ລະດົມຄວາມຄິດເຫັນພາກເອກະຊົນ ເພື່ອເປັນພື້ນຖານນຳໄປປັບປຸງກົດໝາຍວ່າດ້ວຍວິສາຫະກິດ

1057

ພາກລັດ ແລະ ພາກເອກະຊົນ ໄດ້ລະດົມຄວາມຄິດເຫັນກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍວິສາຫະກິດ ທີ່ນຳໃຊ້ໃນປັດຈຸບັນ ເພື່ອເປັນພື້ນຖານໃນການປັບປຸງກົດໝາຍດັ່ງກ່າວ ຄາດວ່າຈະນຳເອົາເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນທ້າຍປີ 2022.

ໃນວັນທີ 19 ພະຈິກ 2021 ນີ້ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນພາກເອກະຊົນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013 ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ອຄ ແລະ ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ມີຄະນະກົມ, ຜູ້ອໍານວຍການ, ຜູ້ຈັດການ, ຜູ້ຕາງໜ້າຫົວໜ່ວຍວິສາຫະກິດ, ກອງເລຂາປັບປຸງກົດໝາຍດັ່ງກ່າວເຂົ້າຮ່ວມ.

ທ່ານ ບຸນເຖິງ ດວງສະຫວັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຖືເປັນຄັ້ງທຳອິດທີ່ພາກລັດພວກເຮົາໄດ້ຮ່ວມກັບພາກທຸລະກິດ ມາທົບທວນຄືນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ ລົງວັນທີ 26 ທັນວາ 2013 (ສະບັບປັດຈຸບັນ) ເຊິ່ງໄດ້ຈັດຕັ້ງປະຕິບັດມາ 8 ປີແລ້ວ ມາທົບທວນເບິ່ງເຫັນວ່າມີຫຼາຍບັນຫາ, ຫຼາຍມາດຕາ ທີ່ຕ້ອງໄດ້ຄົ້ນຄວ້າລົງເລິກຕື່ມໃນການປັບປຸງ ໂດຍໃຫ້ສອດຄ່ອງກັບການສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ພາກທຸລະກິດແທ້ໆ ພ້ອມທັງໃຫ້ສອດຄ່ອງກັບກົດໝາຍອື່ນ ລວມທັງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບໃໝ່ ແລະ ໃຫ້ໃກ້ຄຽງກັບກົດໝາຍຂອງບັນດາປະເທດໃນພາກພື້ນ. ສະນັ້ນ, ການປັບປຸງກົດໝາຍວ່າດ້ວຍວິສາຫະກິດ ຈະໄດ້ເປີດກວ້າງຂຶ້ນ ແລະ ຕາມແຜນການປັບປຸງກົດໝາຍສະບັບນີ້ ຄາດວ່າຈະນຳເອົາເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນທ້າຍປີ 2022.

ໃນບົດລາຍງານການດໍາເນີນທຸລະກິດຂອງທະນາຄານໂລກ (Ease of Doing Business) ຄວາມສະດວກໃນການດຳເນີນທຸລະກິດຢູ່ ສປປ ລາວ ຍັງຢູ່ໃນລໍາດັບ 154, ສ່ວນການເລີ່ມຕົ້ນທຸລະກິດ (ຕົວຊີ້ວັດທີ 1) ຢູ່ໃນອັນດັບທີ 181 ຈາກທັງໝົດ 190 ກວ່າປະເທດ ແລະ ເຂດແຄ້ວນ. ສະນັ້ນ ໃນປີ 2018 ເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມສະດວກແກ່ຜູ້ລົງທຶນ ລັດຖະບານ ຈິ່ງໄດ້ອອກຄໍາສັ່ງສະບັບເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ແລະ ກະຊວງ ອຄ ໄດ້ອອກຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນວິສາຫະກິດ ສະບັບເລກທີ 0023/ອຄ.ກທຄວ ລົງວັນທີ 19 ມັງກອນ 2019 ເພື່ອເປັນການປັບປຸງຕົວຊີ້ວັດທີ 1 ການເລີ່ມຕົ້ນທຸລະກິດ, ຊຶ່ງເປັນການຂຶ້ນທະບຽນວິສາຫະກິດ ຈາກລະບົບ EX-Ante ມາເປັນ ລະບົບ Ex-Post ເຮັດໃຫ້ຂັ້ນຕອນການຂຶ້ນທະບຽນວິສາຫະກິດຫຼຸດລົງຈາກ 9 ຂັ້ນຕອນ ເຫຼືອພຽງ 3 ຂັ້ນຕອນ ແລະ ຫຼຸດເວລາລົງຈາກສະເລ່ຍ 174 ວັນ ມາເປັນ 17 ວັນລັດຖະການ.

