ແມນຢູ-ທີມຊາດຝຣັ່ງ ງານເຂົ້າ ວາຣານ ເຈັບໜັກຕ້ອງພັກເຖິງ 3-4 ອາທິດ

537

ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ໃນພຣິີເມຍລີກ ອັງກິດ ແລະ ທີມຊາດຝຣັ່ງ ຕ້ອງພົບງານຂ່າວຮ້າຍເມື່ອ ຣາຟາເອລ ວາຣານ ກອງຫຼັງທີມຊາດຝຣັ່ງ ຕ້ອງພັກເຖິງ 3-4 ອາທິດ ຫຼັງໄດ້ຮັບບາດເຈັບຈາກການແຂ່ງຂັນຢູຟາ ແຊັມປ້ຽນລີກ ນັດທີ່ສະເໝີກັບ ອະຕາລັນຕາ 2-2 ເມື່ອທ້າຍອາທິດ ທີ່ຜ່ານມາ.

ຫຼ້າສຸດ ຕາມການເປີດເຜີຍຂອງ ເລີິກິ໊ບ ສື່ຊັ້ນນໍາຂອງປະເທດຝຣັ່ງ ເປີດເຜີຍວ່າ: ວາຣານ ຈະຕ້ອງພັກຢ່າງໜ້ອຍ 3-4 ອາທິດ ຫຼັງມີອາການບາດເຈັບ ເຊິ່ງເປັນອາການບາດເຈັບຊໍ້າສອງ ເພາະກ່ອນໜ້ານີ້ແມ່ນໄດ້ຮັບບາດເຈັບຈາກການໄປຮັບໃຊ້ທີມຊາດຝຣັ່ງ ເມື່ອເດືອນຕຸລາ 2021.

ເຫດການດັ່ງກ່າວຍິ່ງເຮັດໃຫ້ ແມນເຊັສເຕີ ຢູໄນເຕັດ ພົບບັນຫາເພີ່ມຂຶ້ນ ເພາະກ່ອນໜ້ານີ້ ວິກເຕີ ລິນເດເລິຟ ກອງຫຼັງທີມຊາດຊູແອັດ ກໍໄດ້ຮັບບາດເຈັບໄປແລ້ວ 1 ຄົນ ເຊັ່ນດຽວກັບ ທີມຊາດຝຣັ່ງ ກໍຕ້ອງໝົດສິດໃຊ້ ວາຣານ ລົງແຂ່ງຂັນບານໂລກ 2022 ຮອບຄັດເລືອກ.

ສໍາລັບ ອາການບາດເຈັບຂອງ ວາຣານ ນອກຈາກຈະໝົດສິດຊ່ວຍທີມພົບກັບ ແມນເຊັສເຕີ ຊິຕີ້ ເມື່ອວັນເສົາທີ 6 ພະຈິກ 2021 ແລ້ວຍັງບໍ່ສາມາດຊ່ວຍທີມຊາດຝຣັ່ງ ລົງແຂ່ງຂັນໃນບານໂລກ 2022 ຮອບຄັດເລືອກ ໃນເດືອນພະຈິກນີ້ທີ່ຈະພົບກັບ ຄາຊັກສະຖານ ໃນວັນທີ 14 ພະຈິກ ແລະ ພົບກັບ ແຟງລັງ ໃນວັນທີ 17 ພະຈິກ 2021.