ປີນີ້ ອະນຸຍາດໃຫ້ຈັດງານບຸນນະມັດສະການພຣະທາດຫຼວງ ພຽງແຕ່ 3 ວັນ

332

ພຣະທາດຫຼວງແມ່ນຈັດເປັນສະຖານທີ່ທີ່ສຳຄັນທີ່ສຸດອີກແຫ່ງຂອງປະເທດລາວ ແລະ ທຸກໆຂອງເດືອນ 11 ກໍ່ເປັນເດືອນແຫ່ງການຈັດງານບຸນເພື່ອໄຫວ້ພຣະທາດ ອັນເປັນທີ່ເຄົາລົບຂອງປວງຊົນລາວທັງຊາດ ແຕ່ເໜືອຮອດໃຕ້.

ແຕ່ປີນີ້ເນື່ອງຈາກມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ການຈັດງານບຸນນະມັດສະການພຣະທາດຫຼວງວຽງຈັນ ຈຶ່ງຕ້ອງໄດ້ເປັນໄປຕາມ ສະພາບການຕາມຄວາມເໝາະສົມ ທັງນີ້ກໍ່ເພື່ອໃຫ້ສອດຄ່ອງກັບວັດທະນະທຳປະເພນີອັນດີງາມທີ່ສືບທອດກັບມາແຕ່ຍາວນານ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ແຈ້ງການເລກທີ 1475/ຫສນຍ ລົງວັນທີ 11 ພະຈິກ 2021 ກ່ຽວກັບທິດຊີ້ນຳ ການຂໍອະນຸມັດຈັດງານບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈຳປີ 2021. ປີນີ້ແມ່ນອະນຸຍາດໃຫ້ຈັດງານບຸນນະມັດສະການພຣະທາດຫຼວງວຽງຈັນ 3 ວັນ ແຕ່ 17-19 ພະຈິກ.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຈ້ງວ່າ: ເຫັນດີອະນຸມັດໃຫ້ນະຄອນຫຼວງວຽງຈັນ ຈັດງານປະເພນີບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2021, ກໍານົດ ເວລາ 03 ວັນ (ນັບແຕ່ວັນທີ 17 ຫາໆ 19 ພະຈິກ 2021) ໂດຍອະນຸຍາດໃຫ້ຈັດແຕ່ກິດຈະກໍາທີ່ເປັນປະເພນີທາງສາສະຫນາເທົ່ານັ້ນ.

ສ່ວນລາຍລະອຽດມອບໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ເປັນເຈົ້າການ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ຕົກລົງ ທັງຊີ້ນໍາການປະຕິບັດມາດຕະການຕ່າງໆ ທີ່ວາງອອກຢ່າງເຂັ້ມງວດ ແລະ ຮັບປະກັນໃຫ້ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