ທ່ານ ບຸນເຖິງ ດວງສະຫວັນ ກ່າວຕື່ມວ່າ: ເຫດຜົນເບື້ອງຕົ້ນຂອງການປັບປຸງກົດໝາຍສະບັບນີ້ ແມ່ນເພື່ອແກ້ໄຂ 2 ຕົວຊີ້ວັດ ຂອງທະນາຄານໂລກຄື: 1 ຕົວຊີ້ວັດທີ 1 ການເລີ່ມຕົ້ນທຸລະກິດ ແລະ ຕົວຊີ້ວັດທີ 6 ການປົກປ້ອງຜູ້ລົງທຶນລາຍຍ່ອຍ ຊື່ງຈະໄດ້ປັບປຸງກົດໝາຍວິສາຫະກິດ ໃນໝວດທີ 2, ພາກທີ II ການຂຶ້ນທະບຽນວິສາຫະກິດ ແລະ ໝວດທີ 2 ພາກທີ V ຂອງ ບໍລິສັດຈໍາກັດເທົ່ານັ້ນ.ແຕ່ຜ່ານການຄົ້ນຄວ້າປຶກສາຫາລື ໃນຄະນະຊີ້ນໍາປັບປຸງກົດໝາຍເຫັນວ່າ ຍັງມີຫຼາຍບັນຫາຕ້ອງໄດ້ຮັບການຄົ້ນຄວ້າປັບປຸງແກ້ໄຂຕື່ມອີກປະມານ 10 ກວ່າປະເດັນ ເປັນຕົ້ນແມ່ນ: 1) ການຄວບ ແລະ ການແຍກວິສາຫະກິດ; 2) ການຖອກຮຸ້ນ ແລະ ຜົນສະທ້ອນ ຂອງການບໍ່ຖອກຮຸ້ນ; 3) ການຍຸບເລີກ ແລະ ການຢຸດເຊົາວິສາຫະກິດ; 4) ການລົບລ້າງ ແລະ ການຖອນໃບທະບຽນວິສາຫະກິດ; 5) ການຄຸ້ມຄອງພາຍຫຼັງຂຶ້ນທະບຽນວິສາຫະກິດ ລະຫວ່າງ ພາກສ່ວນອອກທະບຽນວິສາຫະກິດ, ພາກສ່ວນສ່ວຍສາອາກອນ ແລະ ພາກສ່ວນອອກອະນຸຍາດດໍາເນີນທຸລະກິດ; 6) ການປ່ຽນຮູບການວິສາຫະກິດ; 7 ກຸ່ມບໍລິສັດ ແລະ ບໍລິສັດໃນກຸ່ມ, ສາຂາວິສາຫະກິດ, ວິສາຫະກິດແມ່ ແລະ ວິສາຫະກິດລູກ; 8) ການຢັ້ງຢືນຈົດທະບຽນຊັບສິນຂອງວິສາຫະກິດ; 9) ມາດຕະການຕໍ່ການລະເມີດຂອງວິສາຫະກິດ ທີ່ຕິດພັນກັບພາກສ່ວນອອກທະບຽນວິສາຫະກິດ ແລະ 10) ຜົນຂອງການຂຶ້ນທະບຽນວິສາຫະກິດ. ບັນດາປະເດັນທີ່ກ່າວມານີ້ ມີບາງປະເດັນຍັງບໍ່ທັນໄດ້ ກຳນົດໃນກົດໝາຍສະບັບປັດຈຸບັນ ເຊັ່ນ: ການແຍກວິສາຫະກິດ, ການຢຸດເຊົາວິສາຫະກິດ ແລະ ການລົບລ້າງ ແລະ ການຖອນໃບທະບຽນວິສາຫະກິດ ດັ່ງນີ້ເປັນຕົ້ນ.

ທ່ານ ໄຊບັນດິດ ຣາຊະພົນ ກ່າວວ່າ: ກົດໝາຍວ່າດ້ວຍວິສາຫະກິດ ສະບັບປັດຈຸບັນ ພວກເຮົາໃນນາມເປັນຜູ້ຈັດຕັ້ງປະຕິບັດກົດໝາຍດັ່ງກ່າວເຫັນວ່າ ປະຕິບັດໄດ້ດີສົມຄວນ ແລະ ຂໍຊົມເຊີຍມາຍັງກະຊວງ ອຄ ທີ່ໄດ້ມີການປັບປຸງລະບຽບການຕ່າງໆມາໂດຍມາຕະຫຼອດ ເພື່ອເຮັດແນວໃດໃຫ້ການຂຶ້ນທະບຽນຂອງວິສາຫະກິດ, ບໍລິສັດຕ່າງໆສາມາດຈົດທະບຽນໄດ້ທັນທີໃນຂະແໜງການທີ່ກ່ຽວຂ້ອງ ຈາກຫຼາຍວັນ ມາເຫຼືອພຽງ 17 ວັນ ແລະ ມາດຕະການອື່ນໆ. ແຕ່ຢ່າງໃດກໍຕາມ, ຖ້າກະຊວງ ອຄ ເຮັດຝ່າຍດຽວກໍບໍ່ໄດ້ ຕ້ອງໄດ້ລະດົມຫຼາຍພາກສ່ວນ, ຫຼາຍທຸລະກິດ, ດັ່ງການປະຊຸມກັນໃນຄັ້ງນີ້ ຂ້າພະເຈົ້າຂໍໃຫ້ພາກສ່ວນທຸລະກິດພວກເຮົາຮ່ວມກັນປະກອບຄຳເຫັນ ເພື່ອປັບປຸງບັນຍາກາດການລົງທຶນໃນ ສປປ ລາວ ມີຄວາມສະດວກ ແລະ ເປັນປະເທດທີ່ໜ້າມາລົງທຶນ.

ກອງປະຊຸມລະດົມຄວາມຄິດເຫັນຄັ້ງນີ້ ພາຍຫຼັງສຳເລັດກອງປະຊຸມ ກອງເລຂາປັບປຸງກົດໝາຍຈະສັງລວມເອົາການປະກອບຄໍາຄິດຄຳເຫັນເຂົ້າໃສ່ໃນຮ່າງກົດໝາຍວ່າດ້ວຍວິສາຫະກິດ, ຫຼັງຈາກນັ້ນຈະນໍາເອົາຮ່າງກົດໝາຍມາມີຄໍາເຫັນອີກຄັ້ງ.