ຍອດຍັງສູງ ມື້ນີ້ 1.076 ຄົນ ຕິດເຊື້ອໂຄວິດໃນລາວ, ເສຍຊີວິດເພີ່ມ 1 ກໍລະນີ

337

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈໍາວັນ ວັນທີ 07 ພະຈິກ ປີ 2021 ກວດພົບຜູ້ຕິດເຊືື້ອໃໝ່ 6.472 ຄົນ, ເສຍຊີວິດໃໝ່ 1 ຄົນ, ຕິດເຊື້ອນໍາເຂົ້າ 05 ຄົນ, ຕິດເຊື້ອພາຍໃນ ມີ 1.071 ຄົນ ໃນນັ້ນນະຄອນຫຼວງວຽງຈັນ 540 ຄົນ, ຫຼວງພະບາງ 179 ຄົນ


ທ່ານ ດຣ. ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 6 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 1.076 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.076 ຄົນ (ຕິດເຊື້ອພາຍໃນ ມີ 1.071 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ ຈາກນະຄອນຫຼວງວຽງຈັນ 4 ຄົນ ແລະ ໄຊຍະບູລີ 1 ຄົນ.

 

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.076 ຄົນ ຈາກ 15 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້
1 ນະຄອນຫຼວງ 540 ຄົນ ມາຈາກ 145 ບ້ານ, ໃນ 7 ເມືອງ
ເມືອງຈັນທະບູລີ ມີ 12 ບ້ານ 51 ຄົນ, ເມືອງສີໂຄດຕະບອງ ມີ 24 ບ້ານ 105 ຄົນ, ເມືອງໄຊເສດຖາ ມີ 32 ບ້ານ136 ຄົນ, ເມືອງສີສັດຕະນາກມີ 16 ບ້ານ ຄົນ, ເມືອງ ນາຊາຍທອງ ມີ 3 ບ້ານ 3 ຄົນ, ເມືອງໄຊທານີ ມີ 49 ບ້ານ 170 ຄົນ, ເມືອງຫາດຊາຍຟອງ ມີ 8 ບ້ານ 16 ຄົນ,

2 ຫຼວງນໍ້າທາ ມີ 51 ຄົນ ໃນ 29 ບ້ານ ແລະ 7 ເມືອງ
3 ຫຼວງພະບາງ, ມີ 174 ຄົນ ໃນ 20 ບ້ານ ແລະ 3 ເມືອງ
4 ແຂວງວຽງຈັນ ມີ 93 ຄົນ ໃນ 30 ບ້ານ ແລະ 7 ເມືອງ
5 ຈຳປາສັກ ມີ 42 ຄົນ ໃນ 13 ບ້ານ ແລະ 3 ເມືອງ

6 ອຸດົມໄຊ ມີ 23 ຄົນ ໃນ 14 ບ້ານ ແລະ 2 ເມືອງ
7 ບໍ່ແກ້ວ ມີ 51 ຄົນ ໃນ 13 ບ້ານ ແລະ 2 ເມືອງ
8 ສະຫວັນນະເຂດ ມີ 6 ຄົນ ໃນ 5 ບ້ານ ແລະ 2 ເມືອງ
9 ຄຳມ່ວນ ມີ 26 ຄົນ ໃນ 11 ບ້ານ ແລະ 3 ເມືອງ
10 ໄຊຍະບູລີ ມີ 4 ຄົນ ໃນ 4 ບ້ານ ແລະ 2 ເມືອງ


11 ເຊກອງ ມີ 41 ຄົນ ໃນ 13 ບ້ານ ແລະ 4 ເມືອງ
12 ຜົ້ງສາລີ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
13 ບໍລິຄຳໄຊ ມີ 10 ຄົນ ໃນ 2 ບ້ານ ແລະ 1 ເມືອງ
14 ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ  1 ເມືອງ
15 ສາລະວັນ ມີ 8 ຄົນ ໃນ 1 ບ້ານ ແລະ 3 ເມືອງ

ມາຮອດວັນທີ 7 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 47.056 ຄົນ, ເສຍຊີວິດສະສົມ 82 ຄົນ (ໃໝ່ 1), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 754 ຄົນ, ກໍາລັງປິ່ນປົວ ຄົນ.