9 ເດືອນຜ່ານມາ! ເມືອງຊຽງຮ່ອນສົ່ງອອກຢາງພາລາມູນຄ່າກວ່າ 7 ຕື້

735

ອິງຕາມການລາຍງານຈາກ ທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງຊຽງຮ່ອນ ແຂວງໄຊຍະບູລີໄດ້ໃຫ້ຮູ້ວ່າ: ການສົ່ງອອກຢາງພາລາເປັນສິນຄ້າຢູ່ເມືອງຊຽງຮ່ອນໂດຍຜ່ານການກວດກາຈາກໝ່ວຍງານປະຕູດຽວຂອງເມືອງໃນໄລຍະ 9 ເດືອນ 2021ຜ່ານມາ ສາມາດສົ່ງອອກຢາງພາລາໄດ້ຈໍານວນ 1.170 ໂຕນ.

ເຊິ່ງສິນຄ້າຢາງພາລາເຫຼົ່ານັ້ນສາມາດສ້າງລາຍຮັບເປັນມູນຄ່າທັງໝົດ 7,6 ລ້ານກວ່າກີບ, ເພີ່ມຂື້ນ 400 ໂຕນ ຖ້າທຽບໃສ່ປີ 2020. ເຊິ່ງປີຜ່ານມາ ສາມາດສົ່ງອອກຢາງພາລາໄດ້ 770 ໂຕນ ສ້າງມູນຄ່າໄດ້ 1,91 ຕື້ກີບ. ນອກຈາກການສົ່ງອອກ 9 ເດືອນຜ່ານມາ ຍັງເມືອງຊຽງຮ່ອນຄາດຄະເນໃນ 3 ເດືອນຕໍ່ໜ້າ ການສົ່ງອອກຢາງພາລາຄາດວ່າຈະຈະບັນລຸໃຫ້ໄດ້ອິກ 390 ໂຕນ ມູນຄ່າ 253 ລ້ານກີບ.

ທົ່ວເມືອງມີເນື້ອທີ່ປູກຢາງພາລາທັງໝົດ 5.036 ເຮັກຕາ ໃນນັ້ນເນື້ອທີ່ທີ່ໄດ້ປາດເອົານໍ້າຢາງແລ້ວ 3.830 ເຮັກຕາ ໂດຍມີການລົງທຶນປູກຂອງບໍລິສັດ ລີລ້ຽງຢູນານ ຈໍາກັດ ໃນເນື້ອທີ່ 642 ເຮັກຕາ, ບໍລິສັດ ຊຽງຕາລີ ຈຳຈັດ 2.885 ເຮັກຕາ, ບໍລິສັດ ບໍ່ແກ້ວ ຈຳກັດ ໃນເນື້ອທີ່ 187 ເຮັກຕາ ແລະ ປະຊາຊົນປູກເອງ ຈໍານວນ ເນື້ອທີ່ 1.320 ເຮັກຕາ.

ໃນປີ 2021 ນີ້ ຫ້ອງການ ກະສິກຳແລະ ປ່າໄມ້ຍັງໄດ້ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນຂື້ນແຜນປູກຕື່ມຈຳນວນ 200 ກວ່າເຮັກຕາ ທັງໝົດນີ້ກໍ່ເພື່ອປະຕິບັດຕາມຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຕິດພັນກັບການຊຸກຍູ້ສົ່ງເສີມຊາວກະສິກອນຢູ່ພາຍໃນເມືອງປູກພືດເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂື້ນ ແລະ ເຮັດໃຫ້ເມືອງຫຼຸດພົ້ນອອກຈາກເມືອງທຸກຍາກໃນໄວໆນີ້.