ/ຄົນ, ລົດໄຟຄວາມໄວທໍາມະດາ 128.000 ກີບ/ຄົນ, ວັງວຽງ-ບໍ່ເຕັນ ລົດໄຟຊັ້ນ1 371.000 ກີບ/ຄົນ, ຊັ້ນ2 232.000 ກີບ/ຄົນ , ລົດໄຟຄວາມໄວທໍາມະດາ 167.000 ກີບ/ຄົນ.


ຫຼວງພະບາງ-ເມືອງໄຊ ລົດໄຟຊັ້ນ1 133.000 ກີບ/ຄົນ, ຊັ້ນ2 85.000 ກີບ/ຄົນ, ລົດໄຟຄວາມໄວທຳມະດາ 61.000 ກີບ/ຄົນ, ຫຼວງພະບາງ-ບໍ່ເຕັນ ລົດໄຟຊັ້ນ1 220.000 ກີບ/ຄົນ, ຊັ້ນ2 139.000 ກີບ/ຄົນ , ລົດໄຟຄວາມໄວທຳມະດາ 99.000 ກີບ/ຄົນ ແລະ ຈາກເມືອງໄຊ-ບໍ່ເຕັນ ລົດໄຟຊັ້ນ1 90.000 ກີບ/ຄົນ, ຊັ້ນ2 58.000 ກີບ/ຄົນ ແລະ ລົດໄຟຄວາມໄວທໍາມະດາ 41.000 ກີບ/ຄົນ.